ບົດລາຍງານລະບຸວ່າ: ກໍາປູເຈຍດໍາເດີນການປາບປາມເຄືອຂ່າຍການສໍ້ໂກງທາງໄຊເບີທົ່ວປະເທດຄັ້ງໃຫຍ່ທີ່ບໍ່ເຄີຍມີມາກ່ອນເພື່ອຮັກສາສະຖຽນລະພາບທາງສັງຄົມ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງຟື້ນຟູພາບລັກສະນະຂອງປະເທດໃນເວທີສາກົນ.
ກະຊວງປ້ອງກັນຄວາມສະຫງົບກຳປູເຈຍລາຍງານວ່າ: ລັດຖະບານໄດ້ເນລະເທດຜູ້ຕ້ອງສົງໄສວ່າເປັນຜູ້ສໍ້ໂກງທາງອອນລາຍ ຈຳນວນ 7,657 ຄົນກັບຄືນປະເທດ ນັບຕັ້ງແຕ່ປີ 2025 ຈົນເຖິງປັດຈຸບັນ ຊຶ່ງແບ່ງເປັນໃນປີ 2025ຫຼາຍກວ່າ 5,500 ຄົນ ແລະ ໃນໜຶ່ງເດືອນຂອງປີ 2026 ຫຼາຍກວ່າ 2,000 ຄົນ.
ຄໍາເຫັນ