ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ກັນຍາ ຜ່ານມາວ່າ: ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ, ກຳປູເຈຍຈະຢຸດການດຳເນີນທຸລະກິດການພະນັນອອນລາຍທັງໝົດຂອງຄາສິໂນທີ່ມີສະຖານທີ່ຕົວຈິງ ຕັ້ງແຕ່ຕົ້ນເດືອນຕຸລາເປັນຕົ້ນໄປ ເພື່ອປາບປາມການຫຼອກລວງທີ່ອີງໃສ່ເຕັກໂນໂລຊີ ແລະ ການຟອກເງິນທີ່ຜິດກົດໝາຍ ຍ້ອນວ່າການພະນັນອອນລາຍໄດ້ກາຍເປັນເລື່ອງຍາກທີ່ຈະຄວບຄຸມ.

 

ທ່ານ ຮຸນມາແນດ ກ່າວລະຫວ່າງການເຂົ້າຮ່ວມພິທີເປີດໂຮງໝໍ Royal Mother ໃນນະຄອນຫຼວງພະນົມເປັນ ວ່າ: ປັດຈຸບັນກຳປູເຈຍມີຄາສິໂນຫຼາຍກວ່າ 100 ແຫ່ງ ຊຶ່ງຖືວ່າຫຼາຍເກີນໄປ ແລະ ໄດ້ສັ່ງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງທົບທວນຄືນຂໍ້ກຳນົດການອອກໃບອະນຸຍາດເພື່ອຫຼຸດຈຳນວນສະຖານທີ່ຕັ້ງຄາສິໂນ.

ກຳປູເຈຍອອກໃບອະນຸຍາດການເປີດຄາສິໂນເພື່ອສົ່ງເສີມການດຶງດູດນັກທ່ອງທ່ຽວຕ່າງປະເທດ, ໃນຂະນະທີ່ກົດໝາຍພາຍໃນປະເທດຫ້າມພົນລະເມືອງກຳປູເຈຍຫຼິ້ນການພະນັນຢ່າງເຂັ້ມງວດ. ໂດຍຄາສິໂນທັງໝົດຂອງກຳປູເຈຍຕັ້ງຢູ່ຕາມຊາຍແດນສາກົນ ຫຼື ໃນແຂວງສີຫະນຸວິວ ຍົກເວັ້ນຣີສອດ NagaWorld ໃນນະຄອນຫຼວງພະນົມເປັນ.

ຄໍາເຫັນ

ຂ່າວຕ່າງປະເທດ

ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ຂ່າວຕ່າງປະເທດລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ໄດ້ເປີດເຜີຍໃນວັນທີ 16 ກັນຍາ ຜ່ານມາວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາຫຼຸດລົງ 9.6% ເມື່ອທຽບກັບປີກ່ອນ ມາຢູ່ທີ່ 3.10 ລ້ານຄົນ ເນື່ອງຈາກຄວາມຕ້ອງການທ່ອງທ່ຽວທີ່ງຽບເຫງົ້າລົງຕາມລະດູການຂອງບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້.
Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: Moody's Analytics ບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນ ທາງການເງິນ ລາຍງານວ່າ, ເສດຖະກິດຂອງອາຊີຕາເວັນອອກສ່ຽງໃຕ້ມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້ ໃນປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການຂະຫຍາຍຕົວຂອງການລົງທຶນທີ່ໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງປັນຍາປະດິດ (AI). ເຖິງຢ່າງໃດກໍຕາມ, ຄວາມສ່ຽງພາຍນອກຍັງຄົງຢູ່ເຊັ່ນ: ລາຄາພະລັງງານທີ່ສູງຂຶ້ນ ແລະ ມາດຕະການພາສີອາກອນຂອງ ສະຫະລັດ ອາເມຣິກາ, ບວກກັບຄວາມຕ້ອງການພາຍໃນປະເທດທີ່ອ່ອນແອ ຊຶ່ງອາດຈະກົດດັນທ່າອ່ຽງເສດຖະກິດ ແລະ ເຮັດໃຫ້ຊ່ອງວ່າງການເຕີບໂຕລະຫວ່າງປະເທດກວ້າງຂວາງຂຶ້ນ.
ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ງານ​​ມະ​ຫະ​ກຳ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 9-13 ກັນຍານີ້, ວິສາຫະກິດທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າອຸດສາຫະກໍາ 400 ກວ່າແຫ່ງຈາກ 90 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ ແລະ ບັນລຸຜົນສໍາເລັດ 1,200 ກວ່າລາຍການ ເຮັດໃຫ້ງານ​​ມະ​ຫະ​ກຳຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງວ່າ: ຈີນພວມສະໜອງເວທີການຮ່ວມມື ແລະ ໂອກາດການເຕີບໂຕໃຫ້ແກ່ໂລກດ້ວຍການຄ້າການບໍລິການຂອງຕົນ.
ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ໄດ້​ເປີດຂຶ້ນ​ຢູ່​ນະ​ຄອນໜານ​ໜິງ​ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ ຈີນ, ໂດຍ​ມີ​ວິ​ສາ​ຫະ​ກິດ​ຫຼາຍກວ່າ 3,400 ແຫ່ງ​ຈາກ 70 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ຕີ​ມໍ​ແລັ​ສ​ເຕ ​ໄດ້​ເຂົ້າ​ຮ່ວມ​ງານ​​ເປັນ​ຄັ້ງ​ທຳ​ອິດໃນ​ຖາ​ນະ​ເປັນ​ຜູ້​ຮ່ວມ​ຈັດ​ງານ, ນີ້​​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ 11 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ໜານ​ໜິງ​ຫຼັງ​ຈາກ​ອາ​ຊຽນ​ໄດ້​ເພີ່ມ​ປະ​ເທດ​ຕີ​ມໍ​ແລັ​ສ​ເຕ​ເຂົ້າ​ເປັນ​ສະ​ມາ​ຊິກ.
ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມາ, ເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13 ໄດ້ເປີດຂຶ້ນທີ່​ນະຄອນຫຼວງປັກກິ່ງ ປະເທດຈີນ. ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດ​ນາມ ໄດ້ນຳ​ພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີ​ບົດກ່າວ​ຄຳ​ເຫັນທີ່ສຳຄັນໃນກອງປະຊຸມຄົບຄະນະ​ຄັ້ງທີ 1 ພາຍໃຕ້ຫົວຂໍ້ "ຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ຄວາມໝັ້ນຄົງດ້ານຍຸດທະສາດ.
ຈຳນວນຄົນເຈັບພະຍາດອີໂບລາໃນກົງໂກ ເກີນ 7,200 ຄົນ

ຈຳນວນຄົນເຈັບພະຍາດອີໂບລາໃນກົງໂກ ເກີນ 7,200 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກັນຍາ ຜ່ານມາວ່າ: ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼືDR Congo ລາຍງານວ່າ, ຈຳນວນຜູ້ຕິດເຊື້ອອີໂບລາທີ່ໄດ້ຮັບການຢືນຢັນໃນ 7 ແຂວງໄດ້ບັນລຸເຖິງ 7,258 ຄົນ, ໂດຍມີຜູ້ເສຍຊີວິດ 3,510 ຄົນ ເມື່ອນັບມາຮອດວັນທີ 13 ກັນຍາ ຜ່ານມາ, ເຮັດໃຫ້ອັດຕາການເສຍຊີວິດໂດຍລວມເພີ່ມຂຶ້ນເປັນ 48.4%.
ອົສຕຣາລີ ມີປະຊາກອນທີ່ເຮັດວຽກຫຼາຍກວ່າໜຶ່ງວຽກ ເຖິງ 1 ລ້ານຄົນ

ອົສຕຣາລີ ມີປະຊາກອນທີ່ເຮັດວຽກຫຼາຍກວ່າໜຶ່ງວຽກ ເຖິງ 1 ລ້ານຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 14 ກັນຍາ ຜ່ານມາວ່າ: ສຳນັກງານສະຖິຕິອົສຕຣາລີລາຍງານວ່າ, ຈຳນວນຊາວອົສຕຣາລີທີ່ເຮັດວຽກຫຼາຍກວ່າໜຶ່ງວຽກມີເຖິງ 1 ລ້ານຄົນໃນເດືອນມິຖຸນາ 2026 ຊຶ່ງຄິດເປັນ 6.9% ຂອງຜູ້ມີວຽກເຮັດງານທຳທັງໝົດ ແລະ ເພີ່ມຂຶ້ນ 6.6% ຈາກ 984,200 ຄົນໃນເດືອນມີນາ. ສ່ວນຈຳນວນຜູ້ທີ່ເຮັດວຽກດຽວ ມີ 14.1 ລ້ານຄົນ.
ລາຄານ້ຳມັນກາຊວນ ໃນອາເມຣິກາ ບັນລຸລະດັບສູງສຸດ

ລາຄານ້ຳມັນກາຊວນ ໃນອາເມຣິກາ ບັນລຸລະດັບສູງສຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ກັນຍາ ຜ່ານມາວ່າ: ສະມາຄົມລົດຍົນອາເມຣິກາ ລາຍງານວ່າ,ລາຄາສະເລ່ຍຂອງນໍ້າມັນກາຊວນ ທົ່ວສະຫະລັດ ອາເມຣິກາ ໄດ້ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນທີ່ 6.05 ໂດລາຕໍ່ກາລອນ ໃນວັນທີ 11 ກັນຍາ ຜ່ານມາ ຊຶ່ງທຳລາຍສະຖິຕິເກົ່າທີ່ 5.90 ໂດລາຕໍ່ກາລອນ ໃນວັນ 7 ກັນຍາ ຜ່ານມາ.
ເດືອນສິງຫາ ຍີ່ປຸ່ນຂາດດຸນການຄ້າຫຼາຍກວ່າ 7 ຕື້ໂດລາ

ເດືອນສິງຫາ ຍີ່ປຸ່ນຂາດດຸນການຄ້າຫຼາຍກວ່າ 7 ຕື້ໂດລາ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນຂອງຍີ່ປຸ່ນໄດ້ເປີດເຜີຍບົດລາຍງານເບື້ອງຕົ້ນໃນວັນທີ 16 ກັນຍາ ນີ້ ວ່າ, ຍີ່ປຸ່ນມີການຂາດດຸນການຄ້າ 1.1 ພັນຕື້ເຢນ (7.1 ຕື້ໂດລາ) ໃນເດືອນສິງຫາ ຊຶ່ງເປັນເດືອນທີ 4 ຕິດຕໍ່ກັນຂອງການຂາດດຸນ. ໂດຍສ່ວນໜຶ່ງແມ່ນຍ້ອນລາຄານ້ຳມັນດິບທີ່ເພີ່ມຂຶ້ນສູງທ່າມກາງຄວາມເຄັ່ງຕຶງທີ່ຍັງດຳເນີນຢູ່ໃນຕາເວັນອອກກາງ.
ເສດ​ຖະ​ກິດ​ຈີນ​ໃນ​ເດືອນ​ສິງ​ຫາ​ ດຳ​ເນີນ​ຢ່າງ​ໝັ້ນ​ທ່ຽງ

ເສດ​ຖະ​ກິດ​ຈີນ​ໃນ​ເດືອນ​ສິງ​ຫາ​ ດຳ​ເນີນ​ຢ່າງ​ໝັ້ນ​ທ່ຽງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ປະ​ກາດ​ໂຕ​ເລກ​ສະ​ຖິ​ຕິ​ໃນ​ວັນ​ທີ 15 ກັນ​ຍາ ຜ່ານມານີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ເດືອນ​ສິງ​ຫາ​ປີນີ້, ມູນ​ຄ່າ​ເພີ່ມ​ຂອງວິ​ສາ​ຫະ​ກິດອຸດ​ສາ​ຫະ​ກຳ​ທີ່​ມີ​ລາຍ​ຮັບ​ຫຼາຍ​ກວ່າ 20 ລ້ານຢວນຕໍ່​ປີ ໄດ້​ເພີ່ມ​ຂຶ້ນ 5.2%, ດັດ​ຊະ​ນີ​ການ​ຜະ​ລິດ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽ​ບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ຍອດ​ມູນ​ຄ່າ​​​ການ​ນຳ​ເຂົ້າ ​ແລະ ​ສົ່ງ​ອອກ​ສິນ​ຄ້າ​ ໄດ້​ເພີ່ມ​ຂຶ້ນ 19.8%.
ເພີ່ມເຕີມ