![]() |
ນັບແຕ່ທ້າຍສະຕະວັດທີ 19 ພວກຈັກກະພັດລ່າເມືອງຂຶ້ນໄດ້ເຂົ້າມາຢືດຄອງ 3 ປະເທດອິນດູຈີນ ລາວ, ຫວຽດນາມ ແລະ ກໍາປູເຈຍ, ພວກເຂົາໄດ້ກອບໂກຍເອົາວັດຖຸສິ່ງຂອງອັນມີຄ່າຂອງພວກເຮົາໄປເປັນຂອງພວກເຂົາ, ກົດຂີ່ຂູດຮີດ, ທຸບຕີ, ທໍລະມານ, ເຂັ່ນຂ້າປະຊາຊົນລາວ, ຊາວຜູ້ອອກແຮງງານບັນດາເຜົ່າຢ່າງໂຫດຮ້າຍປ່າເຖື່ອນ. ໂດຍພາຍໃຕ້ການນໍາພາ-ຊີ້ນຳຂອງພັກປະຊາຊົນລາວ ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ. ສ້າງຕັ້ງຂຶ້ນເພື່ອຈຸດປະສົງສືບຕໍ່ໂຄສະນາ, ປຸກລະດົມຂົນ ຂວາຍ, ເຕົ້າໂຮມກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກໍາລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ອົງການຈັດຕັ້ງກໍາມະບານລາວນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງ, ປັບປຸງ ບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ມາຮອດປັດຈຸບັນ, ສະຫະພັນກໍາມະບານລາວ ປະກອບມີ 34 ສະຫະພັນກໍາມະບານກະຊວງ ແລະ ອົງ ການ, ມີ 17 ສະຫະພັນກໍາມະບານແຂວງ 1 ນະຄອນຫຼວງ, ມີ 214 ສະຫະພັນກໍາມະບານທີ່ຂຶ້ນກັບສະຫະ ພັນກໍາມະບານກະຊວງ, ນະຄອນຫຼວງ ແລະ ແຂວງ, ມີ 148 ສະຫະພັນກໍາມະບານນະຄອນ, ເມືອງ. ໃນທົ່ວປະເທດມີສະມາຊິກກໍາມະບານທັງໝົດ 211,092 ສະຫາຍ ຍິງ 99,531 ສະຫາຍ ໄດ້ເອົາໃຈໃສ່ໃນການກໍ່ສ້າງ-ບຳລຸງພະນັກງານກຳມະບານເປັນຕົ້ນ ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ທິດສະດີກຳມະບານໄລຍະສັ້ນ, ຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ວຽກງານວິຊາສະເພາະໃຫ້ສະມາຊິກກຳມະບານ, ກຳມະ ກອນ ແລະ ຜູ້ອອກແຮງງານລາວທັງພາຍໃນ ແລະ ຕ່າງປະເທດ.
ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ. ເປັນຈິດໜຶ່ງໃຈດຽວກັນປຸມລຸມຄວາມສາມັກຄີອັນເປັນປຶກແຜ່ນ ພາຍໃຕ້ການນໍາພາຂອງພັກ ສູ້ຊົນບຸກບືນພັດທະນາຕົນເອງ ພັດທະນາປະເທດຊາດໃຫ້ຈະເລີນຮັ່ງມີ, ຮັກສາມູນເຊື້ອທາດແທ້ ແລະ ອຸດົມການສັງຄົມນິຍົມ ກໍຄືຊົນຊັ້ນກໍາມະ ກອນ, ສະຫະພັນກຳມະບານລາວຕັ້ງໜ້າເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນຫ້າວຫັນ ເພື່ອປະຕິບັດໜ້າທີ່ໃຫ້ສໍາເລັດຕາມພັກ-ລັດມອບໝາຍໃຫ້ ເພື່ອສ້າງໃຫ້ “ກໍາມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນໍ້າໃຈສາກົນກໍາມະຊີບ”. ນໍ້າໃຈວັນທີ 1 ກຸມພາ ໝັ້ນຍືນ.

ຄໍາເຫັນ