ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ

ການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດ

ການຄຸ້ມຄອງ ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດ
ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 18 ກັນຍາ 2024ນີ້ ທີ ຮສສກ່ຽວກັບການຄຸ້ມຄອງ

ແລະ ນໍາໃຊ້ເງິນກອງທຶນຄຸ້ມຄອງໄພພິບັດ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດວ່າ:ໂດຍການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງແລະ ຂັ້ນທ້ອງຖິ່ນ ໄດ້ຊີ້ນໍາ-ນໍາພາ ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລະ ອົງການຈັດຕັ້ງມະຫາຊົນແຕ່ລະທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບໄພນໍ້າຖ້ວມ ລົງໄປຊ່ວຍຍົກຍ້າຍປະຊາຊົນ,ຜູ້ອາຍຸສູງ, ເດັກນ້ອຍ, ເຄື່ອງຂອງ ແລະ ສັດລ້ຽງ ໄປຢູ່ບ່ອນທີ່ປອດໄພ ແລະ ສ້າງຄັນຄູ ຕ້ານໄພນໍ້າຖ້ວມຊຶ່ງໄດ້ອະນຸມັດມອບເງິນກອງທຶນຄຸ້ມຄອງໄພພິບັດຈໍານວນ 1 ຕື້ກີບ ໃຫ້ 6 ແຂວງ ເພື່ອນໍາໃຊ້ເຂົ້າໃນການຕອບໂຕ້ສຸກເສີນ,ໄດ້ຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກໃຫ້ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດລວມມູນຄ່າ 5.065.701.820 ກີບ, ໃນນີ້: ແຂວງຫຼວງນໍ້າທາ 3.196.694.820 ກີບ. ພ້ອມນັ້ນ, ຍັງໄດ້ຈັດຕັ້ງສະຖານທີ່ບໍລິການສຸຂະພາບຊົ່ວຄາວ 2 ແຫ່ງ,ໃຫ້ການບໍລິການປິ່ນປົວບາດແຜ, ວັກຊິນ ແລະ ຢາສຸກເສີນ, ຕັ້ງຈຸດບໍລິການນໍ້າສະອາດ, ນໍາໃຊ້ລົດຜະລິດນໍ້າສະອາດບໍລິການປະຊາຊົນ, ນໍາໃຊ້ລົດຊີແຕັກບັນທຸກນໍ້າ ບໍລິການປະຊາຊົນ, ແຈກຢາຍຕຸກໃສ່ນໍ້າ, ມອບເຄື່ອງໃຊ້ຄົວເຮືອນ, ນໍ້າຢາຂ້າເຊື້ອ, ຫີນສົ້ມ ແລະ ຜ້າບັດ, ຢາ ແລະ ອຸປະກອນການແພດ ແລະ ອາຫານແຫ້ງຈໍານວນໜຶ່ງ ແລະ ໄດ້ສົ່ງທີມງານປະເມີນລົງຮ່ວມກັບແຂວງດໍາເນີນການປະເມີນຜົນກະທົບ, ຜົນເສຍຫາຍ, ຄວາມຕ້ອງການຟື້ນ ຟູຮີບດ່ວນ ແລະ ຟື້ນຟູຫຼັງໄພພິບັດ ສໍາເລັດ 4 ແຂວງຄື: ແຂວງຫຼວງພະບາງ, ຫົວພັນ, ຊຽງຂວາງ ແລະ ໄຊຍະບູລີ.
ທ່ານ ລີປາວ ຢ່າງ ໄດ້ກ່າວຕື່ມວ່າ: ດ້ວຍຄວາມເປັນຫວ່ງເປັນໃຍ ຕໍ່ປະຊາຊົນ ຜູ້ປະສົບໄພພິບັດນໍ້າຖ້ວມ ໃນຂອບເຂດທົ່ວປະເທດ ໃນປີ 2024 ນີ້, ນັບແຕ່ວັນທີ 29 ສິງຫາ ຮອດວັນທີ 17 ກັນຍາ 2024 ໄດ້ມີບັນດາຂະແໜງການຂອງລັດ, ຫົວໜ່ວຍທຸລະກິດຂອງລັດ, ເອກະຊົນ, ບຸກຄົນ ແລະ ນິຕິບຸກຄົນ ມາໃຫ້ການບໍລິຈາກເປັນເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍແບ່ງເບົາຄວາມຫຍຸ້ງຍາກຂອງປະຊາຊົນຜູ້ປະສົບໄພພິບັດ ຢູ່ບັນດາແຂວງໂດຍຜ່ານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຊຶ່ງລວມມີ 39 ພາກສ່ວນ, ເປັນເງິນທັງໝົດ 32.465.850.000 ກີບ.
ການຄຸ້ມຄອງເງິນກອງທຶນຄຸ້ມຄອງໄພພິບັດງົບປະມານ ທີ່ນໍາໃຊ້ການແກ້ໄຂໄພພິບັດແມ່ນແຍກເປັນ 2 ສ່ວນ ຄື: ບັນດາໂຄງການຟື້ນຟູຫຼັງໄພພິບັດ ແມ່ນນໍາໃຊ້ບ້ວງງົບປະມານໂຄງການລົງທຶນຂອງລັດທີ່ເອົາເຂົ້າແຜນງົບປະມານການລົງທຶນໃນແຕ່ລະປີຕາມກົດໝາຍວ່າດ້ວຍການລົງທຶນຂອງລັດສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015 ແລະ ຄໍາແນະນໍາ 1767 /ກຜທ.ກຜ6, ລົງວັນທີ 22 ກໍລະກົດ 2024;ໂຄງການແກ້ໄຂໄພພິບັດສຸກເສີນ ແມ່ນນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ໂດຍປະຕິບັດຕາມມາດຕາ 47 ຂອງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ມາດຕາ 5 ຂອງ ດໍາລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ຊຶ່ງມີງົບປະມານທີ່ລັດຖະບານຈັດສັນໃຫ້ແຕ່ລະປີ; ເງິນປະກອບສ່ວນຂອງໂຄງການ, ພາກສ່ວນທຸລະກິດ ແລະ ບຸກຄົນທົ່ວໄປ.
ເປົ້າໝາຍການນໍາໃຊ້ກອງທຶນການຊ່ວຍເຫຼືອສຸກເສີນ: ບ່ອນຢູ່ອາໄສຊົ່ວຄາວ, ອາຫານ, ນໍ້າດື່ມ, ນໍ້າໃຊ້, ການບໍລິການແພດສຸກເສີນ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ ໃຫ້ຜູ້ປະສົບໄພພິບັດ; ການສ້ອມແປງໂຄງລ່າງພື້ນຖານທີ່ຈໍາເປັນ: ເຂັ້ນທາງ, ຂົວ, ໄຟຟ້າ, ໂທລະຄົມມະນາຄົມ, ນໍ້າສະອາດ,ໂຮງໝໍ ແລະ ສຸຂະນາໄມ; ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນເບື້ອງຕົ້ນ; ການອະນຸມັດກອງທຶນຄຸ້ມຄອງໄພພິບັດແມ່ນຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນນັ້ນເປັນຜູ້ອະນຸມັດ;ສໍາລັບສະເໜີນໍາໃຊ້ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ, ໃນເມື່ອທ້ອງຖິ່ນໃດ ຫາກໄດ້ຮັບຜົນກະທົບຈາກ ໄພພິບັດທີ່ສ້າງຄວາມເສຍຫາຍຫຼວງຫຼາຍ, ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈະແຕ່ງຕັ້ງທີມງານລົງໄປຊ່ວຍ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນທ້ອງຖິ່ນ ໃນການປະເມີນຄວາມເສຍຫາຍ ເພື່ອກໍານົດບັນດາໂຄງການທີ່ຈະຕ້ອງໄດ້ແກ້ໄຂສຸກເສີນທີ່ມີຄວາມຈໍາເປັນ ແລະ ຮັບຮອງຈາກ ອົງການປົກຄອງທ້ອງຖິ່ນ ແລ້ວລາຍງານຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພິຈາລະນາຮັບຮອງສະເໜີລັດຖະບານອະນຸມັດ ແລະ ແຈ້ງຄືນ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນທ້ອງຖິ່ນ ເປັນຜູ້ດໍາເນີນຂັ້ນຕອນຕາມກົດໝາຍວ່າດ້ວຍການຈັດຊີ-ຈັດຈ້າງຂອງລັດ.
ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບຈາກພາຍຸ 3 ຫົວ ຄື: ພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Prapiroon) ແລະ ພາຍຸໄຕ້ຝຸ່ນ ຢາກິ (YAKI) ອັນໄດ້ສົ່ງຜົນກະທົບຕໍ່ 15 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄໍາມ່ວນ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄໍາໄຊ, ໄຊສົມບູນ ແລະ ອຸດົມໄຊ ກວມເອົາ 100 ເມືອງ, 1.144 ບ້ານ, 45.661 ຄອບຄົວ, ຈໍານວນພົນ 176.024 ຄົນຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ມີ 182 ຄອບຄົວ ຖືກຍົກຍ້າຍໄປຢູ່ສູນພັກຊົ່ວຄາວ, ເຮືອນເປ່ເພ 169 ຫຼັງ; ເນື້ອທີ່ທໍາການຜະລິດເສຍຫາຍ ¬13.139 ເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມ ຈໍານວນ 13.478 ໂຕ, ຄາດຄະເນມູນຄ່າຜົນເສຍຫາຍເບື້ອງຕົ້ນ 477.020.709.864 ກີບ.
(ຂ່າວ-ພາຍ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ