ບົດລາຍງານລະບຸວ່າ: ກໍາປູເຈຍສ້າງລາຍຮັບຈາກການສົ່ງອອກເຂົ້າສານໄດ້ 207.5 ລ້ານໂດລາ ໃນລະຫວ່າງເດືອນມັງກອນ ຫາ ເດືອນມີນາຂອງປີນີ້, ເພີ່ມຂຶ້ນ 29% ຈາກ 160.5 ລ້ານໂດລາ ໃນໄລຍະດຽວກັນຂອງປີກາຍ.
ໃນໄຕມາດທຳອິດຂອງປີ 2026, ມີ 58 ບໍລິສັດສົ່ງອອກເຂົ້າສານໄປຍັງ 56 ປະເທດ ແລະ ພາກພື້ນທົ່ວໂລກ. ໂດຍບົດລາຍງານລະບຸຕື່ມວ່າ: ຈີນຍັງຄົງເປັນຜູ້ຊື້ເຂົ້າສານລາຍໃຫຍ່ທີ່ສຸດຂອງກໍາປູເຈຍ. ນອກຈາກນັ້ນ, ໃນຈຳນວນເຂົ້າສານທັງໝົດທີ່ສົ່ງອອກແບ່ງອອກເປັນເຂົ້າຫອມ 60%, ເຂົ້າຫັກ 21%, ເຂົ້າຂາວ 16%, ສ່ວນທີ່ເຫຼືອແມ່ນເຂົ້າສານຊະນິດອື່ນໆ.
ຄໍາເຫັນ