ການຂະຫຍາຍຕົວຂອງການບິນໃນພາກພື້ນອາຊີ-ປາຊີຟິກ

ການຂະຫຍາຍຕົວຂອງການບິນໃນພາກພື້ນອາຊີ-ປາຊີຟິກ

ການຂະຫຍາຍຕົວຂອງການບິນໃນພາກພື້ນອາຊີ-ປາຊີຟິກ
ສາຍການບິນ Vietjet ໄດ້ປະກາດຜົນສຳເລັດທາງຍຸດທະສາດຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຂະຫຍາຍຕົວໃນໄລຍະຍາວທົ່ວພາກພື້ນອາຊີ-ປາຊີຟິກ. ໂດຍ Vietjet ຈະມີບົດບາດເປັນຄູ່ຮ່ວມງານຂອງ “ສູນກາງການເງິນການບິນອາຊີ-ປາຊີຟິກ” (Asia-Pacific Aviation Financial Hub) ທີ່ໄດ້ສະເໜີຕົວໃໝ່, ພ້ອມທັງມີຂໍ້ຕົກລົງກ່ຽວກັບເຄື່ອງຈັກເຮືອບິນໃໝ່ ແລະ ການຮ່ວມມືດ້ານການເງິນການບິນ.

 

ການປະກາດດັ່ງກ່າວມີຂຶ້ນທີ່ງານ Singapore Airshow 2026 ຊຶ່ງລວມມີຂໍ້ຕົກລົງດ້ານເຄື່ອງຈັກເຮືອບິນ ແລະ ການເງິນທີ່ມີມູນຄ່າລວມກວ່າ 6.1 ຕື້ໂດລາ. ນີ້ແມ່ນການຢືນຢັນເຖິງຄວາມມຸ່ງໝັ້ນຂອງ Vietjet ໃນການສ້າງການດໍາເນີນງານດ້ານການບິນທີ່ທັນສະໄໝ, ມີປະສິດທິພາບ ແລະ ສາມາດຂະຫຍາຍຕົວໄດ້ ເພື່ອຮອງຮັບຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນລະຫວ່າງ ຫວຽດນາມ, ລາວ ແລະ ພາກພື້ນອາຊີ-ປາຊີຟິກ. ປັດຈຸບັນ, ສາຍການບິນໄດ້ມອບຄວາມສະດວກສະບາຍໃຫ້ແກ່ນັກເດີນທາງຊາວລາວ ໃນການເຊື່ອມຕໍ່ໄປຫາ ຫວຽດນາມ ແລະ ປະເທດອື່ນໆ ຜ່ານເສັ້ນທາງບິນ ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ.

ສູນກາງການເງິນສາກົນຫວຽດນາມ ໃນນະຄອນໂຮ່ຈິມິນ (VIFC-HCM) ໄດ້ເປີດຕົວ ສູນກາງການເງິນການບິນອາຊີ-ປາຊີຟິກ (AAFH) ເພື່ອສະໜັບສະໜູນດ້ານການເງິນການບິນ, ການເຊົ່າຊື້ ແລະ ການລົງທຶນໃນໂຄງລ່າງພື້ນຖານທົ່ວພາກພື້ນ. ໂດຍມີ Vietjetເປັນຄູ່ຮ່ວມງານທີ່ສຳຄັນ. ຂໍ້ລິເລີ່ມນີ້ໄດ້ຮັບການສະໜັບສະໜູນຈາກທຸລະກິດການບິນ ແລະ ກິດຈະກຳທາງການເງິນໃນໄລຍະເລີ່ມຕົ້ນ ມູນຄ່າກວ່າ 6.1 ຕື້ໂດລາ ນຳໂດຍ Vietjet ແລະ ຄູ່ຮ່ວມງານ. ລວມມີຂໍ້ຕົກລົງດ້ານເຄື່ອງຈັກ ແລະ ການບໍລິການບຳລຸງຮັກສາກັບ Pratt & Whitney ແລະ ຂໍ້ຕົກລົງດ້ານການເງິນເຮືອບິນກັບ PIMCO ຊຶ່ງເປັນບໍລິສັດຈັດການຊັບສິນລະດັບໂລກຈາກສະຫະລັດ ອາເມຣິກາ. ສູນກາງນີ້ຄາດວ່າຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ມູນຄ່າການຊື້-ຂາຍດ້ານການບິນໄດ້ປະມານ 50 ຕື້ໂດລາ ພາຍໃນປີ 2035.

ການປະກາດດັ່ງກ່າວ ມີບັນດາຜູ້ຜະລິດເຮືອບິນ ແລະ ເຄື່ອງຈັກຊັ້ນນຳຂອງໂລກ ພ້ອມດ້ວຍສະຖາບັນການເງິນເຂົ້າຮ່ວມ ຊຶ່ງລວມມີ Airbus, Boeing, CFM International, Pratt & Whitney, Rolls-Royce ແລະ ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ (IATA).

AAFH ມີເປົ້າໝາຍເພື່ອສະໜັບສະໜູນການບິນໃນພາກພື້ນ ໂດຍຜ່ານນະໂຍບາຍສິດທິພິເສດສະເພາະດ້ານ, ຂອບກົດໝາຍມາດຕະຖານສາກົນ ແລະ ກົນໄກການລະດົມທຶນຂ້າມແດນແບບຫຼາຍສະກຸນເງິນ.

ທ່ານ ເຈືອງ ມິງ ຮຸຍ ວູ (Mr. Truong Minh Huy Vu) ປະທານສະພາບໍລິຫານ VIFC-HCM ກ່າວວ່າ: “ການນຳສະເໜີ ສູນກາງການເງິນການບິນ ອາຊີ-ປາຊີຟິກ ຖືເປັນບາດກ້າວທີ່ສຳຄັນໃນການເຮັດໃຫ້ວິໄສທັດຂອງພວກເຮົາ ໃນການສ້າງ VIFC ໃຫ້ກາຍເປັນເວທີການເງິນສາກົນທີ່ທັນສະໄໝ, ເປີດກວ້າງ ແລະ ເປັນທີ່ໜ້າເຊື່ອຖືໃຫ້ປະກົດຜົນເປັນຈິງ. ພວກເຮົາບໍ່ພຽງແຕ່ດຶງດູດນັກລົງທຶນໂດຍຜ່ານນະໂຍບາຍສິດທິພິເສດຕ່າງໆເທົ່ານັ້ນ, ແຕ່ຍັງຜ່ານຄຸນນະພາບຂອງສະຖາບັນ, ຂີດຄວາມສາມາດດ້ານນະວັດຕະກຳ ແລະ ຄວາມສາມາດຂອງພວກເຮົາໃນການເຊື່ອມຕໍ່ກະແສທຶນໂດຍກົງເຂົ້າສູ່ເສດຖະກິດຕົວຈິງ.”

ທ່ານ ໂປລ ເມີເຈີສ (Paul Meijers) ຮອງປະທານບໍລິຫານຂອງ Airbus ກ່າວວ່າ: “Airbus ຕີລາຄາສູງຕໍ່ບົດບາດຂອງ ສູນກາງການເງິນການບິນ ອາຊີ–ປາຊີຟິກ ໃນການສ້າງເວທີທີ່ມີປະສິດທິພາບ ເພື່ອເຊື່ອມຕໍ່ຄວາມຕ້ອງການໃນການພັດທະນາຝູງບິນຍຸກໃໝ່ ເຂົ້າກັບລະບົບນິເວດການເງິນທົ່ວໂລກ. ການເຂົ້າຮ່ວມໃນຖານະສະມາຊິກຍຸດທະສາດກິດຕິມະສັກ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນໄລຍະຍາວຂອງ Airbus ໃນການຊຸກຍູ້ວິທີການແກ້ໄຂບັນຫາດ້ານການເງິນທີ່ສ້າງສັນ ແລະ ສະໜັບສະໜູນການເຕີບໂຕແບບຍືນຍົງຂອງອຸດສາຫະກຳການບິນ.” ດ້ວຍຈຳນວນເຮືອບິນທີ່ສັ່ງຈອງເກືອບ 600 ລຳ, Vietjet ຄາດວ່າຈະມີບົດບາດສຳຄັນໃນການຊຸກຍູ້ທຸລະກຳທາງດ້ານການເງິນການບິນໃນໄລຍະເລີ່ມຕົ້ນຜ່ານສູນກາງແຫ່ງນີ້ ຊຶ່ງຈະຊ່ວຍສ້າງພື້ນຖານການໄຫຼວຽນຂອງການຕົກລົງທຸລະກິດ ສຳລັບການລົງທຶນດ້ານການບິນໃນພາກພື້ນ.

ທ່ານ ນາງ ດຣ. ຫງວຽນ ທິ ເຟືອງ ທາວ (Dr. Nguyen Thi Phuong Thao) ປະທານສະພາລິຫານ Vietjet ກ່າວວ່າ: “ສູນກາງການເງິນການບິນ ອາຊີ-ປາຊີຟິກ ຖືເປັນຂີດໝາຍຍຸດທະສາດໃນການປັບປ່ຽນຮູບແບບການສະໜັບສະໜູນຂອງທຶນທົ່ວໂລກ ເພື່ອຄວາມກ້າວໜ້າຂອງຂະແໜງການບິນ ກໍຄືພາບລວມທາງດ້ານເສດຖະກິດຂອງ ຫວຽດນາມ ແລະ ໃນພາກພື້ນ. Vietjet ມີຄວາມມຸ່ງໝັ້ນທີ່ຈະເປັນຜູ້ນຳໃນການເຮັດທຸລະກຳທີ່ມີຜົນກະທົບສູງ ເພື່ອຊ່ວຍເສີມສ້າງລະບົບນິເວດການເງິນການບິນທີ່ທັນສະໄໝ ແລະ ຍືນຍົງ ເພື່ອສະໜັບສະໜູນການເຕີບໂຕຂອງພາກພື້ນໃນອະນາຄົດ.”

ນອກຈາກນັ້ນ, ໃນງານ Singapore Airshow 2026, Vietjet ແລະ Pratt & Whitney ໄດ້ປະກາດການສັ່ງຈອງເຮືອບິນ Airbus A320neo ທີ່ນຳໃຊ້ເຄື່ອງຈັກ GTF ເພີ່ມຕື່ມອີກ 44 ລໍາຊຶ່ງລວມມີ A321neo ຈຳນວນ 24 ລໍາ ແລະ A321XLR ຈຳນວນ 20 ລໍາ, ເຮັດໃຫ້ຍອດການສັ່ງຈອງເຮືອບິນທີ່ນຳໃຊ້ເຄື່ອງຈັກ GTF ຂອງສາຍການບິນເພີ່ມຂຶ້ນເປັນ 137 ລໍາ. ການສົ່ງມອບຈະເລີ່ມຂຶ້ນໃນເດືອນກໍລະກົດ 2026, ໂດຍທີ່ Pratt & Whitney ຈະເປັນຜູ້ສະ ໜອງການບໍາລຸງຮັກສາເຄື່ອງຈັກພາຍໃຕ້ສັນຍາການບໍລິການແບບຄົບວົງຈອນ EngineWise® ເປັນເວລາ 12 ປີ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ