![]() |
ໃນກອງປະຊຸມ, ຄະນະຜູ້ແທນຊາວໜຸ່ມລາວໄດ້ມີຄໍາເຫັນບາງຕອນກ່າວວ່າ: ການພັດທະນາສີຂຽວ, ສິ່ງທີ່ສຳຄັນທີ່ສຸດ ແມ່ນການສົ່ງເສີມມີສ່ວນຮ່ວມຂອງຊາວໜຸ່ມ ແລະ ທຸກຄົນໃນສັງຄົມ, ເນື່ອງຈາກວ່າ ຊາວໜຸ່ມແມ່ນກຳລັງແຮງຂອງຊາດ ແລະ ຈະກາຍເປັນຜູ້ນຳໃນອານາຄົດ.
![]() |
ບັນດາຄົນຮຸ້ນໜຸ່ມຂອງພວກເຮົາ ໄດ້ປະກອບສ່ວນໃນຫຼາຍກິດຈະກຳ ໃນຫຼາຍຂົງເຂດວຽກງານ ທີ່ຕິດພັນກັບການພັດທະນາສີຂຽວ ເຊັ່ນ: ການສຶກສາ, ການປູກຈິດສຳນຶກທາງດ້ານການປ່ຽນແປງດິນຟ້າອາກາດ, ອາສາສະໝັກເພື່ອປົກປັກຮັກສາສິ່ງແວດລ້ອມ - ຊີວະນານາພັນ, ການດຳເນີນທຸລະກິດໜຸ່ມ ທີ່ຕິດພັນກັບນະວັດຕະກຳໃໝ່ ແລະ ການດຳເນີນທຸລະກິດແບບມີສ່ວນຮ່ວມ ແລະ ໃຫ້ຄວາມສໍາຄັນເຖິງຜົນກະທົບຕໍ່ສິ່ງແວດລ້ອມ, ການດຳເນີນອຸດສາຫະກຳ-ກະສິກຳສີຂຽວທີ່ຍືນຍົງ, ທຸລະກິດການທ່ອງທ່ຽວທີ່ຕິດພັນກັບລະບົບນິເວດ-ປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ, ການພັດທະນາດິຈິຕອນ-ເຕັກໂນໂລຊີນະວັດຕະກຳໃໝ່ ທີ່ປະຢັດພະລັງງານ, ທີ່ໃຊ້ພະລັງງານທົດແທນ, ຫຼຸດຜ່ອນຂີ້ເຫຍື່ອ-ຜົນກະທົບຕໍ່ສິ່ງແວດລ້ອມຕ່າງໆ ທີ່ຖືກນຳມາ ແລະ ຖືກຄົ້ນຄິດ ແລະ ຈັດຕັ້ງປະຕິບັດໂດຍຄົນຮຸ່ນໜຸ່ມ. ສິ່ງເຫຼົ່ານີ້ໄດ້ຢັ້ງຢືນວ່າ: ໄວໜຸ່ມໄດ້ປະກອບສ່ວນສ້າງອານາຄົດທີ່ຂຽວສົດງົດງາມ ແລະ ຍືນຍົງສໍາລັບທຸກຄົນ.
![]() |
(ຂ່າວ: ວິທະຍຸ-ໂທລະພາບ ສຊປລ)
ຄໍາເຫັນ