ຂ່າວລະບຸວ່າ: ເມື່ອປັບປັດໄຈຕາມລະດູການແລ້ວ, ຍອດຂາຍຍ່ອຍໃນເດືອນມິຖຸນາເພີ່ມຂຶ້ນ 1% ຈາກເດືອນພຶດສະພາ.
ຍອດຂາຍຍ່ອຍທັງໝົດໃນເດືອນມິຖຸນາ ມີມູນຄ່າປະມານ 4.2 ຕື້ໂດລາສິງກະໂປ (3.28 ຕື້ໂດລາ), ໂດຍຍອດຂາຍທາງອອນລາຍ ກວມເອົາປະມານ 16.4% ຂອງຍອດຂາຍຍ່ອຍທັງໝົດ ຊຶ່ງເພີ່ມຂຶ້ນຈາກ 15.3% ໃນເດືອນພຶດສະພາ.
ຂະແໜງອຸດສາຫະກຳການຂາຍຍ່ອຍສ່ວນໃຫຍ່ສະແດງໃຫ້ເຫັນການເຕີບໂຕຕໍ່ປີ, ໂດຍໝວດສິນຄ້າເພື່ອການພັກຜ່ອນມີການເພີ່ມຂຶ້ນຫຼາຍທີ່ສຸດເຖິງ 11.4%, ຕາມດ້ວຍໂມງ ແລະ ເຄື່ອງປະດັບ ເພີ່ມຂຶ້ນ 10.5%.
ຢ່າງໃດກໍຕາມ, ຍອດຂາຍຂອງທຸລະກິດບໍລິການອາຫານ ແລະ ເຄື່ອງດື່ມຫຼຸດລົງ 2.3% ໃນເດືອນມິຖຸນາ ເມື່ອທຽບກັບປີກ່ອນ ຊຶ່ງກົງກັນຂ້າມກັບການເພີ່ມຂຶ້ນ 0.1% ໃນເດືອນພຶດສະພາ. ຫຼັງຈາກປັບປຸງປັດໄຈຕາມລະດູການ, ຍອດຂາຍອາຫານ ແລະ ເຄື່ອງດື່ມຍັງຫຼຸດລົງ 2% ຈາກເດືອນພຶດສະພາ.
ສຳລັບຍອດຂາຍທັງໝົດຂອງທຸລະກິດບໍລິຫານອາຫານ ແລະ ເຄື່ອງດື່ມ ໃນເດືອນມິຖຸນາມີມູນຄ່າປະມານ 1.5 ຕື້ໂດລາສິງກະໂປ, ໂດຍຍອດຂາຍທາງອອນລາຍກວມເອົາປະມານ 20.2% ຂອງຍອດຂາຍທັງໝົດ.
ຄໍາເຫັນ