ຂ່າວແຈ້ງວ່າ: ເພື່ອຊຸກຍູ້ຂະແໜງການທ່ອງທ່ຽວໃຫ້ໄດ້ຮັບການພັດທະນາ, ກໍາປູເຈຍໄດ້ວາງມາດຕະການທີ່ມີປະສິດທິພາບຫຼາຍຢ່າງ, ລວມທັງການເພີ່ມທະວີການໂຄສະນາເຜີຍແຜ່ດ້ານການທ່ອງທ່ຽວຕໍ່ພາຍນອກ, ຍົກລະດັບຄຸນນະພາບຂອງຂະແໜງການທ່ອງທ່ຽວ ແລະ ອື່ນໆ ເພື່ອຮັກສາຄວາມໜຽວແໜ້ນ ແລະ ຄວາມສາມາດແຂ່ງຂັນໃນລະດັບສາກົນຂອງຂະແໜງການທ່ອງທ່ຽວຂອງຕົນ, ພ້ອມທັງເພີ່ມຄວາມໝັ້ນໃຈຂອງມະຫາຊົນທີ່ມີຕໍ່ຂະແໜງການທ່ອງທ່ຽວຂອງກໍາປູເຈຍຕື່ມອີກ.
ການທ່ອງທ່ຽວເປັນໜຶ່ງໃນ 4 ອຸດສາຫະກໍາເສົາຄໍ້າຂອງເສດຖະກິດກໍາປູເຈຍ. ທາງການກໍາປູເຈຍ ເປີດເຜີຍໃຫ້ຮູ້ວ່າ: 3 ເດືອນທໍາອິດຂອງປີນີ້, ກໍາປູເຈຍໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດແລ້ວຫຼາຍກວ່າ 1 ລ້ານເທື່ອຄົນ.
ຄໍາເຫັນ