ທີມຄົ້ນຄວ້າພົບວ່າ: ຜູ້ທີ່ເຄີຍປະສົບກັບການບາດເຈັບທີ່ສະໝອງມີຄະແນນຄວາມຜິດປົກກະຕິທາງອາລົມສູງກວ່າປົກກະຕິ, ຄວາມສົມບູນຂອງສານສີຂາວໃນຫຼາຍພື້ນທີ່ຂອງສະໝອງຫຼຸດລົງ, ຄວາມຮູ້ສຶກຂອງກິ່ນຫຼຸດລົງ ແລະ ມີການປ່ຽນແປງຂອງລະບົບປະສາດອັດຕະໂນມັດ ແລະ ລະບົບຍ່ອຍອາຫານ ເມື່ອທຽບກັບຜູ້ທີ່ບໍ່ມີການບາດເຈັບດັ່ງກ່າວ. ໂດຍອາການເຫຼົ່ານີ້ແມ່ນກ່ຽວຂ້ອງກັບຄວາມສ່ຽງທີ່ເພີ່ມຂຶ້ນຂອງການເປັນພະຍາດພາຣກິນສັນ ໃນພາຍຫຼັງ.
ນັກຄົ້ນຄວ້າກ່າວວ່າ: ການທົດລອງ ຊຶ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ຄົນ, ໂດຍມີຈຸດປະສົງເພື່ອກຳນົດກົນໄກທີ່ເພີ່ມຄວາມສ່ຽງຂອງການເປັນພະຍາດສະໝອງເສື່ອມ ຫຼື ພະຍາດພາຣກິນສັນ. ໂດຍນັກຄົ້ນຄວ້າລະບຸວ່າການບາດເຈັບທີ່ສະໝອງນັ້ນແມ່ນກ່ຽວຂ້ອງກັບພະຍາດສະໝອງເສື່ອມ 15% ແລະ ເຖິງແມ່ນວ່າການບາດເຈັບທີ່ສະໝອງພຽງຄັ້ງດຽວກໍສາມາດເພີ່ມຄວາມສ່ຽງຂອງການເປັນພະຍາດພາຣກິນສັນ ໄດ້ຫຼາຍກວ່າ 50%.
ຄໍາເຫັນ