ທ່ານ ໂສກາ ໄດ້ເຂົ້າຮ່ວມງານຕ້ານການຄ້າມະນຸດທີ່ນະຄອນຫຼວງພະນົມເປັນ, ໂດຍໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ທຸກລະດັບຮັກສາຄວາມລະມັດລະວັງເພື່ອບັນລຸເປົ້າໝາຍຂອງລັດຖະບານໃນການກຳຈັດສູນການສໍ້ໂກງທາງອອນລາຍທັງໝົດໃນກຳປູເຈຍ.
ບົດລາຍງານຊີ້ໃຫ້ເຫັນວ່າ: ກຳປູເຈຍໄດ້ເປີດການປາບປາມເຄືອຂ່າຍການສໍ້ໂກງທາງໄຊເບີທົ່ວປະເທດທີ່ບໍ່ເຄີຍມີມາກ່ອນເພື່ອຮັກສາສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພ້ອມທັງຟື້ນຟູພາບລັກຂອງກຳປູເຈຍໃນເວທີສາກົນ.
ເມື່ອບໍ່ດົນມານີ້, ທ່ານ ທັສ ສຸຂະ ໂຄສົກກະຊວງປ້ອງກັນຄວາມສະຫງົບໄດ້ກ່າວວ່າ: ລັດຖະບານໄດ້ກໍານົດເສັ້ນຕາຍການກຳຈັດເຄືອຂ່າຍການສໍ້ໂກງທາງອອນລາຍຢ່າງສິ້ນເຊີງທົ່ວປະເທດ ໃນເດືອນເມສາ 2026 ນີ້.
ຄໍາເຫັນ