ແຂວງຈໍາປາສັກ ຢ້ຽມຢາມ ອວຍພອນປີໃໝ່ ສສ ຫວຽດ

ການນໍາແຂວງຈໍາປາສັກ ຢ້ຽມຢາມ ອວຍພອນປີໃໝ່ ສສ ຫວຽດ

ການນໍາແຂວງຈໍາປາສັກ ຢ້ຽມຢາມ ອວຍພອນປີໃໝ່ ສສ ຫວຽດ
ການນຳແຂວງຈໍາປາສັກ ນຳໂດຍ ທ່ານ ໂສມ ບຸດຕະກຸນຄະນະປະຈໍາພັກແຂວງຮອງເຈົ້າແຂວງໆຈໍາປາສັກ, ເຄື່ອນໄຫວຢ້ຽມຢາມ ອວຍພອນປີໃໝ່ປະເພນີຂອງຊາວຫວຽດນາມ ຢູ່ 6 ແຂວງຂອງ ສສ ຫວຽດນາມ

ຄື: ແຂວງດັກລັກ, ເລີມດົ່ງ, ແຄັງຮວ່າ, ບິ່ງດິ້ງ, ຢາລາຍ ແລະ ແຂວງກອນຕູມ ໂດຍການຕ້ອນຮັບອັນອົບອຸ່ນຈາກ ຄະນະພັກ-ຄະນະນໍາ ຂອງແຕ່ລະແຂວງ.

ໂອກາດນີ້, ທ່ານ ໂສມ ບຸດຕະກຸນ ໄດ້ຕາງໜ້າໃຫ້ອົງຄະນະພັກ-ອົງການປົກຄອງແລະ ປະຊາຊົນບັນດາເຜົ່າຊາວແຂວງຈຳປາສັກ ຂໍອວຍພອນໄຊອັນປະເສີດມາຍັງ ອົງຄະນະພັກ, ອົງການການປົກຄອງແລະ ປະຊາຊົນ ຊາວແຂວງດັກລັກ, ແຂວງເລີມດົ່ງ, ແຂວງແຄັງຮວ່າ, ແຂວງບິ່ງດິ້ງ, ແຂວງຢາລາຍ ແລະ ແຂວງກອນຕູມ; ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ, ອວຍພອນແດ່ສາຍພົວພັນຄວາມມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ກໍຄືບັນດາແຂວງພາກກາງ ຂອງ ສສ ຫວຽດນາມ ແລະ ແຂວງຈໍາປາສັກ ໃນການຮ່ວມມື ຮອບດ້ານໃຫ້ນັບມື້ນັບມີຄວາມເຂັ້ມແຂງ, ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ແລະ ມີປະສິດທິພາບສູງຂຶ້ນຫຼາຍກວ່າເກົ່າ ໝັ້ນຄົງຂະທະນົງແກ່ນຕະຫຼອດການລະນາ.

ພິເສດໃນໂອກາດທີ່ເຄື່ອນໄຫວ ຢ້ຽມຢາມແຂວງຢາລາຍ ໄດ້ຈັດພິທີການປະດັບຫຼຽນໄຊແຮງງານຊັ້ນ I ໃກ້ກົມກອງ ແລະ ຫຼຽນໄຊອິດສະຫຼະຊັ້ນ III ໃຫ້ແກ່ບຸກຄົນ ໃຄະນະນໍາຂອງແຂວງຢາລາຍຈໍານວນ 3 ທ່ານ, ທີ່ມີຜົນງານ, ຄຸນງາມຄວາມດີ ໃນການພົວພັນຮ່ວມມື ແລະ ຊ່ວຍເຫຼືອທຶນຮອນ ໃນການພັດທະນາແຂວງຈໍາປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022).

(ຂ່າວ: ຈາກຫ້ອງວ່າການແຂວງຈໍາປາສັກ)

ຄໍາເຫັນ

ຂ່າວການຮ່ວມມື

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ພິທີມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນຕອນເຊົ້າຂອງວັນທີ2 ມິຖຸນານີ້ທີ່ສະໜາມບິນສາກົນປາກເຊນະຄອນປາກເຊແຂວງຈໍາປາສັກໄດ້ມີການຈັດພິທີມອບ-ຮັບສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການລາວ-ອາເມຣິກາໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວຄັ້ງທີ 4ປະຈໍາສົກປີ2024-2025 ຢູ່ເຂດເມືອງດາກຈຶງ ແຂວງເຊກອງ.
ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ສູນວັດທະນະທຳຈີນປະຈຳລາວ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ເຜີຍແຜ່ຄວາມຮູ້ກ່ຽວກັບອຸນຫະພູມເຄື່ອງປັ້ນຈືຊ່າ ຊຶ່ງເປັນກິດຈະກໍາສໍາຜັດວັດທະນະທໍາຈີນໃນບຸນຕ່ວນຫວູ ຂຶ້ນໃນວັນທີ 1 ມິຖຸນາຜ່ານມາໂດຍການເຂົ້າຮ່ວມຂອງທ່ານນາງ ຫຼີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ,ມີແຂກຖືກເຊີນ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

ໂດຍຕອບສະໜອງຕາມການເຊີນຂອງສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ຊຶ່ງກັນ ແລະ ກັນດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປ ຈີນ ແຕ່ວັນທີ 28/5-4/6 2025.
ລມຕ ກະຊວງພາຍໃນ ຕ້ອນຮັບທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່

ລມຕ ກະຊວງພາຍໃນ ຕ້ອນຮັບທູດອິນເດຍ ປະຈໍາ ສປປ ລາວ ຄົນໃໝ່

ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຢເກສວາ ສັງວານ (Mr.Yogeshwar Sangwan) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ຄົນໃໝ່ ຫວ່າງບໍ່ດົນມານີ້ ທີ່ກະຊວງພາຍໃນ.
ຫຼວງພະບາງ ແລະ ເຊີນລາ ແລກປ່ຽນບົດຮຽນວຽກງານໄອຍະການປະຊາຊົນ

ຫຼວງພະບາງ ແລະ ເຊີນລາ ແລກປ່ຽນບົດຮຽນວຽກງານໄອຍະການປະຊາຊົນ

ເມື່ອບໍ່ດົນມານີ້, ຢູ່ແຂວງເຊີນລາ ສສ ຫວຽດນາມ, ຄະນະນຳອົງການໄອຍະການປະຊາຊົນແຂວງຫຼວງພະບາງ ສປປ ລາວ ນຳພາໂດຍ ທ່ານ ຄໍາປະສົງ ດິດຍະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ອົງການໄອຍະການປະຊາຊົນ ແຂວງເຊີນລາ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຟຸງ ແມງ ຮຸງ ຫົວໜ້າອົງການໄອຍະການປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະ.
ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ  (ໂອກາດສະເຫຼີມສະຫຼອງວັນເກີດ ຂອງປະທານ ໂຮ່ຈິມິນຄົບຮອບ 135 ປີ,19/5/1890-19/5/2025)

ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ (ໂອກາດສະເຫຼີມສະຫຼອງວັນເກີດ ຂອງປະທານ ໂຮ່ຈິມິນຄົບຮອບ 135 ປີ,19/5/1890-19/5/2025)

ໂດຍ: ທ່ານຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ. ປະທານ ໂຮ່ຈິມິນ ແມ່ນຜູ້ນໍາທີ່ສະຫຼາດສ່ອງໃສ, ເປັນຄູສອນທີ່ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ, ເປັນນັກເຄື່ອນໄຫວທີ່ດີເດັ່ນໃນຂະບວນການກອມມູນິດສາກົນ ແລະ ຂະບວນການຕໍ່ສູ້ປົດປ່ອຍຊາດ, ເປັນພໍ່ທີ່ເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ນັກປາດວັດທະນະທຳໂລກ, ນັກຕໍ່ສູ້ກອມມູນິດທີ່ເປັນແບບຢ່າງ, ເປັນເພື່ອນສະໜິດສະໜົມ ແລະ ສະຫາຍທີ່ຮັກແພງຂອງປະຊາຊົນ ລາວອ້າຍນ້ອງ ດ້ວຍຄໍາເວົ້າທີ່ວ່າ: “ປະທານ ໂຮ່ຈິມິນ ແລະ ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ”.
ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວຕ້ອນຮັບຮອງເຈົ້າຄອງນະຄອນຊຽງໄຮ້

ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວຕ້ອນຮັບຮອງເຈົ້າຄອງນະຄອນຊຽງໄຮ້

ໃນລະຫວ່າງວັນທີ 28-29 ພຶດສະພາ ນີ້, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຊຽງໄຮ້ ແລະ ເຊີນເຈີນ ສປ ຈີນ ຊຶ່ງໄລຍະເຄື່ອນໄຫວຢູ່ນະຄອນຊຽງໄຮ້ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ເຊ້ຍ ຕົ່ງຮອງເຈົ້າຄອງນະຄອນຊຽງໄຮ້; ພ້ອມນີ້ ກໍໄດ້ຢ້ຽມຢາມທັດສະນະສຶກສາ ແລະ ພົບປະກັບ ຮອງຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດຜະລິດເຮືອບິນ ການຄ້າ ຂອງ ສປ ຈີນ ຫຼື(Commercial Aircraft Corporation of China, Ltd, COMAC).
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ ແຟງລັງ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ ແຟງລັງ

ເມື່ອທ້າຍເດືອນພຶດສະພານີ້ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງແຮນຊິງກີ ປະເທດແຟງລັງ; ທ່ານ ບຸນທະວີ ວິລະວົງ ໄດ້ເດີນທາງໄປຍື່ນສານຕາຕັ້ງຕໍ່ ທ່ານ ອາເລັກຊານເດີ ສະຕາບ (Alexander Stubb) ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຟງລັງ (ສ ແຟງລັງ) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ປະຈຳ ສ ແຟງລັງ.
ກະຊວງ​ ສສກ ຮ່ວມກັບສະຖານທູດອົສຕຣາລີ ສະຫຼອງ​ວັນ​ເດັກສາກົນ

ກະຊວງ​ ສສກ ຮ່ວມກັບສະຖານທູດອົສຕຣາລີ ສະຫຼອງ​ວັນ​ເດັກສາກົນ

ກະຊວງ​ສຶກສາ​ທິການ ​ແລະ ກິລາ(ສສກ)ຮ່ວມກັບສະຖານທູດອົສຕຣາລີ ປະຈໍາ ສປປ ລາວ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ເດັກສາກົນ ຂຶ້ນໃນວັນທີ 29 ພຶດສະພາ ນີ້ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພິທີດັ່ງກ່າວຈັດຄຽງຄູ່ກັບກິດຈະກໍາເຜີຍແຜ່ເອກະສານ ແລະ ຄໍາຂວັນວັນເດັກສາກົນປີ 2025 ຄື:ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກທຸກຄົນ: ສິດເທົ່າທຽມກັນ,
30-4-2025

30-4-2025

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເພີ່ມເຕີມ