ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ໃນທົ່ວແຂວງ ໄດ້ພ້ອມກັນ ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ນໍາພາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງປວງຊົນລາວ ທັງຊາດ ເພື່ອສະແດງເຖິງ ຄວາມເຄົາລົບຮັກ, ກະຕັນຍູ, ຮູ້ບຸນຄຸນ ແລະ ຈົດຈໍາຈາລຶກ, ຮໍ່າຮຽນ ເອົາແບບແຜນການດໍາລົງຊິວິດ, ຄຸນສົມບັດສິນທໍາປະຕິວັດ ພ້ອມທັງສືບຕໍ່ເສີມຂະຫຍາຍ ພາລະ ກິດ ອັນຍິ່ງໃຫຍ່ ແລະ ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືແຂວງຄໍາມ່ວນ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ