ການເກັບກູ້ຜົນຜະລິດເຂົ້ານາຂອງຊາວກະສິກອນ ເມືອງພຽງສຳເລັດແລ້ວ 30 ກວ່າສ່ວນຮ້ອຍ

ການເກັບກູ້ຜົນຜະລິດເຂົ້ານາຂອງຊາວກະສິກອນ ເມືອງພຽງສຳເລັດແລ້ວ 30 ກວ່າສ່ວນຮ້ອຍ
ການເກັບກູ້ຜົນຜະລິດເຂົ້າຂອງຊາວກະສິກອນ ເມືອງພຽງ ແຂວງໄຊຍະບູລີແມ່ນໄດ້ລົງມືເກັບກ່ຽວມາແຕ່ຕົ້ນເດືອນຕຸລາ 2023 ຊຶ່ງມາຮອດໃນໄລຍະນີ້ແມ່ນສຳເລັດໄປແລ້ວ 30 ກວ່າສ່ວນຮ້ອຍ ຊຶ່ງສ່ວນຫຼາຍແມ່ນເຂົ້ານາດໍ.ປັດຈຸບັນແມ່ນສືບຕໍ່ຂຸ້ນຂ້ຽວເກັບກ່ຽວໃຫ້ທ່ວງທັນກັບເວລາ.
ສຳລັບການເກັບກູ້ຜົນຜະລິດເຂົ້າໃນປີນີ້ຂອງຊາວກະສິກອນທົ່ວເມືອງພຽງແມ່ນເປັນຂະບວນການຟົດຟຶ້ນແລະພາກສ່ວນກ່ຽວຂ້ອງຂອງເມືອງກໍຄືຫ້ອງການກະສິກຳແລະປ່າໄມ້ເມືອງໂດຍສະເພາະແມ່ນໜ່ວຍງານປູກຝັງໄດ້ໃຫ້ຮູ້ວ່າ:ການເຄື່ອນໄຫວວຽກງານປູກຝັງແມ່ນໄດ້ເອົາໃຈໃສ່ຕິດຕາມ,ຊຸກຍູ້ການເກັບກູ້ເຂົ້ານາປີຂອງຊາວກະສິກອນໃນທົ່ວເມືອງແລະໃນປັດຈຸບັນນີ້ພວມຊຸກຍູ້ຕິດຕາມການເກັບກູ້ເຂົ້າຂອງຊາວກະສິກອນ ມີເນື້ອທີ່ປັກດໍາຕົວຈິງທັງໝົດ 6.880ກວ່າເຮັກຕາ,ມາຮອດປັດຈຸບັນເກັບກູ້ສຳເລັດແລ້ວ 2.610 ກວ່າເຮັກຕາ,ເທົ່າກັບ 38 ສ່ວນຮ້ອຍແລະສຳລັບການປູກເຂົ້າລວມແມ່ນມີເນື້ອທີ່ແຜນການ 7.480ກວ່າເຮັດຕາ, ປະຕິບັດໄດ້ 7.430ກວ່າເຮັກຕາ, ເທົ່າກັບ 99ກວ່າສ່ວນຮ້ອຍ, ເນື້ອທີ່ເກັບກູ້ແລ້ວ 2.990ກວ່າເຮັກຕາ ເທົ່າກັບ 40 ສ່ວນຮ້ອຍ,ຄາດຄະເນສະມັດຖະພາບ ໄດ້ 4,85 ໂຕນຕໍ່ເຮັກຕາ.ໃນນີ້ນາຊ່າວໃໝ່ 4,6 ເຮັກຕາ. ເນື້ອທີ່ແຜນການປູກເຂົ້ານາທັງໝົດ 6.880 ກວ່າເຮັກຕາ,ປະຕິບັດໄດ້ 6.880ກວ່າເຮັກຕາ, ເທົ່າກັບ 100ສ່ວນຮ້ອຍ, ເນື້ອທີ່ເກັບກູ້ 2ກ610ກວ່າເຮັກຕາ, ເທົ່າກັບ 38 ສ່ວນຮ້ອຍ, ນາທົ່ວໄປ 6.780ກວ່າເຮັກຕາ, ປະຕິບັດໄດ້ 6.760ກວ່າເຮັກຕາ, ເທົ່າກັບ 99 ກວ່າສ່ວນຮ້ອຍ, ເນື້ອທີ່ເກັບກູ້ແລ້ວ 2.610 ກວ່າເຮັກຕາ ເທົ່າກັບ 30 ກວ່າສ່ວນຮ້ອຍ, ນາກະເສດສຸມ ເນື້ອທີ່ແຜນການ 100 ເຮັກຕາ, ປະຕິບັດໄດ້ 120ກວ່າເຮັກຕາ, ເທົ່າກັບ 120 ສ່ວນຮ້ອຍ, ນາຢອດເມັດ ເນື້ອທີ່ປະຕິບັດ 54,24 ເຮັກຕາ, ນາຫວ່ານ 48,47 ເຮັກຕາ, ນາຜະລິດເມັດພັນເຂົ້າເນື້ອທີ່ປະຕິບັດ11.80 ເຮັກຕາ, ນາດຳດ້ວຍກົນຈັກ 5,50 ເຮັກຕາ.ນອກຈາກນີ້ຍັງໄດ້ຊຸກຍູ້ຕິດຕາມການເກັບກູ້ເຂົ້າໄຮ່ເນີນສູງມາຮອດປັດຈຸບັນສຳເລັດ 381,99 ເຮັກຕາ, ເທົ່າກັບ 70ສ່ວນຮ້ອຍ ຂອງເນື້ອທີ່ປະຕິບັດ 540ກວ່າເຮັກຕາ,ເນື້ອທີ່ແຜນການ 600 ເຮັກຕາ,ໃນນີ້ເນື້ອທີ່ຫຼຸດແຜນການຍ້ອນປະຊາຊົນໄດ້ຫັນເອົາເນື້ອທີ່ໄປປູກພືດປະເພດມັນຕົ້ນແລະອື່ນໆນອກຈາກນີ້ໄດ້ສັງລວມຜົນກະທົບໄພນໍ້າຖ້ວມໃນຄັ້ງວັນທີ 27 ຕຸລາ ຜ່ານມານີ້ໂດຍເຂົ້ານາຂອງປະຊາຊົນຈຳນວນໜຶ່ງໄດ້ຮັບຜົນກະທົບນ້ຳສຸໄຫຼແລະໄດ້ຮັບຜົນກະທົບຢູ່ 5 ບ້ານຄື: ບ້ານແສງຈະເລີນ,ດົງເງິນ,ເມືອງພຽງ,ໂພນຫີນ ແລະ ບ້ານນາແວນ ຊື່ງມີທັງໝົດ 18 ຄອບຄົວ,ມີເນື້ອທີ່ເສຍຫາຍ 7,85 ເຮັກຕາ.ພ້ອມທັງໄດ້ຊຸກຍູ້ຕິດຕາມການເກັບກູ້ພືດລະດູຝົນມາຮອດປັດຈຸບັນນີ້ສາມາດເກັບກູ້ສໍາເລັດແລ້ວ 682 ເຮັກຕາ,ເທົ່າກັບ 3,54ສ່ວນຮ້ອຍ ຂອງເນື້ອທີ່ແຜນການ 16.770ກວ່າເຮັກຕາ, ໃນນີ້ ພືດສະບຽງອາຫານເກັບກູ້ ສໍາເລັດ 375 ເຮັກຕາ,ເທົ່າກັບ 84,56 ສ່ວນຮ້ອຍ, ພືດເປັນສິນຄ້າ ເກັບກູ້ສໍາເລັດ 300ກວ່າເຮັກຕາ,ເທົ່າກັບ 1,63 ສ່ວນຮ້ອຍແລະສຳລັບການເກັບກູ້ເຂົ້ານາປີຂອງຊາວກະສິກອນທົ່ວເມືອງພຽງປີນີ້ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນທັນວາ 2023ນີ້ຮ້ອຍສ່ວນຮ້ອຍ.
ນອກຈາກການເກັບກູ້ເຂົ້າແລ້ວຊາວກະສິກອນຈຳນວນໜຶ່ງຍັງໄດ້ເລີ່ມປູກພືດ ຕ່າງໆເຊັ່ນ:ໝາກແຕງ,ໝາກເຂືອ,ໝາກເຜັດແລະພືດຜັກອື່ນໆເພື່ອສົ່ງຂາຍໃຫ້ກັບຜູ້ບໍລິໂພກໃນທ້ອງຕະຫຼາດກໍຄືຕ່າງເມືອງແລະຕ່າງແຂວງໂດຍນຳໃຊ້ພື້ນທີ່ວ່າງໃຫ້ເປັນປະໂຫຍດພ້ອມທັງເປັນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກແລະວັນສຳຄັນຕ່າງໆຂອງພັກ-ຂອງຊາດໃຫ້ເປັນຂະບວນການຟົດຟື້ນຕື່ມອີກ.
ຂ່າວ: ແສງສຸດາ ກິ່ງສະຫວັດ.

ຄໍາເຫັນ

ຂ່າວເສດຖະກິດ

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ເພີ່ມເຕີມ