ຂ່າວລະບຸວ່າ: ໃນວັນທີ 3 ເມສາ ຜ່ານມາ, ກົດໝາຍສະບັບດັ່ງກ່າວໄດ້ຮັບການອະນຸມັດຂັ້ນສຸດທ້າຍຈາກສະພາສູງຂອງກຳປູເຈຍ, ເນື້ອໃນລວມມີ 5 ຂໍ້ຫຼັກ ເຊັ່ນ: ການຈັດຕັ້ງ ຫຼື ນຳພາກຸ່ມຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ, ການປະກາດຮັບສະໝັກ ຫຼື ອົບຮົມຄົນອື່ນດຳເນີນການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດ ແລະ ອື່ນໆ. ອີງຕາມກົດໝາຍສະບັບນີ້, ຜູ້ມີສ່ວນຮ່ວມໃນການຫຼອກລວງທາງໂທລະຄົມ ແລະ ອິນເຕີເນັດຈະຖືກຕັດອິດສະຫຼະພາບ 2-5 ປີ ແລະ ຖືກປັບໃໝ. ຖ້າຫາກການຫຼອກລວງກ່ຽວຂ້ອງກັບຄວາມຮຸນແຮງ, ການກັກຂັງທີ່ຜິດກົດໝາຍ, ການຄ້າມະນຸດຈົນເຖິງຂັ້ນເຮັດໃຫ້ມີຄົນເສຍຊີວິດ, ຫົວໂປ່ກຸ່ມຫຼອກລວງສູງສຸດຈະຖືກຕັດສິນຕັດອິດສະຫຼະພາບຕະຫຼອດຊີວິດ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ