ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 5 ສິງຫາ ຜ່ານມາວ່າ: ສະຫະພັນເຂົ້າກຳປູເຈຍລາຍງານວ່າ, ກໍາປູເຈຍໄດ້ສົ່ງອອກເຂົ້າສານ 707,471 ໂຕນ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ເພີ່ມຂຶ້ນ 68% ເມື່ອທຽບກັບປີກ່ອນ, ສ້າງລາຍຮັບໄດ້ 415 ລ້ານໂດລາ, ເພີ່ມຂຶ້ນ 34.3% ເມື່ອທຽບກັບປີກ່ອນ.
ທ່ານ ເລຊຸນຮູນ ປະທານສະຫະພັນເຂົ້າກຳປູເຈຍ ຄາດວ່າກຳປູເຈຍຈະບັນລຸເປົ້າໝາຍທີ່ລັດຖະບານວາງໄວ້ຄືການການສົ່ງອອກເຂົ້າສານ 1 ລ້ານໂຕນໃນປີນີ້, ໂດຍພິຈາລະນາຈາກການດຳເນີນງານທີ່ເຂັ້ມແຂງຕະຫຼອດເດືອນກໍລະກົດຜ່ານມາ. ຖ້າບັນລຸເປົ້າໝາຍ, ຈະເປັນຄັ້ງທຳອິດທີ່ການສົ່ງອອກເຂົ້າສານປະຈຳປີຂອງກຳປູເຈຍເກີນ 1 ລ້ານໂຕນ.
ໃນລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ ຜ່ານມາ, ມີ 61 ບໍລິສັດ ໄດ້ສົ່ງອອກເຂົ້າສານກຳປູເຈຍໄປຍັງ 66 ປະເທດ ແລະ ພາກພື້ນທົ່ວໂລກ. ໂດຍບັນດາປະເທດອາຊຽນ, ຈີນ ແລະ ສະຫະພາບເອີຣົບ ຍັງຄົງເປັນຕະຫຼາດສົ່ງອອກຫຼັກຂອງເຂົ້າສານກຳປູເຈຍ ຊຶ່ງເຂົ້າຫອມພິເສດກວມເອົາສ່ວນແບ່ງຕະຫຼາດສົ່ງອອກທີ່ໃຫຍ່ທີ່ສຸດ 59.2%, ຕາມດ້ວຍເຂົ້າຂາວ 23.6% ແລະ ເຂົ້າຫັກ 13.7%, ໃນຂະນະທີ່ເຂົ້າໜຶ້ງ ແລະ ເຂົ້າອິນຊີ ກວມເອົາອັດຕາສ່ວນທີ່ເຫຼືອ 3.5%.
ຄໍາເຫັນ