ການຂົນສົ່ງສິນຄ້າຜ່ານສະຖານີລົດໄຟລາວ-ຈີນ ດ່ານບໍ່ເຕ່ນ ນັບມື້ເພີ່ມຂຶ້ນ

ການຂົນສົ່ງສິນຄ້າຜ່ານສະຖານີລົດໄຟລາວ-ຈີນ ດ່ານບໍ່ເຕ່ນ ນັບມື້ເພີ່ມຂຶ້ນ
ໂດຍ: ວັນເພັງ
ຫ້ອງການປະສານງານຂົນສົ່ງສິນຄ້າລະຫວ່າງພາສີ ກະສິກໍາ ເປັນຈຸດໜຶ່ງຕັ້ງຢູ່ສະຖານີລົດໄຟລາວ-ຈີນ ດ່ານບໍ່ເຕ່ນ ແຂວງຫຼວງນໍ້າທາ ຊຶ່ງເຮັດໜ້າທີ່ກວດກາເອກະສານຂອງສິນຄ້າຕ່າງໆທີ່ສົ່ງອອກ-ນໍາເຂົ້າ, ກວດກາຄວາມເປັນລະບຽບຮຽບຮ້ອຍສິນຄ້າຂອງຕູ້ຄອນເທນເນີ ເພື່ອປ້ອງກັນໃຫ້ສິນຄ້າຈາກຕົ້ນທາງໄປຫາປາຍທາງມີຄວາມປອດໄພຈາກການຂົນສົ່ງ, ທັງຮັບປະກັນການຂົນສົ່ງສິນຄ້າ 100%. ເລີ່ມແຕ່ມີເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ການຂົນສົ່ງສິນຄ້າຜ່ານດ່ານດັ່ງກ່າວນັບມື້ເພີ່ມຂຶ້ນ.
ທ່ານ ຕູ້ ຈື່ກ່າງ ຜູ້ຮັບຜິດຊອບວຽກງານຂົນສົ່ງຂອງບໍລິສັດທາງລົດໄຟລາວ-ຈີນ ໃຫ້ສຳພາດຕໍ່ນັກຂ່າວລາວ-ຈີນ ໃນວັນທີ 21 ກັນຍາ ຜ່ານມາວ່າ: ສະຖານນີລົດໄຟລາວ-ຈີນ ດ່ານບໍ່ເຕ່ນ ເປັນດ່ານໜຶ່ງທີ່ມີຄວາມສຳຄັນຫຼາຍ ເພາະເປັນດ່ານສຸດທ້າຍຂອງເສັ້ນທາງລົດໄຟລາວ-ຈີນ ໃນ ສປປ ລາວ ທີ່ນໍາເຂົ້າ-ສົ່ງອອກສິນຄ້າຕ່າງໆໄປ ສປ ຈີນ ທີ່ຮັບປະກັນຄວາມປອດໄພ ແລະ ໄດ້ມາດຕະ ຖານ. ພ້ອມນີ້, ດ່ານດັ່ງກ່າວຍັງມີບຸລິມະສິດ ໃຫ້ແກ່ການຂົນສົ່ງສິນຄ້າປະເພດຕ່າງໆຂອງ ສປປ ລາວ ສູ່ປະເທດຈີນ ແລະ ສິນຄ້າຂອງຈີນ ສູ່ ສປປ ລາວ, ສະນັ້ນ, ແຕ່ລະປະເພດຂອງສິນຄ້າເມື່ອມາຜ່ານມາຮອດດ່ານແລ້ວ ຕ້ອງໄດ້ມີການກວດກາຄວາມເປັນລະບຽບຮຽບຮ້ອຍດ້ານເອກະສານຕ່າງໆຢ່າງລະອຽດ, ກວດດ້ານຄວາມປອດໄພຂອງຕູ້ຄອນເທນ ແລະ ອື່ນໆ ໃຫ້ດີແລ້ວຈຶ່ງສາມາດນຳເຂົ້າ ຫຼື ສົ່ງອອກໄປ ສປ ຈີນ ໄດ້.
ສຳລັບການຂົນສົ່ງສິນຄ້າສົ່ງອອກ-ນຳເຂົ້າ ໃນດ່ານບໍ່ເຕ່ນ ເລີ່ມແຕ່ປີ 2021 ຫາ ປີ 2023 ເຫັນວ່າການຂົນສົ່ງສິນຄ້າມີການເພີ່ມຂຶ້ນຫຼາຍ ໂດຍສະເພາະໃນເດືອນມັງກອນ ຫາ ເດືອນມິຖຸນາ ປີ 2023 ເຫັນວ່າຈຳນວນການຂົນສົ່ງສິນຄ້ານຳເຂົ້າ ແລະ ສົ່ງອອກເພີ່ມຂຶ້ນເປັນສອງເທົ່າຂອງປີ 2022, ໂດຍສະເລ່ຍແລ້ວໂຕເລກການຂົນສົ່ງສິນຄ້າ ເລີ່ມແຕ່ ປີ 2022 ຫາ ປີ 2023 ມີທັງໝົດ 5 ລ້ານກວ່າໂຕນ.
ປັດຈຸບັນ ສປປ ລາວ ນຳສິນຄ້າສົ່ງອອກມີປະມານ 7-8 ຂະບວນຕໍ່/ມື້ ແລະ ຂາເຂົ້າປະມານ 5-6 ຂະບວນ/ມື້ ຊຶ່ງສິນຄ້າທີ່ສົ່ງອອກໄປ ສປ ຈີນ ເປັນຕົ້ນ ແຮ່ເຫຼັກ, ແປ້ງມັນຕົ້ນ, ໝາກເດືອຍ, ໝາກກ້ວຍ, ຢາງພາລາ, ໝາກຖົ່ວວລຽນ, ໝາກມັງຄຸດ, ລິນຈີ (ທີ່ນຳມາຈາກປະເທດໄທ), ສ່ວນສິນຄ້ານຳເຂົ້າມີ: ປຸ໋ຍເຄມີ, ລົດໄຟຟ້າ ແລະ ສິນຄ້າປະເພດອື່ນໆ.
ທ່ານ ຕູ້ ຈື່ກ່າງ ກ່າວຕື່ມວ່າ: ເພື່ອຮັບປະກັນການຂົນສົ່ງສິນຄ້າໃຫ້ໄດ້ມາດຕະຖານ, ມີຄຸນນະ ພາບ ແລະ ຄວາມປອດໄພ ດີຂຶ້ນເລື້ອຍໆນັັ້ນ, ທາງບໍລິສັດທາງລົດໄຟລາວ-ຈີນ ຍັງໄດ້ມີການຍົກລະ ດັບໃຫ້ພະນັກງານວິຊາການທີ່ປະຈຳການສິນຄ້າໃນດ່ານບໍ່ເຕ່ນ ໃຫ້ມີການແລກປ່ຽນບົດຮຽນກັບພາກ ສ່ວນກ່ຽວຂ້ອງກັບລັດຖະບານລາວ-ຈີນ ເພື່ອຮັບປະກັນການກວດກາສິນຄ້າທີ່ໄດ້ຄຸນນະພາບດີທີ່ສຸດ.
ປັດຈຸບັນການຂົນສົ່ງສິນຄ້າຂອງ ສປປ ລາວ ຜ່ານດ່ານທາງລົດໄຟລາວ-ຈີນ ແມ່ນມີຄວາມສະດວກສະບາຍຫຼາຍຂຶ້ນ ຊຶ່ງເປັນແຮງບັນດານໃຈອີກຢ່າງໜຶ່ງໃຫ້ປະຊາຊົນລາວ ກໍຄືປະຊາຊົນລາວທີ່ອາໄສຢູ່ລຽບແຄມເສັ້ນທາງລົດໄຟລາວ-ຈີນ ມີຄວາມຫ້າວຫັນທຳການຜະລິດຫຼາຍຂຶ້ນ, ທັງຈະເປັນການກະຕຸ້ນໃຫ້ເສດຖະກິດຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1

ຄຕພ ທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1

ໃນວັນທີ 4 ສິງຫານີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດກອງປະຊຸມທາບທາມຮ່າງເນື້ອໃນເອກະສານ ແລະ ບຸກຄະລາກອນຮອບທີ 1 ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງອົງຄະນະພັກຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານງານພັກ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍຄະນະບໍລິຫານງານພັກ ຄຕພ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ເວທີຄັດເລືອກນາງແບບ-ຊາຍແບບ

ເວທີຄັດເລືອກນາງແບບ-ຊາຍແບບ

ລາວແຟຊັນວີກ ໄດ້ຈັດເວທີຄັດເລືອກນາງແບບ-ຊາຍແບບ ເພື່ອບັນຈຸເຂົ້າໃນງານເດີນແບບ ລາວແຟຊັນວີກ 2025, ໃນວັນທີ 2 ສິງຫາ ຜ່ານມາ ທີ່ໂຮງແຮມອາມາຣິ ນະຄອນຫຼວງວຽງຈັນ.
ສອງພາກສ່ວນອຸປະຖຳຊ່ວຍໄພພິບັດ

ສອງພາກສ່ວນອຸປະຖຳຊ່ວຍໄພພິບັດ

ໃນວັນທີ 4 ສິງຫານີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີສອງພາກສ່ວນອຸປະຖຳຊ່ວຍເຫຼືອໄພພິບັດ ແລະ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງສະໄໝທີ IX. ທ່ານ ນາງ ດາວສະຫັວນ ພັນທະລາວົງ ຮອງຫົວໜ້າທະນາຄານສົ່ງເສີມກະສິກຳສາຂາແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ມອບເງິນສົດຈຳນວນ10 ລ້ານກີບເພື່ອຊຸກຍູ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ມອບເຄື່ອງບໍລິໂພກ ມູນຄ່າ 5 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ. ນອກນີ້ ຍັງມີອົງການກວດກາລັດແຂວງມອບເຄື່ອງບໍລິໂພກ ມູນຄ່າ 2 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ບັນດາເມືອງຄ່າງໆ.
ສະມາຄົມປ້າຍລາວຮ່ວມງານວາງສະແດງໂຄສະນາ VietAd 2025

ສະມາຄົມປ້າຍລາວຮ່ວມງານວາງສະແດງໂຄສະນາ VietAd 2025

ຄະນະຜູ້ແທນຈາກສະມາຄົມປ້າຍລາວນຳໂດຍທ່ານ ວົງນຳ ວົງວິໄລ ປະທານສະມາຄົມປ້າຍລາວ ພ້ອມຄະນະຈຳນວນ 20 ທ່ານ ໄດ້ເຂົ້າຮ່ວມງານວາງສະແດງສາກົນດ້ານປ້າຍໂຄສະນາ, ເຄື່ອງຈັກ ແລະ ອຸປະກອນ VietAd 2025 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນລະຫວ່າງວັນທີ 24-27 ກໍລະກົດ ຜ່ານມາ.
ງານແຂ່ງຂັນຮ້ອງເພງ, ກອນຂັບ-ລໍາ, ລະຄອນສັ້ນທົ່ວປະເທດ ຄັ້ງທີິ 1

ງານແຂ່ງຂັນຮ້ອງເພງ, ກອນຂັບ-ລໍາ, ລະຄອນສັ້ນທົ່ວປະເທດ ຄັ້ງທີິ 1

ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດການແຂ່ງຂັນເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນທົ່ວປະເທດ ຄັ້ງທີ 1 ພາຍໃຂ້ຫົວຂໍ້: ຜິດໄພຜົນຮ້າຍຂອງຢາເສບຕິດຂຶ້ນໃນວັນທີ 2 ສິງຫາ ຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ຮອງປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາແຂກຖືກເຊີນ, ຄະນະກໍາມະການ, ນັກປະພັນ, ສິນລະປິນ, ນັກຮ້ອງ, ໝໍລໍາ ແລະ ບັນດາມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ຄໍາມ່ວນ ຝຶກອົບຮົມດົນຕີພື້ນເມືອງເພື່ອສືບສານຕໍານານສິລະປະວັດທະນະທຳລາວ

ວັນທີ 4 ສິງຫານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດຝຶກອົບຮົມ ດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ຮອງປະທານປະເທດ ລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມຢູ່ບ້ານຫາດບໍ່

ໃນວັນທີ 3 ສິງຫາຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫຼືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ຊຶ່ງເປັນບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ເຂົ້າຈີ່, ໜີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ເພື່ອຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ກອງປະຊຸມເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການ “ເພື່ອເສລີພາບຂອງບັນດາຊາດ”

ວັນທີ 31 ກໍລະກົດ ຜ່າມານີ້, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່, ຂະບວນການເພື່ອເສລີພາບຂອງບັນດາຊາດ ຜ່ານວິດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 13 ພັກການເມືອງ ຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ.
ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ສພ ແມ່ຍິງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນຳ້ຖ້ວມ

ໃນທ້າຍອາທິດນີ້, ຄະນະບໍລິຫານງານສະຫະພັນ (ສພ) ແມ່ຍິງ ເມືອງເງິນ ແຂວງໄຊຍະບູລີ ໄດ້ສົບທົບ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງ, ນໍາພາໂດຍທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ທີມງານຄະນະບໍລິຫານງານສະຫະພັນແມ່ຍິງເມືອງເງິນ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກຜົນກະທົບ ຈາກໄພພິບັດນ້ຳຖ້ວມ ເຮືອນປະຊາຊົນ
ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ

ວຽກງານຕໍານິຕິຊົມຂອງສື່ມວນຊົນ ແມ່ນວຽກງານອັນໜຶ່ງທີ່ສໍາຄັນ. ໃນປະຫວັດສາດຂອງໜັງສືພິມປະຕິວັດ ນັບແຕ່ມື້ກໍ່ຕັ້ງ ກໍເຮັດໜ້າທີ່ໃນການຍ້ອງຍໍຊົມເຊີຍ ປຸກລະດົມນັກປະຕິວັດ, ນັກຮົບຜູ້ອາດຫານ ແລະ ປະຊາຊົນຜູ້ອຸທິດເຫຼື່ອແຮງ ສະຕິປັນຍາ ຊ່ວຍໜູນນັກຮົບຕໍ່ສູ້ກັບພວກຈັກກະພັດລ່າເມືອງຂຶ້ນຕ່າງຊາດ ແລະ ລູກມືຂອງພວກເຂົາ. ຂະນະດຽວກັນ ກໍຕໍານິວິຈານ ໂທດກໍາອັນໂຫດຮ້າຍປ່າເຖື່ອນຂອງພວກເຂົາ ທີ່ມີຕໍ່ປະຊາຊົນລາວ ທໍາລາຍຕໍ່ຜືນແຜ່ນດິນອັນສັກກາລະບູຊາຂອງປະຊາຊົນລາວບັນດາເຜົ່າ.
ເພີ່ມເຕີມ