ທ່ານ ສຸພະເລັດ ກ່າວວ່າ: ກຳປູເຈຍມີຄວາມມຸ່ງໝັ້ນທີ່ຈະຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ 55% ພາຍໃນປີ 2035 ແລະ ບັນລຸຄວາມເປັນກາງຂອງກາກບອນພາຍໃນປີ 2050 ພາຍໃຕ້ເປົ້າໝາຍການປະກອບສ່ວນທີ່ກຳນົດໄວ້ໃນລະດັບຊາດ (NDC). ທ່ານເນັ້ນໜັກວ່າ: ລັດຖະບານກຳປູເຈຍບໍ່ສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້ໂດຍລຳພັງ; ເນື່ອງຈາກຄວາມສຳເລັດຕ້ອງອາໄສການມີສ່ວນຮ່ວມຢ່າງຕັ້ງໜ້າຂອງພາກເອກະຊົນ, ຄູ່ຮ່ວມພັດທະນາ, ສັງຄົມ, ສະຖາບັນການສຶກສາ, ຊຸມຊົນ ແລະ ພົນລະເມືອງທຸກຄົນ.
ນອກຈາກນັ້ນ, ທ່ານ ສຸພະເລັດ ໄດ້ຮຽກຮ້ອງໃຫ້ພາກທຸລະກິດລົງທຶນໃນເຕັກໂນໂລຊີທີ່ສະອາດ, ອຸດສາຫະກຳຕ່າງໆຫັນມາດຳເນີນການຜະລິດທີ່ຍືນຍົງ ແລະ ຊຸມຊົນປັບໃຊ້ວິທີການຈັດຕັ້ງປະຕິບັດທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດ ລ້ອມ ແລະ ປະຊາຊົນສະໜັບສະໜູນການຫັນປ່ຽນໄປສູ່ອະນາຄົດທີ່ມີກາກບອນຕ່ຳ.
ຍິ່ງໄປກວ່ານັ້ນ, ຂໍ້ມູນຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງກຳປູເຈຍຊີ້ໃຫ້ເຫັນວ່າ: ລະຫວ່າງປີ 2021 ຫາ ເດືອນມີນາ 2026, ກຳປູເຈຍໄດ້ຈົດທະບຽນລົດໄຟຟ້າທັງໝົດ 11,656 ຄັນ. ໃນນັ້ນລວມມີລົດຈັກໄຟຟ້າ 3,832 ຄັນ ແລະ ລົດສາມລໍ້ໄຟຟ້າ 722 ຄັນ.
ຄໍາເຫັນ