ກຳມະບານກອງທັບ ກະກຽມຫຼາຍກິດຈະກຳ ຕ້ອນວັນກຳມະກອນສາກົນ ຄົບຮອບ 138 ປີ

ກຳມະບານກອງທັບ ກະກຽມຫຼາຍກິດຈະກຳ ຕ້ອນວັນກຳມະກອນສາກົນ ຄົບຮອບ 138 ປີ
ເນື່ອງໃນໂອກາດວັນສ້າງຕັ້ງວັນກຳມະກອນສາກົນ ຄົບຮອບ 138 ປີ (1 ພຶດສະພາ 1886-1 ພຶດສະພາ 2024) ທີ່ຈະມາເຖິງນີ້, ສະຫາຍ ພັນໂທ ໄຊຊະນະ ທຳມະສອນ ຮອງຫົວໜ້າຫ້ອງການກຳມະບານກອງທັບ ໃຫ້ສຳພາດວ່າ: ໂດຍປະຕິບັດຕາມແຈ້ງການຂອງສູນກາງສະຫະພັນກຳມະບານລາວສະບັບເລກທີ 377/ສກລ, ລົງວັນທີ 2 ເມສາ 2024 ວ່າດ້ວຍການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 138 ປີ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ,ຫ້ອງການກຳມະບານກອງທັບກໍໄດ້ສ້າງແຜນການກະກຽມຈັດຕັ້ງສະເຫຼີມສະ
ຫຼອງວັນສຳຄັນດັ່ງກ່າວ,ໃນນີ້ໄດ້ອອກແຈ້ງການເຖິງບັນດາສະຫະພັນກຳມະບານ, ກຳມະ
ບານຮາກຖານ, ບັນດາບໍລິສັດ, ລັດວິສາຫະກິດ, ໂຮງຈັກ, ໂຮງງານ, ກົມກອງຜະລິດ ແລະ ບໍລິການທີ່ຂຶ້ນກັບກອງທັບ ໃຫ້ຈັດຕັ້ງປາຖະກະຖາລະນຶກຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນກຳມະກອນສາກົນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ, ຈັດຕັ້ງຂະບວນການແຂ່ງຂັນກິລາ, ສິລະປະວັນນະຄະດີ ແລະ ຂະບວນການອອກແຮງງານລວມ ຕາມເງື່ອນໄຂຕົວຈິງຂອງແຕ່ລະກົມກອງກຳມະບານຮາກຖານ ພິເສດໃນວັນທີ 1 ພຶດສະພາ 2024 ຈະໄດ້ເຕົ້າໂຮມເອົາບັນດາສະມາຊິກກຳມະບານກົມກອງຮາກຖານເຂດໃຈກາງເຂົ້າຮ່ວມຍ່າງເພື່ອສຸຂະພາບ ທີ່ສູນກາງສະຫະພັນກຳມະບານ ຈັດຂຶ້ນທີ່ສວນປະຕູໄຊ ຄາດວ່າຈະມີຈໍານວນພົນເຂົ້າຮ່ວມ 500 ກວ່າສະຫາຍ.
ທ່ານຮອງຫົວໜ້າຫ້ອງການກຳມະບານກອງທັບ ໃຫ້ຮູ້ຕື່ມວ່າ: ໄປພ້ອມກັນນັ້ນ, ສະຫະພັນກຳມະບານ, ກຳມະບານຮາກຖານແຕ່ລະຂັ້ນໃນກອງທັບ ຍັງໄດ້ຍົກສູງຄວາມສາມາດໃນການຈັດຕັ້ງນໍາພາ ແລະ ການເປັນແບບຢ່າງຂອງກຳມະບານແຕ່ລະຂັ້ນ; ຂະຫຍາຍການຈັດຕັ້ງກຳມະບານຢູ່ຕາມຮາກຖານ ແລະ ຫົວໜ່ວຍແຮງງານໃນກອງທັບໃຫ້ທົ່ວເຖິງ ເພື່ອເພີ່ມກໍາລັງແຮງຂອງອົງການຈັດຕັ້ງກາມະບານໃນກອງທັບໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ສາມາດເປັນຕົວແທນການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ໄປສູ່ຄຸນນະພາບໃໝ່, ຮັບປະກັນຄວາມສະເໝີພາບ ແລະ ຍຸຕິທໍາ ໃນການຊົມໃຊ້ໝາກຜົນຂອງການອອກແຮງງານ ຊຶ່ງພາລະກຳປະຫວັດສາດຂອງຊົນຊັ້ນກຳມະກອນໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກຳມະກອນ ແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ ທີ່ກ້າວໜ້າສີວິໄລ ແລະ ຍຸຕິທໍາໃຕ້ການນຳພາຂອງພັກ.
ສະນັ້ນ, ໃນໂອກາດວັນສ້າງຕັ້ງວັນກໍາມະກອນສາກົນ ຄົບຮອບ 138 ປີ ສະຫາຍ ພັນໂທ ໄຊຊະນະ ທໍາມະສອນ ຍັງໄດ້ຕາງໜ້າຄະນະນໍາອົງການຈັດຕັ້ງກໍາມະບານກອງທັບ ກໍຄືພະນັກງານ, ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານທົ່ວກອງທັບ ອວຍພອນໄຊອັນປະເສີດແດ່ບັນດາທ່ານການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ການນໍາສູນກາງສະຫະພັນກຳມະບານລາວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ-ຄອບຄົວ ແລະ ສືບຕໍ່ໃຫ້ການນໍາພາ-ຊີ້ນໍາອົງການຈັດຕັ້ງກຳມະບານລາວ ເວົ້າລວມ, ເວົ້າສະເພາະອົງການຈັດຕັ້ງກຳມະບານກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນໃຫ້ບັນດາສະຫາຍພະນັກງານ, ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານລາວ ທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.
ຂ່າວ-ພາບ: ບິກໄຊ ສົມພູ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ