ກຳປູເຈຍ-ລາວ-ຫວຽດນາມປຶກສາຫາລືການຮ່ວມມືດ້ານເສດຖະກິດວັດທະນະທໍາ-ສັງຄົມຢູ່ສາມຫຼ່ຽມພັດທະນາ 

ກຳປູເຈຍ-ລາວ-ຫວຽດນາມປຶກສາຫາລືການຮ່ວມມືດ້ານເສດຖະກິດວັດທະນະທໍາ-ສັງຄົມຢູ່ສາມຫຼ່ຽມພັດທະນາ 
ກອງປະຊຸມກ່ຽວກັບວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ ນີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດຂອງ ກຳປູເຈຍ-ລາວ-ຫວຽດນາມ (CLV) ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ກວມລວມ” ໃນນີ້ຝ່າຍລາວ ກໍໄດ້ສະເໜີແລກປ່ຽນບາງບັນຫາ ກ່ຽວກັບສະພາແຫ່ງຊາດຂອງ 3 ປະເທດ ແລະ ຂະແໜງການກ່ຽວຂ້ອງ ເພື່ອໃຫ້ວຽກງານດັ່ງກ່າວ ຢູ່ສາມຫຼ່ຽມພັດທະນາ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົົນດີຂຶ້ນ.
    ກອງປະຊຸມດັ່ງກ່າວ, ເປັນຫົວຂໍ້ກອງປະຊຸມຍ່ອຍທີ 2 ຈາກຫົວຂໍ້ຫຼັກຂອງກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1ໂດຍການເປັນປະທານຮ່ວມຂອງ ທ່ານ ຊຽງ ວອນປະທານກຳມາທິການການເສດຖະກິດ, ການເງິນ, ການທະນາຄານ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ, ທ່ານ ຫວູ ຮວາງ ແທັງ ປະທານກຳມາທິການເສດຖະກິດສະພາແຫ່ງຊາດ ສສ ຫວຽດນາມ, ທ່ານລິນຄໍາ ດວງສະຫວັນກໍາມະການຄະນະປະຈໍາປະທານກໍາມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ນາງ ທຸມມາລີ ວົງພະຈັນກຳມະການຄະນະປະຈຳສະພາແຫ່ງຊາດປະທານກຳມາທິການວັດທະນະທຳ-ສັງຄົມໄດ້ຕາງໜ້າຝ່າຍລາວມີຄໍາເຫັນ ຊຶ່ງໄດ້ໃຫ້ຮູ້ວ່າ: ຄຽງຄູ່ກັບດ້ານດີ ແລະ ຜົນສຳເລັດໃນໄລຍະຜ່ານມາ ວຽກງານເສດຖະກິດ, ວັດທະນະທໍາ-ສັງຄົມຢູ່ສາມຫຼ່ຽມພັດທະນາ ກໍຍັງມີຂໍ້ຫຍຸ້ງຍາກຈໍານວນໜຶ່ງ ທີ່ພວກເຮົາຈະໄດ້ສືບຕໍ່ຮ່ວມກັນປັບປຸງແກ້ໄຂ ເປັນຕົ້ນ:1) ຂອດການປະສານງານ ລະຫວ່າງ ລັດຖະບານ 3 ປະເທດ ແລະ ສະພາແຫ່ງຊາດ,ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໂລ່ງລ່ຽນ, ລະບຽບການ ແລະ ນິຕິກໍາ ໃນການຄຸ້ມຄອງການເຂົ້າ-ອອກ ຂອງປະຊາຊົນ, ພາຫະນະ ແລະ ສິນຄ້າຜ່ານແດນຍັງບໍ່ສອດຄ່ອງແລະ ກົມກຽວກັນ;2) ແຫຼ່ງທຶນ ໃນການລົງທຶນ ແລະ ການພັດທະນາໃນເຂດສາມຫຼ່ຽມພັດທະນາ ຍັງມີຈຳກັດ;3) ພື້ນຖານໂຄງລ່າງຍັງບໍ່ທັນເອື້ອອຳນວຍຄວາມສະດວກດີເທົ່າທີ່ຄວນ.ສິ່ງທີ່ກ່າວມານັ້ນ, ຍັງເປັນອຸປະສັກເຮັດໃຫ້ການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືໃນເຂດສາມຫຼ່ຽມພັດທະນາ ຍັງບໍ່ທັນໄດ້ຮັບໝາກຜົນດີເທົ່າທີ່ຄວນ ແລະ ການຄ້າຊາຍແດນຂອງບັນດາແຂວງ ໃນເຂດສາມຫຼ່ຽມພັດທະນາ ຍັງບໍ່ທັນໄດ້ຮັບການສົ່ງເສີມເທົ່າທີ່ຄວນ.
    ເພື່ອເປັນການສ້າງພື້ນຖານ ແລະ ເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ
ໃນຂົງເຂດເສດຖະກິດ ແລະ ວັດທະນະທຳ-ສັງຄົມ ຢູ່ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນດີຂຶ້ນນັ້ນ, ຝ່າຍລາວ ກໍໄດ້ສະເໜີແລກປ່ຽນບາງບັນຫາ ດັ່ງນີ້:
ສະພາແຫ່ງຊາດ ຂອງສາມປະເທດ ພວກເຮົາ ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະບັນດາຂໍ້ລິເລີ່ມດ້ານການພັດທະນາ ທີ່ລັດຖະບານທັງສາມປະເທດ ໄດ້ລົງນາມຮ່ວມກັນຢ່າງແຂງແຮງ;ຮ່ວມກັນເກັບກຳບັນຫາ, ຂໍ້ຫຍຸ້ງຍາກ ແລະ ຄຳສະເໜີ ຂອງປະຊາຊົນ ເພື່ອນຳສະເໜີຕໍ່ລັດຖະບານຂອງສາມປະເທດ ນຳໄປຄົ້ນຄວ້າ ພິຈາລະນາແກ້ໄຂ ແລະ ຈັດຕັ້ງປະຕິບັດ;ສົ່ງເສີມ, ສ້າງກິດຈະກໍາຮ່ວມກັນ ເປັນຕົ້ນການແລກປ່ຽນຂໍ້ມູນ-ຂ່າວສານ, ການຈັດຕະຫຼາດວາງສະແດງສິນຄ້າ, ແລກປ່ຽນກິດຈະກໍາທາງດ້ານສີລະປະ, ກິລາ ແລະ ອື່ນໆ ເພື່ອຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີ ຮັກແພງ ທີ່ມີມູນເຊື້ອ ລະຫວ່າງ ປະຊາຊົນດ້ວຍກັນ ໂດຍສະເພາະ ຄົນຮຸ່ນໜຸ່ມ ຢູ່ໃນເຂດສາມຫຼ່ຽມພັດທະນາ;ຊຸກຍູ້ ໃຫ້ມີການສົ່ງເສີມ ແລະ ການແລກປ່ຽນ ຄວາມຮູ້, ປະສົບການ, ເຕັກນິກວິຊາການ,ຊ່ຽວຊານສະເພາະດ້ານ, ການສຶກສາ ແລະ ການຝຶກອົບຮົມເຕັກນິກວິຊາຊີບ, ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ໃນຂົງເຂດທີ່ກ່ຽວຂ້ອງ ລະຫວ່າງ ແຂວງ ໃນເຂດສາມຫຼ່ຽມພັດທະນາ.
ພ້ອມນີ້, ກໍໄດ້ສະເໜີໃຫ້ຂະແໜງການກ່ຽວຂ້ອງ ຂອງລັດຖະບານສາມປະເທດສືບຕໍ່ເພີ່ມທະວີການຊຸກຍູ້, ສົ່ງເສີມ ແລະ ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນ ໃນເຂດສາມຫຼ່ຽມພັດທະນາ ເພື່ອເປັນການຂະຫຍາຍ ການຜະລິດ ແລະການບໍລິການ, ສົ່ງເສີມເສດຖະກິດ, ການຄ້າ-ການລົງທຶນ, ການສຶກສາ, ສາທາລະນະສຸກ,ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນ, ພ້ອມດຽວກັນນັ້ນ ກໍໃຫ້ເຊື່ອມສານເປົ້າໝາຍຂອງແຜນແມ່ບົດ ແລະ ແຜນປະຕິບັດງານ ເຂດສາມຫຼ່ຽມພັດທະນາເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ຈັດສັນງົບປະມານຂອງລັດເຂົ້າໃນການພັດທະນາເຂດດັ່ງກ່າວ;ພັດທະນາໂຄງລ່າງພື້ນຖານ, ການຄົມມະນາຄົມ, ຕະຫຼາດຊຸມຊົມ ແລະ ການສະໜັບສະໜູນ ສິ່ງອຳນວຍຄວາມສະດວກອື່ນໆ ຕາມບໍລິເວນຊາຍແດນ ຂອງສາມປະເທດ ເປັນຕົ້ນການປັບປຸງ ແລະ ຍົກລະດັບດ່ານສາກົນ ເພື່ອອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າຜ່ານແດນ ແລະ ການໄປມາຫາສູ່ຂອງປະຊາຊົນ;ຊຸກຍູ້ການປົກປັກຮັກສາ ຊັບພະຍາກອນທໍາມະຊາດ, ລະບົບນິເວດທຳມະຊາດ ແລະ ຊີວະນາໆພັນທາງທຳມະຊາດ ພ້ອມທັງຊຸກຍູ້ການພັດທະນາ, ນໍາໃຊ້ແບບຍືນຍົງ ແລະ ຮັບປະກັນປະສິດທິຜົນສູງສຸດ ພາຍໃນແຂວງ ຂອງເຂດສາມຫຼ່ຽມພັດທະນາ.
(ຂ່າວ: ສຸກສະຫວັນ, ພາບ: ເກດສະໜາ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ເພີ່ມເຕີມ