ກຳມະບານແຂວງສະຫວັນນະເຂດ ຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ

ກຳມະບານແຂວງສະຫວັນນະເຂດ ຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ

ກຳມະບານແຂວງສະຫວັນນະເຂດ ຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະຫຼອງວັນກຳມະກອນສາກົນ ຄົບຮອບ 139 ປີ
ໃນຕອນເຊົ້າວັນທີ 1 ພຶດສະພາຜ່ານມານີ້, ສະຫະພັນກຳມະບານແຂວງສະຫວັນນະເຂດ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 139ປີ ຂຶ້ນທີ່ເດີ່ນຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ,

 ມີພາກສ່ວນຕ່າງໆພາຍໃນແຂວງພ້ອມດ້ວຍສະມາຊິກກຳມະບານ, ກຳມະກອນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ໄດ້ກ່າວເປີດງານວ່າ: ວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ຊຶ່ງເປັນວັນທີ່ມີຄວາມໝາຍ, ຄວາມສໍາຄັນຂອງຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານ ເປັນວັນທີ່ກຳມະກອນໃນທົ່ວໂລກໄດ້ລຸກຮື້ຂຶ້ນໃນທ່າມກາງສະພາບແວດລ້ອມທີ່ຊົນຊັ້ນກຳມະກອນສາກົນ ໄດ້ກຳເນີດເກີດຂຶ້ນໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ຫຼາຍປະເທດໃນທະວີບເອີລົບ, ອາເມລິກາ ໄດ້ສໍາລັດການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນມາແທນ. ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນ ໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ອອກແຮງງານສຸດທີ່ລໍາບາກ, ມີຄວາມສ່ຽງສູງຕໍ່ຊີວິດ ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ ບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ, ມື້ໜຶ່ງເຮັດວຽກ 14–15 ຊົ່ວໂມງ ອອກແຮງງານໜັກ ແຕ່ຄ່າຕອບແທນໜ້ອຍ ບໍ່ມີການປ້ອງກັນສຸຂະພາບ ແລະຄວາມປອດໄພໃນສະຖານທີ່ເຮັດວຽກ ບໍ່ໄດ້ຮັບການເອົາໃຈໃສ່ ດ້ານສະຫວັດດີການ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງດັ່ງກ່າວນັບມື້ຮຸນແຮງຂຶ້ນເລື້ອຍໆ ມາໃນວັນທີ 1 ພຶດສະພາ 1886 ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ໃນຕົວເມືອງໃຫຍ່ໄດ້ທວງໃຫ້ນາຍທຶນເພີ່ມເງິນເດືອນ, ຫຼຸດຜ່ອນຊົ່ວໂມງເຮັດວຽກ ໂດຍຕໍ່ສູ້ເພື່ອທວງເອົາສິດຂອງຕົນ ພາຍໃຕ້ຄໍາຂວັນ: ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງ ພັກຜ່ອນ, 8 ຊົ່ວໂມງຮໍ່າຮຽນ. ດ້ວຍກຳລັງແຮງຂອງຊົນຊັ້ນກຳມະກອນ ຈຶ່ງໄດ້ກຳນົດເອົາ ວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທຸກໆປີ.

ຂະບວນການຍ່າງຄັ້ງນີ້, ແມ່ນເລີ່ມແຕ່ຈຸດຫ້ອງວ່າການອອກໄປຫາວົງວຽນອາຊຽນແລ້ວຍ່າງກັບຄືນຕາມຖະໜົນຟ້າງຸ່ມມາຫາວົງວຽນກອງ ແລ້ວກັບເຂົ້າສູ່ຈຸດຫ້ອງວ່າການຄືເກົ່າໃນໄລຍະທາງ 2 ກິໂລແມັດ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານສະຫະພັນແມ່ຍິງຂອງສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ເມື່ອບໍ່ດົນຜ່ານມາ, ກ່ອນອື່ນທ່ານໄດ້ເລົ່າໃຫ້ຮູ້ກ່ຽວກັບການມາສ້າງຕັ້ງເປັນໂຮງງານນໍ້າດື່ມໂອວີ້ ຍ້ອນໄດ້ຊື່ເອີ້ນມາຈາກຊື່ຫຼານຊາຍໂອວີ້, ໂອວີ້ໝາຍເຖິງຊີວິດ ນໍ້າດື່ມໂອວີ້ ກໍເປັນສ່ວນໜຶ່ງໃນການລໍ່ລ້ຽງຊີວິດຂອງຄົນເຮົາ ຄືດັ່ງສະໂລແກນທີ່ວ່າ: ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ.
ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 28 ມັງກອນ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ໂດຍສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງ
ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ຈາກຜົນໄດ້ຮັບຂອງກອງປະຊຸມລະດັບສາກົນ ໃນການປຶກສາຫາລື ກ່ຽວກັບການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ (LAAES) ໃນເດືອນຕຸລາ ປີ 2025 ຜ່ານມາ, ໄດ້ສຳເລັດການປຶກສາຫາລື ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງຜົນຂອງກອງປະຊຸມເຫຼົ່ານັ້ນ ໄດ້ສະແດງເຖິງ ຄວາມເປັນເອກະພາບສູງ ແລະ ເຫັນໄດ້ເຖິງຄວາມຈຳເປັນພາວະວິໄສທີ່ຈະຕ້ອງໄດ້ຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນວັນທີ 23 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ.
ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ຂຶ້ນໃນວັນທີ 28 ມັງກອນ ນີ້ທີ່ ສປສສ ໃຫ້ກຽດປາຖະກະຖາໂດຍ ທ່ານ ພົຈວ ສຸລິນພອນ ຄຳພິຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັງຟັງ.
ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026, ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ.
ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.
ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະ ກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ  + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບ ຄໍາສັບທີ່ວ່າ: ອຳນາດລັດແມ່ນແນວໃດ ເສຍກ່ອນ. ອຳນາດລັດ ທີ່ນີ້ໝາຍເຖິງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫຼົ່ານັ້ນ ເອີ້ນວ່າອໍານາດລັດ ຫຼື ອົງການອໍານາດລັດ.
ເພີ່ມເຕີມ