ທ່ານນາງ ເອີຊູຣາ ວອນເດີ ເລເຢນ ປະທານຄະນະກຳມະການເອີຣົບ (EC) ກ່າວວ່າ: ໃນສະພາບການໂລກທີ່ພວມປະເຊີນໜ້າກັບການຜັນແປຫຼາຍຢ່າງ ແລະ ທ່າອ່ຽງແບ່ງແຍກເພີ່ມຂຶ້ນ, ຂໍ້ຕົກລົງນີ້ສະແດງໃຫ້ເຫັນຍຸດທະສາດຂອງ ອີຢູ ແລະ Mercosur ໃນການເພີ່ມທະວີການຮ່ວມມື, ປັບປຸງລັດທິຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ. ທາງດ້ານເສດຖະກິດ, ຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້, ສັນຍາ ອີຢູ - Mercosur ຈະສ້າງເປັນໜຶ່ງໃນບັນດາເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.
ຄຳປຽບທຽບທີ່ມີຊີວິດຊີວາຂອງທ່ານ ສີຈິ້ນຜິງ ກ່ຽວກັບການຄຸ້ມຄອງການໃຊ້ອຳນາດ
ວັນທີ 12 ມັງກອນ ຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສສຳຄັນໃນກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ເພິ່ນເນັ້ນໜັກວ່າ: “ສິ່ງສຳຄັນຂອງການປະຕິວັດໂດຍຕົນເອງຂອງພັກແມ່ນຢູ່ນຳການຄຸ້ມຄອງການໃຊ້ອຳນາດ, ການຂັງອຳນາດຢູ່ໃນໂກງແຫ່ງລະບຽບການເປັນໜ້າທີ່ສຳຄັນໜຶ່ງຂອງການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກ ໃໝ່.” “ຕ້ອງຍົກສູງຄວາມໂປ່ງໃສຂອງວຽກງານພັກ ແລະ ລັດຕື່ມອີກ, ເຮັດໃຫ້ອຳນາດປະຕິບັດງານຢູ່ໃຕ້ແສງແດດ.”
ຄໍາເຫັນ