ຕາມໂຕເລກໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ປະກາດໃນທ້າຍເດືອນທັນວາຜ່ານມາຊີ້ໃຫ້ເຫັນວ່າ ການຄ້າເອເລັກໂຕຣນິກ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕ 18 – 25% ໃນແຕ່ລະປີ; ຂອບຂະໜາດຕະຫຼາດປີ 2025 ບັນລຸປະມານ 32 ຕື້ໂດລາ, ນຳ ຫວຽດນາມ ໃຫ້ກາຍເປັນໜຶ່ງໃນບັນດາຕະຫຼາດພັດທະນາໄວທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້.
ທ່ານ ຫວູຮົ່ງແຄງ ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນການຄ້າສາກົນ Saler ໃຫ້ຂໍ້ສັງເກດວ່າ: ໃນຮອບວຽນການເຕີບໂຕໄລຍະ 2026 – 2030, ໜຶ່ງໃນບັນດາຂະແໜງການທີ່ໄດ້ຮັບການຄາດຄະເນຈະພັດທະນາຢ່າງແຮງທີ່ສຸດແມ່ນຂະແໜງຜະລິດຕະພັນກະເສດ ຫວຽດນາມ ຊຶ່ງເຄີຍແມ່ນຂົງເຂດມີທ່າແຮງຫຼາຍຢ່າງ ແລະ ມີບົດບາດສຳຄັນໃນພື້ນຖານເສດຖະກິດໃນຕະຫຼອດໄລຍະຜ່ານມາ. ດ້ວຍການໜູນຊ່ວຍທີ່ນັບມື້ນັບຈະແຈ້ງຂອງບັນດາພື້ນຖານການຄ້າເອເລັກໂຕຣນິກ, ຂະແໜງຜະລິດຕະພັນກະເສດໄດ້ຮັບຄວາມຫວັງວ່າຈະມີການຫັນປ່ຽນຢ່າງຕັ້ງໜ້າ, ສ້າງທ່າເຕີບໂຕແບບຍືນຍົງໃນໄລຍະຈະມາເຖິງ.
ຄໍາເຫັນ