ກະຊວງດັ່ງກ່າວລະບຸວ່າ: ວັດຖຸໂບຮານເຫຼົ່ານີ້ບໍ່ພຽງແຕ່ເປັນຜົນງານສິລະປະເທົ່ານັ້ນ, ແຕ່ເປັນ "ພະຍານທີ່ມີຊີວິດຢູ່" ທີ່ສະທ້ອນເຖິງຈິດໃຈຂອງອາລິຍະທຳຂະເໝນ ແລະ ປັນຍາອັນເລິກເຊິ່ງຂອງບັນພະບູລຸດໃນອະດີດ.
ວັດຖຸໂບຮານເຫຼົ່ານີ້ຖືກລັກລອບນຳອອກຈາກກຳປູເຈຍລະຫວ່າງການຂັດແຍ່ງໃນປະເທດເມື່ອຫຼາຍທົດສະວັດທີ່ຜ່ານມາ ຊຶ່ງການສົ່ງຄືນນີ້ເປັນບາດກ້າວທີ່ສຳຄັນສຳລັບກຳປູເຈຍໃນການທວງຄືນ ແລະ ຟື້ນຟູມໍລະດົກທາງວັດທະນະທຳຂອງຕົນສຳລັບຄົນຮຸ່ນຫຼັງ.
ຄໍາເຫັນ