ການກະກຽມ ແລະ ດຳເນີນກອງປະຊຸມ 3 ຂັ້ນ ພາຍໃນແຂວງວຽງຈັນ ມີຄວາມຄືບໜ້າດີ

ການກະກຽມ ແລະ ດຳເນີນກອງປະຊຸມ 3 ຂັ້ນ ພາຍໃນແຂວງວຽງຈັນ ມີຄວາມຄືບໜ້າດີ
ແຂວງວຽງຈັນ ໄດ້ສຸມໃສ່ການກະກຽມ ແລະ ດຳເນີນກອງປະຊຸມ 3 ຂັ້ນ ພາຍໃນແຂວງ ຊຶ່ງໄດ້ດຳເນີນຕາມເງື່ອນໄຂ ແລະ ຂັ້ນຕອນຢ່າງຖືກຕ້ອງ; ມາເຖິງປັດຈຸບັນ, ກຳລັງດຳເນີນຢູ່ຂັ້ນຮາກຖານບ້ານ ຊຶ່ງກອງປະຊຸມໃຫຍ່ຂັ້ນບ້ານ ແມ່ນສຳເລັດເປັນສ່ວນໃຫຍ່ ໂດຍມີ 447 ໜ່ວຍພັກ ແມ່ນສຳເລັດແລ້ວ 421 ໜ່ວຍພັກ ຊຶ່ງຈະໃຫ້ສຳເລັດພາຍໃນເດືອນມິຖຸນາປີນີ້.  ສ່ວນຂັ້ນເມືຶອງ ແລະ ພະແນກການຂອງແຂວງ ບໍ່ກາຍເດືອນມີນາ 2025 ແລະ ສຳລັບແຂວງກຳນົດຈະໃຫ້ສຳເລັດ ບໍ່ໃຫ້ກາຍເດືອນກັນຍາ.
    ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ໄດ້ກ່າວວ່າ: ພາຍຫຼັງໄດ້ມີ ຄໍາສັ່ງເລກທີ 411/ຄລສພ, ຄໍາແນະນໍາເລກທີ 211/ຄຈສພ; ແຂວງວຽງຈັນ ກໍໄດ້ຈັດຕັ້ງຜັນຂະຫຍາຍ ເປັນຄໍາສັ່ງຂອງຄະນະປະຈຳພັກແຂວງ ເລກທີ 019/ຄປພ.ວຈ, ຄໍາແນະນໍາເລກທີ 785/ຄຈຂ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ ເພື່ອລົງຊຸກຍູ້ບັນດາເມືອງ, ພະແນກການ, ກົມກອງ ຢ່າງຕໍ່ເນື່ອງເຫັນວ່າມີຄວາມຄືບໜ້າ ແລະ ມີຄວາມຕັ້ງໜ້າດີ. ແຂວງວຽງຈັນ ມີ 11 ເມືອງ ຊຶ່ງມີຮາກຖານພັກທັງໝົດ 1.188 ຮາກຖານ. ໃນນີ້, ມີ 74 ຄະນະພັກຮາກຖານ; ມີ 2 ຄະນະພັກຮາກຖານບ້ານໃຫຍ່; ມີໜ່ວຍຂຶ້ນກັບຄະນະພັກຮາກຖານ 595 ໜ່ວຍພັກ; ໜ່ວຍພັກຮາກຖານມີ 519 ໜ່ວຍພັກ ໃນນີ້ພັກຮາກຖານບ້ານມີ 447 ໜ່ວຍ, 23 ສໍານັກງານຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ ລວມມີ  667 ໜ່ວຍ. 
ໃນການກະກຽມ ແລະ ດຳເນີນກອງປະຊຸມ 3 ຂັ້ນ ຄະນະຮັບຜິດຊອບຂັ້ນແຂວງ ກໍໄດ້ມີການນໍາພາສ້າງຂະບວນການຕ່າງໆ ແລະ ໄດ້ລົງຊຸກຍູ້ຄະນະຮັບຜິດຊອບແຕ່ລະເມືອງ ເພື່ອເປັນເຈົ້າການຊີ້ນຳຄະນະພັກຮາກຖານ, ຄະນະພັກບ້ານໂດຍການແບ່ງຄວາມຮັບຜິດຊອບໃນການກະກຽມເນື້ອໃນດ້ານຕ່າງໆ ເປັນຕົ້ນ: ຄະນະໂຄສະນາອົບຮົມ ຮັບຜິດຊອບເອກະສານສຶກສາອົບຮົມການເມືອງ-ແນວຄິດ, ຫ້ອງວ່າການເມືອງຊີ້ນຳການຂຽນຮ່າງບົດລາຍງານການເມືອງ, ແຜນການເມືອງຮັບຜິດຊອບຊີ້ນຳການຂຽນແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາບ້ານ, ຄະນະກວດກາພັກເມືອງຮັບຜິດຊອບຊີ້ນຳການຂຽນບົດສຳຫຼວດການນຳພາລວມຂອງຄະນະພັກ ແລະ ແນະນຳການຂຽນບົດສໍາຫຼວດບຸກຄົນຄະນະພັກ ແລະ ສະມາຊິກພັກ, ຄະນະຈັດຕັ້ງເມືອງຮັບຜິດຊອບ ດ້ານການທາບທາມບຸກຄະລາກອນ ໂດຍສົມທົບກັບຄະນະກວດກາເມືອງ, ປກສບ້ານ ແລະ ເອກະສານປິ່ນອ້ອມກອງປະຊຸມ. ດ້ານບຸກຄະລາກອນ ກໍໄດ້ມີການປະຕິບັດຕາມຄໍາສັ່ງ, ຄຳແນະນຳພັກຂອງຂັ້ນເທິງ ກໍຄືຂອງຄະນະປະຈຳພັກແຂວງ ແລະ ຂອງຄະນະຈັດຕັ້ງແຂວງ, ຄະນະຮັບຜິດຊອບຂັ້ນເມືອງ ໄດ້ຖືເປັນສຳຄັນໃນການເລືອກເຟັ້ນເອົາບຸກຄະລາກອນຄະນະພັກຊຸດໃໝ່ເພື່ອນຳພາ-ຊີ້ນຳວຽກງານຮອບດ້ານຢູ່ຂັ້ນຮາກຖານໂດຍດຳເນີນການທາບທາມ 2 ຮອບ.
ຜ່ານການຈັດຕັ້ງປະຕິບັດ ແລະ ໄດ້ມີແຜນການຄາດຄະເນ ໄລຍະເວລາທີ່ໃຫ້ສຳເລັດແຕ່ລະຂັ້ນ ຊຶ່ງປັດຈຸບັນກຳລັງຢູ່ຂັ້ນຮາກຖານບ້ານ ໂດຍດຳເນີນກອງປະຊຸມໜ່ວຍພັກບ້ານ ຕິດພັນກັບການປັບປຸງອົງການປົກຄອງບ້ານ, ແຂວງວຽງຈັນມີ 428 ບ້ານ, ມີ 447 ໜ່ວຍພັກ ຊຶ່ງບາງບ້ານກໍມີ 2 ໜ່ວຍພັກ ແລະ ມາຮອດປັດຈຸບັນສຳເລັດແລ້ວ 421 ໜ່ວຍພັກ, ຍັງ 26 ໜ່ວຍ, ຕາມແຜນການແມ່ນໃຫ້ສຳເລັດ ບໍ່ໃຫ້ກາຍເດືອນມິຖຸນາ 2025 ຊຶ່ງຂັ້ນຮາກຖານບ້ານໃນຫຼາຍເມືອງກໍສຳເລັດ 100% ແລ້ວ. ພ້ອມດຽວກັນ, ກໍໄດ້ສຸມໃສ່ ດຳເນີນກອງປະຊຸມໜ່ວຍພັກຫ້ອງການເມືອງ, ບັນດາອົງການຂຶ້ນກັບເມືອງ, ໂຮງຮຽນ, ໂຮງໝໍ ແລະ ຫ້ອງການຕ່າງໆ ທີ່ຂຶ້ນກັບເມືອງ 667 ໜ່ວຍພັກ ປັດຈຸບັນສຳເລັດແລ້ວ 175 ໜ່ວຍພັກ, ຍັງ 492 ໜ່ວຍ; ບັນດາໜ່ວຍພັກອ້ອມຂ້າງແຂວງ ກໍຄືໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ກໍໄດ້ມີການເລີ່ມດຳເນີນກອງປະຊຸມໄປແລ້ວ, ຄາດວ່າເດືອນມິຖຸນາປີນີ້ຈະສຳເລັດ; ພ້ອມກັນສຸມໃສ່ເມືອງ ແລະ ບັນດາພະແນກການຂອງແຂວງ, ອົງການຂອງແຂວງ ແມ່ນບໍ່ໃຫ້ກາຍເດືອນມີນາ 2025 ແລະ ສຳລັບກອງປະຊຸມໃຫຍ່ຂັ້ນແຂວງແມ່ນບໍ່ໃຫ້ກາຍເດືອນກັນຍາ 2025 ຊຶ່ງຈະໃຫ້ສຳເລັດຕາມແຜນທີ່ຄາດຄະເນໄວ້.
(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ສານປະຊາຊົນແຂວງຜົ້ງສາລີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ

ເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ ສານປະຊາຊົນແຂວງຜົ້ງສາລີ ໄດ້ຈັດພິທີ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນນະທີຫ້ອງປະຊຸມຊັ້ນ 3 ສານປະຊາຊົນແຂວງ. ໂດຍການເປັນປະທານຂອງ ສະຫາຍ ອິກ ເພັງສະໝຸດ ເລຂາໜ່ວຍພັກ ຮັກສາການປະທານສານປະຊາຊົນແຂວງຜົ້ງສາລີ.
ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ຂຶ້ນໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານ ແລະ ປະດັບຫຼຽນໂດຍ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການຄະນະພັກກະຊວງປ້ອງກັນປະເທດ ເລຂາຄະນະພັກອົງການ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ພະນັກງານສະມາຊິກພັກ ເຂົ້າຮ່ວມ.
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3,000 ກີບ/ເດືອນ

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3,000 ກີບຕໍ່ເດືອນ ໃນໄລຍະຜ່ານມາໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດເເລ້ວເປັນຫຍັງພາຍຫຼັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫຼື ຄໍເຊັນເຕີ ລວມເຖິງບໍລິສັດເຊົ່າສິນເຊື່ອຈໍານວນໜຶ່ງຍັງສາມາດໂທມາລົບກວນໄດ້ຢູ່.
ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ກອງປະຊຸມ ກວດສອບການຄຸ້ມຄອງຊັບສິນແຫ່ງລັດ ແລະ ສ່ວຍສາອາກອນ ປະຈຳປີ 2024

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມພະແນການເງິນແຂວງຜົ້ງສາລີ ໄດ້ປິດກອງປະຊຸມບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດການຄຸ້ມຄອງລາຍຮັບຊັບສີນ ແລະ ສ່ວຍສາອາກອນ ປະຈຳປີ 2024 ໂດຍການເປັນປະທານຂອງ ທ່ານ ຄໍາຫລ້າ ໝັ້ນມະນີວົງ ຮອງປະທານ ອົງການກວດສອບ ປະຈຳພາກເໜືອ 2, ມີທ່ານ ວັນໄຊ ສຸກສັນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນແຂວງຜົ້ງສາລີ.
ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ແນະນໍານັກປະພັນນັກກະວີ ເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອແນະນໍາໃຫ້ນັກປະພັນ, ນັກກະວີໃນການເຂົ້າຮ່ວມຂຽນປະພັນໂຮມເຫຼັ້ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຈະມາເຖິງນີ້.ກົມໂຄສະນາສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບສະມາຄົມນັກປະພັນລາວໄດ້ຈັດກອງປະຊຸມພົບປະນັກປະພັນ, ນັກກະວີຂຶ້ນໃນວັນທີ 20 ມິຖຸນາ ຜ່ານມານີ້ທີ່ ສນຊ ໂດຍມີທ່ານ ທອງໃບ ໂພທິສານ ກໍາມະການ ສນຊ ຄະນະຂົນຂວາຍປະຊາຊົນ ສນຊ ປະທານສະມາຄົມນັກປະພັນລາວ, ທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ສນຊ ທັງເປັນຫົວໜ້າກອງເລຂາຂອງອະນຸໂຄສະນາ - ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ, ມີບັນດານັກປະພັນ, ນັກກະວີຈາກພາກສ່ວນຕ່າງໆ, ພ້ອມດ້ວຍຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມ.
ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ກາເຟ ທຣູສະເລນ ມີຈຳໜ່າຍຢູ່ເຈມາກໃນນະຄອນຫຼວງວຽງຈັນ

ຕົວແທນບໍລິສັດຮ່ວມພັດທະນາການຢາ ໄດ້ຈັດໂປຣໂມຊັັນ (ແຈກແຖມ) ເພື່ອເປັນການ ຄືນກຳໄລໃຫ້ລູກຄ້າ ຊຶ່ງມີຫຼາກຫຼາຍຜະລິດຕະພັນ ບັນດາລູກຄາທີ່ຊື້ຜະລິດຕະພັນຂອງຕົວແທນ ບໍລິສັດຮ່ວມພັດທະນາການຢາ ຈະໄດ້ຮັບຂອງແຖມຈາກຕົວແທນບໍລິສັດຫຼາກຫຼາຍລາຍການ ໃນຂະນະດຽວກັນສາມາດຊື້ ແລະ ຮ່ວມຊິມກາເຟ ທຣູສະເລນ ກັບຕົວແທນບໍລິສັດໄດ້.
ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ຮັກສາການ ປະທານສານປະຊາຊົນພາກໃຕ້ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ສານປະຊາຊົນແຂວງສະຫວັນນະເຂດ

ໃນວັນທີ 19 ມິຖຸນາຜ່ານມານີ້, ທ່ານ ກຽງສັກ ບຸນທາວົງ ຮັກສາການປະທານສານປະຊາຊົນພາກໃຕ້ ໄດ້ເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ສານປະຊາຊົນແຂວງສະຫວັນນະເຂດ. ເຂົ້າຮ່ວມມີທ່ານ ປະທານສານປະຊາຊົນແຂວງ ແລະ ຄະນະສານປະຊາຊົນທັງ 4 ເຂດ.
ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ມອນຊູນ ວິນ ພາວເວີ ມອບເບ້ຍກາເຟ ໃຫ້ປະຊາຊົນ ເມືອງດາກຈຶງ ແລະ ຊານໄຊ

ພິທີມອບເບ້ຍກາເຟໃຫ້ປະຊາຊົນ ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ມີຂຶ້ນໃນວັນທີ 19 ມິຖຸນາຜ່ານມາ ທີ່ເດີ່ນໂຮງຮຽນມັດທະຍົມສົມບູນ ບ້ານຊຽງຫຼວງ ເມືອງດາກຈຶງ ໂດຍເຂົ້າຮ່ວມຂອງ ທ່ານ ສົມພອນ ສາຍສຸວັນ ຮອງເຈົ້າເມືອງດາກຈຶງ ແຂວງເຊກອງ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ວ່າການເຈົ້າເມືອງຊານໄຊ ແຂວງອັດຕະປື, ທ່ານ ເຊົາວະລິດ ຂັນໄຊຍະພູມ ຜູ້ອຳນວຍການເຂດພາກໃຕ້ ຄະນະບໍລິຫານງານໂຄງການມອນຊູນ ວິນ ພາວເວີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ເຂົ້າຮ່ວມ.
ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ

ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມວຽກງານປະຕິບັດຄຳຕັດສິນຂອງສານ ປະຈຳປີ 2024 ຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ຫ້ອງປະຊຸມກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທຳ ມີບັນດາຮອງລັດຖະມົນຕີ, ຮອງປະທານສານປະຊາຊົນສູງສຸດ, ຫົວໜ້າກົມ-ຮອງກົມ, ບັນດາຄະນະກອງ, ຄະນະຂະແໜງປະຕິບັດຄຳຕັດສິນຂອງສານທົ່ວປະເທດເຂົ້າຮ່ວມ.
ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ປະກາດໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ

ວັນທີ 18 ມິຖຸນາ ຜ່ານມາ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ໄດ້ມີພິທີປະກາດກົງຈັກການຈັດຕັ້ງໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີ ສະຫາຍລັດຖະມົນຕີ, ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະພະນັກທັງໝົດຂອງສອງພາກສ່ວນເຂົ້າຮ່ວມ.
ເພີ່ມເຕີມ