![]() |
ພີທີໃສ່ບາດຖວາຍສັງຄະທານ ແກ່ພະສົງຄັ້ງນີ້ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ທັງເປັນປີຄົບຮອບອາຍຸ 105 ປີ ແລະ ການໃສ່ບາດຖວາຍສັງຄະທານ ພະສົງຈໍານວນ 105 ອົງຕາມອາຍຸຂອງເພີ່ນ ແລະ ຈະມີມວນຊົນຫຼາຍກວ່າ5 ພັນຄົນເຂົ້າຮ່ວມ.ປະທານໄກສອນ ພົມວິຫານ ໄດ້ຕິດພັນສະ
ໜິດແໜ້ນກັບການຂະຫຍາຍຕົວຂອງພັກ ແລະ ຂອງການປະຕິວັດເຮົາ, ປະທານໄດ້ນໍາເອົາການປະຕິວັດກ້າວຂຶ້ນເທື່ອລະກ້າວຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ ແລະ ນໍາພາພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ ເພື່ອສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັກແໜ້ນ ແລະ ມີໄຊພ້ອມທັງຍຶດໝັ້ນຄໍາຂວັນທີ່ວ່າ ປະທານ ໄກສອນພົມວິຫານ ທີ່ແສນເຄົາລົບຮັກ ຍືນຍົງຄົງຕົວໃນພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພວກເຮົາຕະຫຼອດກາລະນານ.
![]() |
(ຂ່າວ:ພາບ :ບຸນອູ້ມ)


ຄໍາເຫັນ