ການນຳຂັ້ນສູນກາງ ແລະ ຂັ້ນແຂວງ ລົງຕິດຕາມແກ້ໄຂໄພພິບັດນ້ຳຖ້ວມ ຢູ່ເມືອງເຟືອງ

ການນຳຂັ້ນສູນກາງ ແລະ ຂັ້ນແຂວງ ລົງຕິດຕາມແກ້ໄຂໄພພິບັດນ້ຳຖ້ວມ ຢູ່ເມືອງເຟືອງ

ການນຳຂັ້ນສູນກາງ ແລະ ຂັ້ນແຂວງ ລົງຕິດຕາມແກ້ໄຂໄພພິບັດນ້ຳຖ້ວມ ຢູ່ເມືອງເຟືອງ
ໃນວັນທີ 2 ຕຸລານີ້, ທ່ານ ບົວຄົງ ນາມມະວົງລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ແກ້ວ ຈັນທະວີໄຊຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບ ທ່ານ ພູທະນູເພັດ ໄຊສົມບັດຮອງເຈົ້າວຽງຈັນ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ຂອງແຂວງວຽງຈັນ, ການນຳຂອງເມືອງເຟືອງ ໄດ້ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມ, ການປ່ອຍນ້ຳອອກຈາກເຂື່ອນໄຟຟ້ານ້ຳລີກ 1-2 ພ້ອມທັງ ຊຸກຍູ້ການແກ້ໄພພິບັດນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງເຟືອງແຂວງວຽງຈັນ.
ການນຳຂນສນກາງ ແລະ ຂນແຂວງ ລງຕດຕາມແກໄຂໄພພບດນຳຖວມ ຢເມອງເຟອງ - image 1
 

ໃນໂອກາດນີ້, ທ່ານ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຮັບຟັງການລາຍງານ ກ່ຽວກັບສະພາບໄພພິບັດນໍ້າຖ້ວມ ຈາກຄະນະກຳມະການຄຸ້ຄອງໄພພິບັດຂັ້ນແຂວງ ແລະ ການບໍລິຫານຈັດການນໍ້າ ຂອງເຂື່ອນໄຟຟ້ານໍ້າລີກ 1-2 ຈາກຜູ້ຕາງໜ້າບໍລິສັດ ເຂື່ອນໄຟຟ້ານໍ້າລີກ ເຫັນວ່າ: ໃນລະຫວ່າງ ວັນທີ 29 ກັນຍາ ຫາ ວັນທີ 1 ຕຸລາ 2025 ຜ່ານມາ, ເມືອງເຟືອງໄດ້ຮັບອິດຕິພົນຈາກ ພາຍຸບົວລອຍ ທີ່ພັດເຂົ້າມາ ແລະ ເຮັດໃຫ້ມີຝົນຕົກໜັກໃນ 2-3 ມື້ ຕິດຕໍ່ກັນ, ອັນໄດ້ເຮັດໃຫ້ປະລິມານນ້ຳຢູ່ຕາມສາຍນໍ້າຕ່າງເພີ່ມສູງຂຶ້ນຢ່າງວອງໄວ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ນໍ້າຝົນໄຫຼເຂົ້າໃນອ່າງເກັບນໍ້າໆລີກເພີ່ມສູງຂຶ້ນຢູ່ໃນລະດັບບັນຈຸສູງສຸດຂອງເຂື່ອນ.ເພື່ອເປັນການຮັກສາລະດັບນໍ້າ ແລະ ປ້ອງກັນເຂື່ອນ ໃນວັນທີ 30 ກັນຍາ 2025 ທາງຝ່າຍທີ່ຮັບຜິດຊອບການບໍລິຫານຈັດການນ້ຳ ຢູ່ເຂື່ອນຜະລີດໄຟຟ້ານໍ້າລີກ 1-2 ຈຶ່ງໄດ້ປ່ອຍອອກຈາກເຂື່ອນ ເພີ່ມຂຶ້ນຕາມລະດັບ ຊຶ່ງມວນນໍ້າດັ່ງກ່າວ ຈະບວກກັບປະລິມານນໍ້າ ຕາມສາຍຫ້ວຍຕ່າງໆຢູ່ລຸ່ມເຂື່ອນ ເຮັດໃຫ້ສາຍນໍ້າລີກຢູ່ລຸ່ມເຂື່ອນເພີ່ມສູງຂຶ້ນຫຼາຍ ແລະ ຢູ່ 7 ບ້ານຕາມແຄມນໍ້າລີກລຸ່ມເຂື່ອນໄຟຟ້າ ເຮັດໃຫ້ສິ່ງປຸກສ້າງຂອງຜູ້ປະກອບການດ້ານການທ່ອງທ່ຽວ ເປັນຕົ້ນ ແມ່ນເຮືອນແພໄຫຼໄປກັບສາຍນໍ້າ ປະມານ 55 ກວ່າຫຼັງ ແລະ ເຮືອນແພມີການເປເຟຈໍານວນໜຶ່ງ, ເຮືອນພັກແຄມນໍ້າ, ຮ້ານອາຫານ, ຕູບ, ສິ່ງກໍ່ສ້າງ ແລະ ວັດຖຸຮັບໃຊ້ຕ່າງໆຈໍານວນໜື່ງ ຈົມຢູ່ໃຕ້ນໍ້າຍັງບໍ່ສາມາດປະເມີນໄດ້, ຂົວຍ່າງຂ້າມໄປສະຖານທີ່ທ່ອງທ່ຽວເປເພ ແລະ ເສຍຫາຍ 2 ຈຸດ,ພື້ນທີ່ຜະລິດເຂົ້ານາປີ, ຮົ້ວສວນຂອງປະຊາຊົນຢູ່ລຽບຕາມແຄມນ້ຳລີກ ຈໍານວນ 7 ບ້ານແມ່ນໄດ້ຮັບຜົນເສຍຫາຍຫຼາຍສົມຄວນ. ເສັ້ນທາງຖືກນໍ້າຖ້ວມ 2 ຈຸດ ເຮັດໃຫ້ການສັນຈອນໄປມາຂອງປະຊາຊົນແມ່ນພົບຄວາມຫຍຸ້ງຍາກພໍສົມຄວນໃນເວລານັ້ນ.ຕໍ່ເຫດການດັ່ງກ່າວນີ້, ທາງອົງການປົກຄອງຂັ້ນເມືອງ, ຄະນະກຳມະການຕ້ານໄພພິຂັ້ນເມືອງ ສົມທົບກັບກຳລັງເຈົ້າໜ້າທີ່ ປກຊ ແລະ ປກສ ເມືອງ ໄດ້ພ້ອມກັນສຸມໃສ່ ເພື່ອລົງຕິດຕາມຊ່ວຍເຫຼືອບັນດາຫົວໜ່ວຍຜູ້ປະກອບການທີ່ໄດ້ຮັບຜົນກະທົບ ແລະ ປະຊາຊົນຢູ່ໃນພື້ນທີ່ດັ່ງກ່າວຢ່າງເຕັມທີ ແລະ ມີຄວາມປອດໄພໃນລະດັບດີ. ມາຮອດປັດຈຸບັນນີ້ ລະດັບນ້ຳໃນໜ້າອ່າງນໍ້າລີກ ແລະ ຢູ່ລຸ່ມນ້ຳທ້າຍເຂື່ອນແມ່ນກຳລັງຫຼຸດລົງຢູ່ໃນສະພາບປົກກະຕິ ເນື່ອງຈາກຝົນໄດ້ຢຸດຕົກ, ສໍາລັບຜົນເສຍຫາຍຂອງອຸທົກກະໄພໃນຄັ້ງນີ້, ຄະນະຮັບຜິດຊອບຍັງບໍ່ສາມດປະເມີນມູນຄ່າເສຍຫາຍໄດ້ ເນື່ອງຈາກເປັນເຫດການທີ່ດ່ວນ ແລະ ຍັງບໍ່ສາມາດເຂົ້າເຖິງ ຫຼື ຮູ້ຂໍ້ມູນເສຍຫາຍຕົວຈີງເທື່ອ, ຊຶ່ງຈະໄດ້ລົງເກັບກຳຂໍ້ມູນລະອຽດ ແລ້ວຈະລາຍງານໃຫ້ຮັບຮູ້ຕາມພາຍຫຼັງ.

ການນຳຂນສນກາງ ແລະ ຂນແຂວງ ລງຕດຕາມແກໄຂໄພພບດນຳຖວມ ຢເມອງເຟອງ - image 2
 

ໃນໂອກາດນີ້, ທາງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ມອບເງິນ ແລະ ເຄື່ອງຊ່ວຍເຫຼືອການແກ້ໄຂໄພພິບັດນໍ້າຖ້ວມໃນເບື້ອງຕົ້ນ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງວຽງຈັນ ລວມມູນຄ່າທັງໝົດຈຳນວນ 354,000,000 ກີບ.

(ຂ່າວ, ພາບ: ບຸນມາ ແກ້ວບຸດດາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ