ການ​ຮ່ວມ​ມື​ລາວ-ຈີນ​​ ຜ່ານຮູບ​ເງົາ​ເລື່ອງ “ນາ​ຈາ”

ການ​ຮ່ວມ​ມື​ລາວ-ຈີນ​​ ຜ່ານຮູບ​ເງົາ​ເລື່ອງ “ນາ​ຈາ”

ການ​ຮ່ວມ​ມື​ລາວ-ຈີນ​​ ຜ່ານຮູບ​ເງົາ​ເລື່ອງ “ນາ​ຈາ”
ໃນຮູບເງົາເລື່ອງ “ນາຈາ 2” ທີ່ໄດ້ຮັບຄວາມນິຍົມຫຼາຍໃນຫວ່າງມໍ່ໆມານີ້, ຄໍາເວົ້າໜຶ່ງຂອງນາຈາຄື: “ຊາຕາຊີວິດຂອງເຮົາ ເຮົາເປັນຜູ້ກຳນົດ ບໍ່ແມ່ນຟ້າລິຂິດ” ໄດ້ເປັນສຽງສະທ້ອນຈາກດວງໃຈຂອງຜູ້ຊົມທີ່ນັບບໍ່ຖ້ວນ,
 ພາບພົດຂອງລາວທີ່ເປັນຄົນສາມາດບຸກທະລຸສິ່ງກີດຂວາງ ຫຼື ຄວາມຫຍຸ້ງຍາກໃນຊີວິດຢ່າງກ້າຫານນັ້ນໄດ້ເຂົ້າເຖິງຈິດໃຈຜູ້ຊົມຢ່າງເລິກເຊິ່ງ. ເມື່ອພວກເຮົາຫັນສາຍຕາຈາກເທບນິຍາຍໄປສູ່ການຮ່ວມມືລາວ-ຈີນກໍຈະໄດ້ເຫັນວ່າສອງເລື່ອງນີ້ມີສິ່ງຄ້າຍຄືກັນຢ່າງໜ້າອັດສະຈັນ. ໃນຮູບເງົາເລື່ອງ “ນາຈາ 2”, ຄຳເວົ້າ “ຖ້າຢູ່ຕໍ່ໜ້າບໍ່ມີທາງອອກ, ຂ້ອຍຈະຢຽບເສັ້ນທາງໃໝ່ອອກມາ” ໄດ້ເຮັດໃຫ້ຜູ້ຂຽນປະທັບໃຈທີ່ສຸດ. ການສ້າງສຳເລັດແລະເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ສ່ອງແສງເຖິງຈິດໃຈທາດແທ້ຂອງຄໍາເວົ້ານີ້. ປະເທດລາວຕັ້ງຢູ່ອາຊີຕາເວັນອອກສ່ຽງໃຕ້, ການພັດທະນາເສດຖະກິດ ຂອງປະເທດໃນສະໄໝກ່ອນແມ່ນຖືກຈຳກັດ ຍ້ອນຄວາມຫຍຸ້ງຍາກດ້ານຄົມມະນາຄົມ. ພາຍຫຼັງມາ, ສອງປະເທດຈີນ-ລາວໄດ້ເຊື່ອມໂຍງຍຸດທະສາດການພັດທະນາຢ່າງຕັ້ງໜ້າ, ຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນໄດ້ເຊື່ອມສານກັບຍຸດທະສາດ “ການຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດອ້ອມຂ້າງ ແລະ ພາກພື້ນ” ຂອງລາວຊຶ່ງໄດ້ຫັນປ່ຽນສະພາບຄວາມຫຍຸ້ງຍາກດ້ານຄົມມະນາຄົມຂອງປະເທດລາວ. ທາງລົດໄຟສາຍນີ້ເປັນ “ເສັ້ນທາງເງິນເສັ້ນທາງຄໍາ” ທີ່ເຊື່ອມຕໍ່ປະເທດລາວກັບໂລກ. ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 48 ລ້ານເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 54 ລ້ານໂຕນຊຶ່ງນອກຈາກໄດ້ຊ່ວຍຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ແລະ ການຄ້າເທົ່ານັ້ນ,ຫາກຍັງໄດ້ເພີ່ມພະລັງຂັບເຄື່ອນທີ່ແຂງແຮງຕໍ່ການພັດທະນາເສດຖະກິດແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ລວມເຖິງຄວາມກ້າວໜ້າຂອງສັງຄົມລາວ ຕື່ມອີກ. ຄຳວ່າ “ຊາຕາຊີວິດຂອງເຮົາ ເຮົາເປັນຜູ້ກຳນົດ ບໍ່ແມ່ນຟ້າລິຂິດ” ຂອງນາຈາໄດ້ສ່ອງແສງເຖິງຈິດໃຈທີ່ບຸກບືນສູ້ຊົນຢ່າງເປັນເຈົ້າການ, ຈິດໃຈແບບນີ້ກໍໄດ້ສ່ອງແສງໃຫ້ເຫັນໃນຂະບວນການຮ່ວມມືລະຫວ່າງຈີນ-ລາວເຊັ່ນດຽວກັນ. ໃນການຮ່ວມມືຈີນ-ລາວ,ຈີນໄດ້ປະຕິບັດຕາມແນວຄິດທີ່ “ສອນວິທີຫາປາ ດີກວ່າການໃຫ້ປາ” ໂດຍສຸມໃສ່ການຊ່ວຍເຫຼືອປະເທດລາວຍົກລະດັບຄວາມສາມາດໃນການພັດທະນາຢ່າງເປັນເຈົ້າການ. ຕົວຢ່າງ: ໂຄງການຕົວແບບການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກໄດ້ຈັດຕັ້ງບຸກຄົນທີ່ກ່ຽວຂ້ອງຂອງລາວມາເຂົ້າຮ່ວມຊຸດຝຶກອົບຮົມຢູ່ຈີນ ໂດຍອົບຮົມການຄຸ້ມຄອງໂຄງການຈໍານວນຫຼາຍຮ້ອຍເທື່ອຄົນ,ໄດ້ບຳລຸງສ້າງແລະຫຼໍ່ຫຼອມຜູ້ທີ່ມີຄວາມຮູ້ຄວາມສາມາດດ້ານການຄຸ້ມຄອງໂຄງການ ແລະ ມີແນວຄິດທັນສະໄໝດ້ານການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະເທດລາວ; ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟທີ່ຈີນຊ່ວຍເຫຼືອ ນອກຈາກເປັນວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ແຫ່ງທໍາອິດຢູ່ລາວ ຍັງເປັນວິທະຍາໄລເຕັກນິກ-ວິຊາຊີບການລົດໄຟແຫ່ງທຳອິດຢູ່ປະເທດອາຊີຕາເວັນອອກສ່ຽງໃຕ້ຊຶ່ງໄດ້ຊ່ວຍແກ້ໄຂບັນຫາທີ່ລາວບໍ່ມີໂຮງຮຽນອາຊີວະສຶກສາກ່ຽວກັບການລົດໄຟໃນເມື່ອກ່ອນ, ໄດ້ຊຸກຍູ້ການບຳລຸງສ້າງນັກວິຊາການກ່ຽວກັບທາງລົດໄຟຂອງລາວເປັນຈໍານວນຫຼາຍ; ໂຄງການກໍ່ສ້າງອາຄານ ໂຮງໝໍມະໂຫສົດຫຼັງໃໝ່ທີ່ຈີນຊ່ວຍເຫຼືອລາວໄດ້ຊ່ວຍອົບຮົມບຸກຄະລາກອນທາງການແພດໃຫ້ແກ່ລາວຢ່າງຕໍ່ເນື່ອງ. ຜູ້ມີຄວາມຮູ້ຄວາມສາມາດເຫຼົ່ານີ້ໄດ້ກາຍເປັນກຳລັງສຳຄັນໃນການຊຸກຍູ້ຄວາມກ້າວໜ້າຂອງສັງຄົມລາວ, ທັງປະກອບສ່ວນທາງດ້ານສະຕິປັນຍາແລະກຳລັງແຮງເຂົ້າໃນການສ້າງຄວາມທັນສະໄໝຂອງລາວ. ລໍ້ໄຟທີ່ນາຈາຢຽບລອຍກໍເປັນສັນຍະລັກແຫ່ງຄວາມໄວແລະກຳລັງແຮງ, ປັດຈຸບັນນີ້ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ ໄດ້ມີບົດບາດສໍາຄັນໃນການຊ່ວຍຂັບເຄື່ອນການພັດທະນາເສດຖະກິດນັບມື້ນັບພົ້ນເດັ່ນຂຶ້ນ. ໃນຊຸມປີມໍ່ໆມານີ້,ໃນຂົງເຂດສໍາຄັນຕົ້ນຕໍເຊັ່ນ: ເສດຖະກິດດີຈີຕອນ,ປັນຍາປະດິດ,ການສື່ສານດ້ວຍເຕັກນິກລະບົບ 5G ແລະອື່ນໆ, ຈີນແລະລາວກໍໄດ້ດຳເນີນການຮ່ວມມືຢ່າງຕັ້ງໜ້າ. ຫວ່າງບໍ່ດົນມານີ້, ຈີນແລະລາວໄດ້ເຊັນສັນຍາຢູ່ນະຄອນຫຼວງວຽງຈັນໂດຍຈະຮ່ວມກັນສ້າງສູນການຮ່ວມມືປະດິດສ້າງໃໝ່ດ້ານປັນຍາປະດິດລາວ-ຈີນ. ໂຄງການຮ່ວມມືນີ້ຈະສຸມໃສ່ດ້ານກະສິກຳແບບອັດສະລິຍະ, ການຄົມມະນາຄົມແບບອັດສະລິຍະແລະຂົງເຂດອື່ນໆ, ນຳໃຊ້ເຕັກນິກປັນຍາປະດິດເພື່ອຍົກສູງກຳລັງແຂ່ງຂັນດ້ານອຸດສາຫະກຳຂອງລາວ. ການຮ່ວມມືໃນການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຄືແນວນີ້ຄ້າຍຄືກັບລໍ້ໄຟຂອງນາຈາຊຶ່ງຈະເປັນການເພີ່ມພະລັງຂັບເຄື່ອນທີ່ເຂັ້ມແຂງເຂົ້າໃນການພັດທະນາຂອງລາວໃນອະນາຄົດ ແລະບຸກເບີກພື້ນທີ່ອັນກວ້າງຂວາງບົນເສັ້ນທາງການພັດທະນາໃໝ່. ເມື່ອບໍ່ດົນມານີ້, ໃນກອງປະຊຸມຖະແຫຼງຂ່າວຂອງກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14, ທ່ານຫວາງຢີ້ກຳມະການກົມການເມືອງສູນກາງພັກກອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ, ໂລກປັດຈຸບັນມີການປ່ຽນແປງຢ່າງສັບສົນ, ເຂດໂລກໃຕ້ໄດ້ຮັບການພັດທະນາແຂງແຮງຂຶ້ນຖືເປັນຂີດໝາຍທີ່ພົ້ນເດັ່ນທີ່ສຸດໃນຍຸກນີ້. ເຂດໂລກໃຕ້ໃນປັດຈຸບັນນີ້ມີຍອດມູນຄ່າເສດຖະກິດກວມເອົາຫຼາຍກວ່າ 40% ຂອງໂລກ, ອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງເສດຖະກິດໂລກມີຫຼາຍກວ່າ 80% ຊຶ່ງໄດ້ກາຍເປັນກ້ອນກຳລັງສຳຄັນໃນການປົກປັກຮັກສາສັນຕິພາບ, ຊຸກຍູ້ການພັດທະນາ ແລະປັບປຸງການບໍລິຫານຂອງໂລກ. ຈ້ອງມອງອະນາຄົດ, ຖ້າຢາກເຮັດໃຫ້ໂລກມີຄວາມໝັ້ນຄົງແລະພັດທະນາດີຂຶ້ນ, ເຂດໂລກໃຕ້ແມ່ນເປັນຂໍກະແຈທີ່ສຳຄັນ. ເຂດໂລກໃຕ້ຄວນສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ສາມັກຄີກັນແລະພັດທະນາຮ່ວມກັນ. ການຮ່ວມມືຈີນ-ລາວໄດ້ສ່ອງແສງເຖິງການຮ່ວມມືກັນກ້າວເດີນໄປຂ້າງໜ້າແລະການພັດທະນາຮ່ວມກັນລະຫວ່າງປະເທດສະມາຊິກເຂດໂລກໃຕ້. ເຊື່ອວ່າໃນອະນາຄົດສອງປະເທດຈີນ-ລາວຈະສືບຕໍ່ສົ່ງເສີມຈິດໃຈແລະຄວາມກ້າຫານແຫ່ງການບຸກເບີກທີ່ຄ້າຍຄືກັບ “ນາຈາ”, ລົງເລິກການຮ່ວມມືຢ່າງບໍ່ຢຸດຢັ້ງ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດຈີນ-ລາວ ນັບມື້ຫຼາຍຂຶ້ນກວ່າເກົ່າ, ສ້າງໄດ້ແບບຢ່າງທີ່ດີໃຫ້ແກ່ປະເທດສະມາຊິກໃນເຂດໂລກໃຕ້ ແລະປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ