ການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວໃນບຸນກຸດຈີນ ຕ້ອນຮັບກະແສໃໝ່ແບບ “ສວນກະແສ”

ການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວໃນບຸນກຸດຈີນ ຕ້ອນຮັບກະແສໃໝ່ແບບ “ສວນກະແສ”

ການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວໃນບຸນກຸດຈີນ ຕ້ອນຮັບກະແສໃໝ່ແບບ “ສວນກະແສ”
“ລົດຕິດຢູ່ທົ່ວທຸກແຫ່ງ” ໃນໄລຍະບຸນກຸດຈີນປີນີ້, ຄໍາເວົ້ານີ້ກາຍເປັນຄວາມໃນໃຈຂອງຄົນທັງຫຼາຍ. ແນວໃດກໍຕາມ, ຢູ່ເບື້ອງຫຼັງສະພາບຄວາມແອອັດຂອງຂະບວນຄົນ ແລະ ລົດຢູ່ທ້ອງຖິ່ນຕ່າງໆຂອງຈີນແມ່ນການເຕີບໂຕຢ່າງຄຶກຄື້ນຂອງການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວຢ່າງທົ່ວເຖິງຂອງຈີນ. ນອກຈາກຕົວເມືອງໃຫຍ່ທີ່ມີຊື່ສຽງດ້ານວັດທະນະທໍາ ແລະ ການທ່ອງທ່ຽວແລ້ວ, ປີນີ້ຕົວເມືອງນ້ອຍທີ່ບໍ່ເປັນທີ່ຮູ້ຈັກໃນເມື່ອກ່ອນຂອງຈີນ ເຊັ່ນ: ນະຄອນສົງໂຈ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ, ນະຄອນພູເອີ ແຂວງຢຸນນານ, ນະຄອນຈ່າງໂຈ່ວ ແຂວງຟູຈ້ຽນ, ນະຄອນຄາຍເຟີງ ແຂວງເຫີນານ ແລະ ນະຄອນເຕ້ຈິວ ແຂວງກວາງຕຸ້ງ ເປັນຕົ້ນ ໄດ້ກາຍເປັນ “ມ້າມືດ” ໃນດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ເຮັດໃຫ້ມີປະກົດການທີ່ນັກທ່ອງທ່ຽວຈາກຕົວເມືອງໃຫຍ່ຊັ້ນ 1 ໄປຫຼິ້ນບຸນກຸດຈີນຢູ່ຕົວເມືອງນ້ອຍແບບ “ສວນກະແສ” ຈົນກາຍເປັນກະແສໃໝ່.
ການບລໂພກດານວດທະນະທາ ແລະ ການທອງທຽວໃນບນກດຈນ ຕອນຮບກະແສໃໝແບບ “ສວນກະແສ” - image 1
 

 

ຄວາມຄຶກຄື້ນຂອງການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວມີພື້ນຖານມາຈາກການທີ່ຊີວິດການເປັນຢູ່ຂອງປະຊາຊົນຈີນໄດ້ຮັບການຍົກລະດັບດີຂຶ້ນຢ່າງຕໍ່ເນື່ອງ. ທຸກມື້ນີ້, ການທ່ອງທ່ຽວໄດ້ສະຫຼັດຖານະທີ່ເປັນ “ການບໍລິໂພກທາງເລືອກ” ມາແຕ່ດົນແລ້ວ, ຫາກໄດ້ກາຍເປັນຄວາມຕ້ອງການອັນຈໍາເປັນໃນຊີວິດປະຈໍາວັນສໍາລັບປະຊາຊົນນັບມື້ນັບຫຼາຍຂຶ້ນໃນຖານະທີ່ເປັນສື່ສໍາຄັນໃນການຕອບສະໜອງຄວາມຕ້ອງການດ້ານຈິດໃຈທີ່ມີລະດັບສູງ. ເມື່ອເບິ່ງຈາກໂຕເລກຂໍ້ມູນແລ້ວ, ປີ 2006, ຈໍານວນການເດີນທາງໄປທ່ອງທ່ຽວຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດຂອງຈີນໂດຍສະເລ່ຍແລ້ວຫຼາຍກວ່າ 1 ຄັ້ງເປັນເທື່ອທໍາອິດ; ມາຮອດປີ 2011 ຫຼາຍກວ່າ 2 ຄັ້ງ, ປີ 2015 ຫຼາຍກວ່າ 3 ຄັ້ງ, ຂະນະທີ່ປີ 2018 ຫຼາຍກວ່າ 4 ຄັ້ງ. ມາຮອດປີ 2024, ຈໍານວນນັກທ່ອງທ່ຽວພາຍໃນປະເທດຈີນມີເຖິງ 5 ຕື້ 600 ລ້ານເທື່ອຄົນ ໂດຍໄດ້ປະກອບສ່ວນ 40% ຂອງຈໍານວນນັກທ່ອງທ່ຽວຂອງໂລກ ພ້ອມທັງສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາຂອງຕະຫຼາດການບໍລິໂພກທີ່ເຂັ້ມແຂງຂອງຈີນ.

ການບລໂພກດານວດທະນະທາ ແລະ ການທອງທຽວໃນບນກດຈນ ຕອນຮບກະແສໃໝແບບ “ສວນກະແສ” - image 2
 

ເຫດຜົນທີ່ຕົວເມືອງນ້ອຍໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງນັ້ນ, ອັນທໍາອິດເປັນຍ້ອນການກັບຄືນສູ່ຄວາມມີເຫດຜົນໃນຄວາມຄິດຂອງຜູ້ບໍລິໂພກກ່ຽວກັບການເດີນທາງໄປທ່ອງທ່ຽວ. ເຂົາເຈົ້າບໍ່ພໍໃຈກັບການທ່ອງທ່ຽວແບບ “ເຊັກອິນ” ຫຼື ເປັນການຖ່າຍຮູບຢືນຢັນສະຖານທີ່ອີກຕໍ່ໄປ, ຫາກຫັນໄປສະແຫວງຫາປະສົບການຈາກການທ່ອງທ່ຽວແບບຜ່ອນຄາຍ, ແທ້ຈິງ ແລະ ມີຄວາມອົບອຸ່ນ. ຕົວເມືອງນ້ອຍມີຈັງຫວະການດໍາລົງຊີວິດແບບສະບາຍໆ, ລາຄາສິນຄ້າເປັນມິດຕໍ່ຜູ້ບໍລິໂພກ ແລະ ມີບັນຍາກາດອົບອຸ່ນ, ນັກທ່ອງທ່ຽວສາມາດຫັນການທ່ອງທ່ຽວເປັນການດໍາລົງຊີວິດໂດຍຜ່ານການເລາະຕະຫຼາດ, ກິນເຂົ້າຢູ່ຮ້ານເຈົ້າເກົ່າ, ສໍາຜັດກັບຮີດຄອງປະເພນີ ແລະ ພັກຢູ່ເຮືອນພັກແບບພື້ນເມືອງຢູ່ຕົວເມືອງນ້ອຍ, ສິ່ງເຫຼົ່ານີ້ສາມາດຕອບສະໜອງຄວາມປາຖະໜາຂອງຄົນໃນຍຸກປັດຈຸບັນທີ່ມີຕໍ່ “ຈັງຫວະການດໍາລົງຊີວິດແບບຊ້າລົງ”.

ການພັດທະນາແບບກ້າວກະໂດດຂອງການສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມໄດ້ສະໜອງສິ່ງຄໍ້າປະກັນທີ່ໜັກແໜ້ນໃຫ້ແກ່ການ “ຫຼິ້ນບຸນກຸດຈີນແບບສວນກະແສ”. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຈີນໄດ້ສ້າງເຄືອຂ່າຍທາງລົດໄຟຄວາມໄວສູງທີ່ມີຂະໜາດໃຫຍ່ກວ່າໝູ່ ແລະ ມີຄວາມທັນສະໄໝກວ່າໝູ່ໃນໂລກ, ເຮັດໃຫ້ບ່ອນທີ່ຫ່າງໄກສອກຫຼີກ ແລະ ໄປເຖິງຍາກໃນເມື່ອກ່ອນກາຍເປັນບ່ອນທີ່ສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍໃນປັດຈຸບັນ. ຍົກຕົວຢ່າງຄືເຂດແຄວ້ນຢູ່ທາງພາກໃຕ້ຂອງແຂວງຟູຈ້ຽນ ແລະ ທາງພາກຕາເວັນອອກຂອງແຂວງກວາງຕຸ້ງ, ສໍາລັບການເດີນທາງໄປທ່ອງທ່ຽວຈາກນະຄອນຊວນໂຈ່ວຜ່ານນະຄອນເຊ້ຍເໝີນ ນະຄອນຈ່າງໂຈ່ວ ໄປຮອດນະຄອນເຕ້ຈິວ ແລະ ນະຄອນຊົວເຖົາແລ້ວ, ເວລາການເດີນທາງດ້ວຍລົດໄຟຄວາມໄວສູງລະຫວ່າງນະຄອນເຫຼົ່ານີ້ລ້ວນແຕ່ບໍ່ເກີນ 1 ຊົ່ວໂມງ ເຮັດໃຫ້ຄວາມປາຖະໜາອັນດີງາມແບບ “ຫຍໍ້ເວລາເດີນທາງ ແລະ ເພີ່ມເວລາທ່ອງທ່ຽວ” ໄດ້ກາຍເປັນຄວາມຈິງ.

ການບລໂພກດານວດທະນະທາ ແລະ ການທອງທຽວໃນບນກດຈນ ຕອນຮບກະແສໃໝແບບ “ສວນກະແສ” - image 3
 

ຄວາມຈິງໃຈຂອງຕົວເມືອງນ້ອຍເປັນຂໍກຸນແຈອັນສໍາຄັນໃນການດຶງດູດນັກທ່ອງທ່ຽວ. ໃນທ້າຍເດືອນມັງກອນຜ່ານມານີ້, ພາກສ່ວນວັດທະນະທໍາ ແລະ ທ່ອງທ່ຽວຂອງຈີນໄດ້ປະສານສົມທົບກັບທ້ອງຖິ່ນຕ່າງໆເປີດກິດຈະກໍາ “ເດືອນບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວໃນບຸນກຸດຈີນ” ໂດຍຈະດໍາເນີນໄປຮອດຕົ້ນເດືອນມີນາ ແລະ ຈະອອກເງິນອຸດໜູນການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວຫຼາຍກວ່າ 360 ລ້ານຢວນ, ພ້ອມທັງໄດ້ຈັດກິດຈະກໍາດ້ານວັດທະນະທໍາ ແລະ ການທ່ອງທ່ຽວຕ່າງໆປະມານ 30,000 ຄັ້ງຄວບຄູ່ກັບການອອກມາດຕະການຕ່າງໆ ເຊັ່ນ: ຫຼຸດລາຄາ ຫຼື ຍົກເວັ້ນປີ້ເຂົ້າຊົມ ແລະ ຫຼຸດລາຄາປີ້ເຂົ້າຊົມຮ່ວມ ເປັນຕົ້ນ. ນອກຈາກໃຫ້ຜົນປະໂຫຍດດ້ານການບໍລິໂພກແລ້ວ, ບັນດາຕົວເມືອງນ້ອຍຂອງຈີນຍັງໄດ້ຂຸດຄົ້ນແກ່ນແທ້ຂອງວັດທະນະທໍາພື້ນເມືອງຢ່າງເລິກເຊິ່ງ ໂດຍໄດ້ນໍາສະເໜີກິດຈະກໍາທີ່ສະແດງໃຫ້ເຫັນເຖິງຮີດຄອງປະເພນີທີ່ມີເອກະລັກພິເສດຂອງທ້ອງຖິ່ນຕົນ ເຊັ່ນ: ການແຫ່ຂະບວນໂຄມໄຟຮູບຊົງປາຢູ່ເມືອງຫຸ່ຍໂຈ່ວແຂວງອ່ານຫຸ່ຍ, ການສະແດງກາຍະສິນຢູ່ແຂວງກ່ານຊູ້, ງານວາງສະແດງໂຄມໄຟຢູ່ນະຄອນຈື້ກົ້ງແຂວງເສສວນ, ການແຕ່ງໂຕ ແລະ ນຸ່ງຊຸດລາຊະວົງຊົ້ງທີ່ຫ່າງຈາກຍຸກປັດຈຸບັນ 800 ປີຢູ່ນະຄອນຄາຍເຟີງ ແຂວງເຫີນານ ເປັນຕົ້ນ ເຮັດໃຫ້ນັກທ່ອງທ່ຽວສໍາຜັດກັບມົນສະເໜ່ຂອງວັດທະນະທໍາພື້ນເມືອງຢູ່ທ່າມກາງການເຂົ້າຮ່ວມກິດຈະກໍາຢ່າງເລິກເຊິ່ງ.

ການບລໂພກດານວດທະນະທາ ແລະ ການທອງທຽວໃນບນກດຈນ ຕອນຮບກະແສໃໝແບບ “ສວນກະແສ” - image 4
 

ການທີ່ວັດທະນະທໍາ ແລະ ການທ່ອງທ່ຽວຢູ່ຕົວເມືອງນ້ອຍໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງ ຍິ່ງສະແດງໃຫ້ເຫັນເຖິງສະພາບການອັນໃໝ່ອ່ຽມຂອງການພັດທະນາທີ່ມີຄຸນນະພາບສູງສໍາລັບອຸດສາຫະກໍາວັດທະນະທໍາ ແລະ ການທ່ອງທ່ຽວຂອງຈີນອີກດ້ວຍ. ສາມາດຄາດຄະເນໄດ້ວ່າ: ຄຽງຄູ່ກັບພື້ນຖານໂຄງລ່າງໄດ້ຮັບການບູລະນະຢ່າງຕໍ່ເນື່ອງບວກກັບການສະໜອງການບໍລິການດ້ານວັດທະນະທໍາ ແລະ ການທ່ອງທ່ຽວໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ວິທີການຫຼິ້ນບຸນກຸດຈີນທີ່ມີຄວາມອົບອຸ່ນ, ມີຄຸນນະພາບ ແລະ ມີສາລະແບບນີ້ຈະກາຍເປັນທາງເລືອກຂອງນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ແລະ ຈະນໍາເອົາພະລັງທີ່ມີຊີວິດຊີວາດ້ານການພັດທະນາທີ່ຍືນຍົງ ແລະ ປອດໃສກວ່າເກົ່າມາໃຫ້ຕະຫຼາດດ້ານວັດທະນະທໍາ ແລະ ການທ່ອງທ່ຽວຂອງຈີນ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ