ການາດາກຳລັງຍົກລະດັບຄວາມປອດໄພຂອງປະຊາຊົນ ແລະ ເສີມສ້າງຄວາມພ້ອມໃນການຮັບມືກັບເຫດການສຸກເສີນ ແລະ ຊ່ວຍໃຫ້ປະຊາຊົນມີເວລາຫຼາຍຂຶ້ນໃນການກຽມຮັບມືກັບສະພາບອາກາດທີ່ຮຸນແຮງຜ່ານການນຳໃຊ້ AI ຍຸດທະສາດ ຊຶ່ງໂມເດລ AI ຈະຮຽນຮູ້ພຶດຕິກຳຂອງຊັ້ນບັນຍາກາດໂດຍຜ່ານການວິເຄາະຂໍ້ມູນຍ້ອນຫຼັງຫຼາຍທົດສະວັດໃນທົ່ວທະວີບພາຍໃນສອງສາມນາທີ ແລະ ສາມາດພະຍາກອນສະພາບອາກາດທີ່ຮຸນແຮງເຊັ່ນ: ລົມພັດແຮງ ຫຼື ຄື້ນຄວາມຮ້ອນໄດ້ຖືກຕ້ອງຫຼາຍຂຶ້ນ.
ດ້ວຍໂມເດລແບບປະສົມປະສານໃໝ່ນີ້, ການພະຍາກອນອາກາດລ່ວງໜ້າ 6 ມື້ ຈະມີຄວາມຖືກຕ້ອງເທົ່າກັບການພະຍາກອນ 5 ມື້ໃນປັດຈຸບັນ, ພ້ອມທັງມີການປັບປຸງຄວາມຖືກຕ້ອງໃນວົງກວ້າງ ຊຶ່ງຈະຊ່ວຍໃຫ້ສາມາດຄາດຄະເນລະບົບສະພາບອາກາດທີ່ສຳຄັນໄດ້ໄວຂຶ້ນກວ່າເກົ່າຕັ້ງແຕ່ 8 ຊົ່ວໂມງຈົນເຖິງຫຼາຍກວ່າ 24 ຊົ່ວໂມງ.
ນັກວິທະຍາສາດ ແລະ ນັກອຸຕຸນິຍົມວິທະຍາຂອງກະຊວງດັ່ງກ່າວ ໄດ້ທົດສອບໂມເດລໄຮບຣິດນີ້ຢ່າງຕໍ່ເນື່ອງໃນໄລຍະປີທີ່ຜ່ານມາ, ໂດຍນຳໃຊ້ຮ່ວມກັບໂມເດລແບບແບບດັ້ງເດີມ ເພື່ອປະເມີນປະສິດທິພາບການພະຍາກອນອາກາດໃນການາດາ.
ຄໍາເຫັນ