1. ເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວທາງດ້ານການເມືອງໃຫ້ສະມາ ຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ ແລະ ປະຊາ ຊົນລາວບັນດາເຜົ່າ ໂດຍສະເພາະຜູ້ມີສິດເລືອກຕັ້ງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອ ກະພາບຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V. ບົນພື້ນຖານດັ່ງກ່າວ ເຮັດໃຫ້ຜູ້ມີສິດເລືອກຕັ້ງມີຄວາມຕື່ນຕົວສະໝັກໃຈໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນຕາມລະບຽບກ່ຽວກັບການເລືອກຕັ້ງ.
2. ເສີມຂະຫຍາຍຢ່າງແຂງແຮງ ການປະຕິບັດສິດ ປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເພື່ອປະກອບສ່ວນຢ່າງສົມກຽດເຂົ້າໃນການປັບປຸງບູລະນະ ລະບົບອົງການອໍານາດແຫ່ງລັດຂັ້ນຕ່າງໆ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ “ເປັນອຳນາດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ" ຢ່າງແທ້ຈິງ ເປັນຕົ້ນປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ແລະ ສະພາປະຊາຊົນຂັ້ນແຂວງຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.
3. ຮັບປະກັນເລືອກຕັ້ງ ໃຫ້ໄດ້ຜູ້ສະໝັກຮັບເລືອກຕັ້ງທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນກວ່າໝູ່ ຕາມທີ່ກຳນົດໄວ້ໃນກົດໝາຍມາເປັນ ສສຊ ຊຸດທີ X ແລະ ສສຂ ຊຸດທີ V. ໃນນັ້ນ, ໃຫ້ມີໂຄງປະກອບທາງດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສໃນອັດຕາສ່ວນທີ່ເໝາະສົມ, ມີຕົວແທນຈາກອົງການຈັດຕັ້ງພັກ, ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ແລະ ຕົວແທນຈາກວິສາຫະກິດລັດ ແລະ ເອກະຊົນໃນຂະແໜງການທີ່ສໍາຄັນຈຳນວນໜຶ່ງ.
4. ຍົກສູງສະຕິເປັນເຈົ້າປະເທດຊາດ, ສະຕິຊາດ ເອກະພາບອັນໜຶ່ງອັນດຽວ, ສະຕິລະວັງຕົວຕໍ່ ກົນອຸບາຍມ້າງເພທໍາລາຍຂອງພວກຄົນບໍ່ດີ ເປັນຕົ້ນການໂຄສະນາແບ່ງແຍກພາຍໃນ, ການໃສ່ຮ້າຍປ້າຍສີ ຕໍ່ການເລືອກຕັ້ງ, ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ການເລືອກຕັ້ງເທື່ອນີ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
5. ຮັບປະກັນໃຫ້ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ບັນລຸຜົນສໍາເລັດຕາມ 4 ລະດັບຄາດໝາຍຄື: 1) ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%; 2) ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%; 3) ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%; 4) ນໍາພາວຽກງານປ່ອນບັດເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກຳນົດເວລາ 100%.
ຄໍາເຫັນ