ບົດລາຍງານລະບຸວ່າ: ໂຄງການພັດທະນາສະຖານີຂົນສົ່ງສິນຄ້າແຫ່ງໃໝ່ຂອງທ່າເຮືອອັດຕະໂນມັດສີຫານຸວິລໄລຍະທີ 2 ມີຈຸດປະສົງເພື່ອເພີ່ມຄວາມສາມາດໃນການຮອງຮັບຕູ້ຄອນເທັນເນີສິນຄ້າຂອງທ່າເຮືອສີຫານຸວິລ ຊຶ່ງເປັນທ່າເຮືອນ້ຳເລິກສາກົນແຫ່ງດຽວຂອງກຳປູເຈຍ ແລະ ເສີມຂະຫຍາຍປະສິດທິພາບດ້ານການຂົນສົ່ງຂອງກຳປູເຈຍ ຜ່ານການພັດທະນາສະຖານີຂົນສົ່ງສິນຄ້າໃໝ່ ແລະ ພື້ນຖານໂຄງລ່າງທີ່ກ່ຽວຂ້ອງ.
ການຊ່ວຍເຫຼືອທາງດ້ານການເງິນຢ່າງຕໍ່ເນື່ອງນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງຍີ່ປຸ່ນໃນການສົ່ງເສີມການຄ້າ ແລະ ການພັດທະນາເສດຖະກິດ-ສັງຄົມໃນກຳປູເຈຍ, ພ້ອມທັງເສີມສ້າງຄວາມສຳພັນຍຸດທະສາດຮອບດ້ານລະຫວ່າງກຳປູເຈຍ ແລະ ຍີ່ປຸ່ນ.
ຄໍາເຫັນ