ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 83% ໃນສອງເດືອນທຳອິດຂອງປີ

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 83% ໃນສອງເດືອນທຳອິດຂອງປີ

ກຳປູເຈຍ ສົ່ງອອກເຂົ້າເພີ່ມຂຶ້ນ 83% ໃນສອງເດືອນທຳອິດຂອງປີ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າກຳປູເຈຍລາຍງານວ່າ, ກຳປູເຈຍໄດ້ສົ່ງອອກເຂົ້າໄປຍັງຕະຫຼາດສາກົນໃນລະຫວ່າງເດືອນມັງກອນ-ກຸມພາ 2026 ລວມທັງໝົດ 247,822 ໂຕນ, ເພີ່ມຂຶ້ນ 83% ຈາກ 135,074 ໂຕນໃນໄລຍະດຽວກັນຂອງປີກາຍ.

 

ກຳປູເຈຍສ້າງລາຍຮັບຈາກການສົ່ງອອກເຂົ້າໃນໄລຍະສອງເດືອນທຳອິດຂອງປີນີ້ ລວມທັງໝົດ 142.8 ລ້ານໂດລາ, ເພີ່ມຂຶ້ນ 35% ຈາກ 106 ລ້ານໂດລາໃນໄລຍະດຽວກັນຂອງປີກາຍ.

ບົດລາຍງານລະບຸຕື່ມວ່າ: ມີ 55 ບໍລິສັດສົ່ງອອກເຂົ້າໄປຍັງ 51 ປະເທດ ແລະ ພາກພື້ນໃນໄລຍະສອງເດືອນທຳອິດຂອງປີນີ້, ໂດຍຈີນຍັງຄົງເປັນຜູ້ຊື້ເຂົ້າກຳປູເຈຍລາຍໃຫຍ່ທີ່ສຸດ.

ທັງນີ້, ໃນຈຳນວນເຂົ້າທີ່ກຳປູເຈຍສົ່ງອອກ, 59% ແມ່ນເຂົ້າຫອມ, 27.7% ແມ່ນເຂົ້າຫັກແລະ ສ່ວນທີ່ເຫຼືອແມ່ນເຂົ້າປະເພດອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ກຳ​ລັງ​ດຳ​ເນີນ​ການ​ສຶກ​ສາ​ທີ່​ມີ​ຂະ​ໜາດ​ໃຫຍ່​ແລະ​ຄຸນ​ນະ​ພາບ​ດີ​ໃນ​ໂລກ

ຈີນ​ກຳ​ລັງ​ດຳ​ເນີນ​ການ​ສຶກ​ສາ​ທີ່​ມີ​ຂະ​ໜາດ​ໃຫຍ່​ແລະ​ຄຸນ​ນະ​ພາບ​ດີ​ໃນ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 7 ມີນາ ຜ່ານມາ, ກອງ​ປະ​ຊຸມ​ຄັ້ງ​ທີ 14 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ຊຸດ​ທີ 14 ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ຫົວ​ຂໍ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ທ່ານ ຮ​ວາຍ​ຈິ້ນ​ເພີງ ລັດ​ຖະ​ມົນ​ຕີ​ກະ​ຊວງ​​ສຶ​ກ​ສາ​ທິ​ການ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ການ​ສຶກ​ສາ​ຂອງ​ຈີນ​ໃຫ້​ຊາບ ວ່າ: ປັດ​ຈຸ​ບັນ​ນີ້, ຈີນ​ມີ​ໂຮງ​ຮຽນ​​ຊັ້ນຕ່າງໆ ແລະ​ປະ​ເພດ​ຕ່າງໆ 440,000 ແຫ່ງ, ມີ​ນັກ​ຮຽນ​ນັກ​ສຶກ​ສາ​ 280,000,000 ຄົນ ແລະ​ຄູ​-ອາ​ຈານ 18,700,000 ຄົນ.
ທ່ານ ຟ້າມ​ມິງ​ຈິງ ປະ​ຊຸມ​ກັບ​ສະ​ພາ​ໃຫ້​ຄຳປຶກ​ສາ​​ດ້ານນະ​ໂຍ​ບາຍ​​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ

ທ່ານ ຟ້າມ​ມິງ​ຈິງ ປະ​ຊຸມ​ກັບ​ສະ​ພາ​ໃຫ້​ຄຳປຶກ​ສາ​​ດ້ານນະ​ໂຍ​ບາຍ​​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 7 ມີນາ ຜ່ານມາ, ຢູ່ສຳນັກງານລັດຖະບານນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບສະພາໃຫ້ຄຳປຶກສາດ້ານນະໂຍບາຍ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມເດືອນກຸມພາ ແລະ 2 ເດືອນຕົ້ນປີ 2026.
ລາຄາອາຍແກ໊ສທຳມະຊາດຢູ່ເອີຣົບ ເພີ່ມຂຶ້ນ 60%

ລາຄາອາຍແກ໊ສທຳມະຊາດຢູ່ເອີຣົບ ເພີ່ມຂຶ້ນ 60%

ຂ່າວສານຊີອາໄອລາຍງານວ່າ: ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ລາຍງານວ່າ, ໃນວັນທີ 4 ມີນາ ຜ່ານມາ ລາຄາອາຍແກ໊ສທຳມະຊາດທີ່ຊື້-ຂາຍລ່ວງໜ້າຢູ່ເອີຣົບ ໄດ້ບຸກທະລຸ 56 ເອີໂຣຕໍ່ເມກາວັດໂມງ ຊຶ່ງເປັນການສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ສ້າງສະຖິິຕິສູງສຸດຄັ້ງໃໝ່ໃນຮອບ 3 ປີ ກວ່າຜ່ານມາ.
ວິກິດການຕາເວັນອອກາງ ໄດ້ສັ່ນສະເທືອນອຸດສາຫະກຳທ່ອງທ່ຽວ

ວິກິດການຕາເວັນອອກາງ ໄດ້ສັ່ນສະເທືອນອຸດສາຫະກຳທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຂໍ້ຂັດແຍ່ງທີ່ເພີ່ມຂຶ້ນລະຫວ່າງສະຫະລັດ ອາເມຣິກາ, ອິສຣາແອນ ແລະ ອີຣານ ກຳລັງສັ່ນສະເທືອນອຸດສາຫະກຳທ່ອງທ່ຽວໃນຕາເວັນອອກກາງ ຊຶ່ງສ້າງລາຍຮັບປະມານ 367 ຕື້ໂດລາຕໍ່ປີແລະ ສົ່ງຜົນກະທົບໂດຍກົງຕໍ່ພາບພົດຂອງພາກພື້ນໃນຖານະເປັນຈຸດໝາຍປາຍທາງທີ່ປອດໄພ ແລະ ມີລະດັບພຣີມຽມ, ຫຼັງຈາກການລົງທຶນຈຳນວນຫຼວງຫຼາຍໃນໄລຍະຫຼາຍປີທີ່ຜ່ານມາ ຕັ້ງແຕ່ ອາບູ ດາບີ ເຖິງ ດູໄບ.
ຂະໜາດອຸດ​ສາ​ຫະ​ກຳໃນ​ຂົງເຂດປັນ​ຍາ​ປະ​ດິດ​ຂອງ​ຈີນ​ ມີມູນ​ຄ່າຫຼາຍກວ່າ 1,200 ຕື້ຢ​ວນ

ຂະໜາດອຸດ​ສາ​ຫະ​ກຳໃນ​ຂົງເຂດປັນ​ຍາ​ປະ​ດິດ​ຂອງ​ຈີນ​ ມີມູນ​ຄ່າຫຼາຍກວ່າ 1,200 ຕື້ຢ​ວນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 5 ມີ​ນາ ຜ່ານມາ​ນີ້, ທ່ານ ຫຼີ​ເລີ​ເສິງ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ຈີນ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 14 ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ປີ 2025, ຂະ​ໜາດ​ອຸດ​ສາ​ຫະ​ກຳ​ແກນ​ກາງ​ໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ​ຂອງ​ຈີນ​ມີມູນ​ຄ່າຫຼາຍກວ່າ 1,200 ຕື້ຢ​ວນ ແລະ ມີ​ວິ​ສາ​ຫະ​ກິດຫຼາຍກວ່າ 6,200 ແຫ່ງ. ​​ຈຳ​ນວນ​ດາວ​ໂຫຼດແບບຈຳ​ລອງຂະ​ໜາດ​ໃຫຍ່​ແບບ​ເປີດຂອງວິ​ສາ​ຫະ​ກິດ​ຈີນ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ນັບ​ມາ​ຮອດ​ທ້າຍ​ປີ 2025, ອັດ​ຕາ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປັນ​ຍາ​ປະ​ດິດ​​ຂອງ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂະ​ໜາດ​ໃຫຍ່​ມີຫຼາຍກວ່າ 30%. ໜຶ່ງ​ປີ​ຜ່ານ​ມາ, ວິ​ສາ​ຫະ​ກິດ​ຈີນ​ໄດ້​ນຳ​ສະ​ເໜີ​ຫຸ່ນ​ຍົນ​ມະ​ນຸດ 300 ກວ່າ​​ລຸ້ນ ແລະ ​ກວມຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​​ຈຳ​ນວນ​ທັງ​ໝົດ​ທົ່ວໂລກ.
ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກຳມະການຮ່ວມມື ອາຊຽນ - ອັງກິດ ຄັ້ງທີ 5

ຫວຽດນາມ ເປັນປະທານຮ່ວມກອງປະຊຸມຄະນະກຳມະການຮ່ວມມື ອາຊຽນ - ອັງກິດ ຄັ້ງທີ 5

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 5 ມີນາ ຜ່ານມາວ່າ: ກອງປະຊຸມຄະນະກຳມະການຮ່ວມມືອາຊຽນ - ອັງກິດ ຄັ້ງທີ 5, ໂດຍຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳອາຊຽນ ເປັນປະທານຮ່ວມກັບຄະນະຜູ້ຕາງໜ້າ ອັງກິດ ຢູ່ ອາຊຽນ ປະຈຳນະຄອນຈາກາຕາ ປະເທດອິນໂດເນເຊຍ ໄດ້ດຳເນີນໃນວັນທີ 4 ມີນາ ຜ່ານມາ. ກອງປະຊຸມແມ່ນໂອກາດເພື່ອໃຫ້ ອາຊຽນ ແລະ ອັງກິດ ສະຫຼຸບໝາກຜົນການຮ່ວມມືໃນໄລຍະ 5 ປີຜ່ານມາ, ກຳນົດທິດທາງຊຸກຍູ້ການຮ່ວມມືໃນໄລຍະຕໍ່ໄປ.
ຄ່າຂົນສົ່ງນ້ຳມັນຈາກຕາເວັນອອກກາງ ເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ

ຄ່າຂົນສົ່ງນ້ຳມັນຈາກຕາເວັນອອກກາງ ເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ

ຂ່າວຕ່າງປະເທດລາຍງານໃນວັນທີ 3 ມີນາ ຜ່ານມາວ່າ: ສະຖານະການໃນຕາເວັນອອກກາງໄດ້ເຮັດໃຫ້ຄ່າຂົນສົ່ງນ້ຳມັນເພີ່ມຂຶ້ນສູ່ລະດັບສູງສຸດເປັນປະຫວັດການ. ໂດຍຂໍ້ມູນຈາກ LSEG ຊີ້ໃຫ້ເຫັນວ່າ: ຫຼັງຈາກເກີດຄວາມຂັດແຍ່ງລະຫວ່າງສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ ເພີ່ມທະວີຄວາມຮຸ່ນແຮງຂຶ້ນ, ເຮັດໃຫ້ອີຣານ ຂົ່ມຂູ່ຈະໂຈມຕີເຮືອທີ່ຜ່ານຊ່ອງແຄບຮໍມຸສ.
ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ເປີດຂຶ້ນຢູ່ນະຄອນຫຼວງປັກກິ່ງ

ຂ່າວສານຊີອາໄອລາຍງານວ່າ: ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ເປີດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ໃນເວລາ 9:00 ໂມງ ຂອງວັນທີ 5 ມີນານີ້. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍຜູ້ນໍາພັກ-ລັດຂອງຈີນຫຼາຍທ່ານໄດ້ເຂົ້າຮ່ວມພິທີເປີດກອງປະຊຸມດັ່ງກ່າວ.
ຫວຽດນາມ ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່

ຫວຽດນາມ ເລີ່ມປະຕິບັດໜ້າທີ່ໃຫຍ່ຂອງພັກໃນໄລຍະໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ມີນາ ຜ່ານມາ ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບໜ່ວຍຮຽບຮຽງສະຫຼຸບ 100 ປີແຫ່ງວັນພັກນຳພາການປະຕິວັດ ຫວຽດນາມ ແລະ 40 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ.
ເດືອນມັງກອນ ອັດຕາການວາງງານຂອງຍີ່ປຸ່ນເພີ່ມຂຶ້ນເປັນ 2.7%

ເດືອນມັງກອນ ອັດຕາການວາງງານຂອງຍີ່ປຸ່ນເພີ່ມຂຶ້ນເປັນ 2.7%

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ກຸມພາ ຜ່ານມາວ່າ: ກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ເປີດເຜີຍວ່າ, ອັດຕາການວ່າງງານໃນເດືອນມັງກອນຜ່ານມາເພີ່ມຂຶ້ນເປັນ 2.7% ຈາກ 2.6% ໃນເດືອນກ່ອນໜ້າ ຊຶ່ງເປັນການເພີ່ມຂຶ້ນຄັ້ງທຳອິດໃນຮອບ 5 ເດືອນ. ເນື່ອງຈາກມີແຮງງານຈຳນວນຫຼາຍຕັດສິນໃຈລາອອກຈາກວຽກເກົ່າເພື່ອຫາວຽກໃໝ່ທີ່ດີກວ່າເກົ່າ.
ເພີ່ມເຕີມ