![]() |
ທ່ານ ອຸ່ນຫຼ້າ ສີວັນເພັງ ກ່າວວ່າ: ປັດຈຸບັນວິທະຍາສາດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດ, ການຜະລິດ, ການພັດທະນາ, ການຄົງຕົວ ແລະ ການຂະຫຍາຍຕົວຂອງສັງຄົມມະນຸດ ປະຫວັດສາດ ໄດ້ຢັ້ງຢືນໃຫ້ພວກເຮົາເຫັນວ່າການຂະຫຍາຍຕົວຂອງສັງຄົມມະນຸດ ແມ່ນຕິດພັນກັບການຄົ້ນພົບ ແລະ ການຂະຫຍາຍຕົວຂອງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງເປັນໝາກຜົນໂດຍລວມຈາກການອອກແຮງງານຂອງມະນຸດພວກເຮົາ. ການນຳໃຊ້ວິທະຍາສາດຢ່າງເປັນລະບົບໃນການດຳລົງຊີວິດ ສາມາດແກ້ໄຂບັນຫາທາງທຳມະຊາດ ແລະ ສັງຄົມ ແລະ ນຳໃຊ້ເຂົ້າໃນການຜະລິດ-ການພັດທະນາ ເຮັດໃຫ້ເກີດປະໂຫຍດສູງສຸດໄດ້. ບັນດານັກສຶກສາ ແມ່ນເປັນໜໍ່ແໜງຂອງປະເທດຊາດ ທີ່ຈະສຶກສາຮໍ່າຮຽນ ແລະ ຄົ້ນຄວ້າທົດລອງທາງດ້ານວິທະ ຍາສາດ ແລະ ນະວັດຕະກໍາ ຊຶ່ງປະກອບສ່ວນໃນການພັດທະນາປະເທດຊາດໃນອະນາຄົດ.
![]() |
ສໍາລັບວິທີການແຂ່ງຂັນກິດຈະກຳຖາມ-ຕອບວິທະຍາສາດແມ່ນໃຊ້ລະບົບອອນລາຍ ນໍາໃຊ້ກາຮຸດ (OnlineKahoot), ມີທີມນັກສຶກສາເຂົ້າຮ່ວມທັງໝົດ 14 ທີມ, ປະກອບມີ 13 ຄະນະວິຊາ ແລະ 1 ສະຖາບັນຂົງຈື. ຜົນການແຂ່ງຂັນໃນຄັ້ງນີ້, ທີມຊະນະເລີດ ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ ໄດ້ຮັບລາງວັນທຶນການສຶກສາ 1,600,000 ກີບ, ພ້ອມໃບຢັ້ງຢືນ; ທີ 2: ທີມນັກສຶກສາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ຮັບລາງວັນທຶນການສຶກສາ 1,400,000 ກີບ, ພ້ອມໃບຢັ້ງຢືນ; ທີ 3: ທີມນັກສຶກສາ ສະຖາບັນຂົງຈື ໄດ້ຮັບລາງວັນທຶນການສຶກສາ 1,200,000 ກີບ, ພ້ອມໃບຢັ້ງຢືນ; ທີ 4: ທີມນັກສຶກສາ ຄະນະສຶກສາສາດ ໄດ້ຮັບລາງວັນທຶນການສຶກສາ 800,000 ກີບ, ພ້ອມໃບຢັ້ງຢືນ. ໃຫ້ກຽດມອບລາງວັນຄັ້ງນີ້ໂດຍ ທ່ານ ອຸ່ນຫຼ້າ ສີວັນເພັງ.
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ມຊ)


ຄໍາເຫັນ