ໃນວັນທີ 29 ສິງຫາຜ່ານມາ, ການນຳແຂວງຫຼວງນໍ້າທາ ໄດ້ເຄື່ອນໄຫວຕິດຕາມແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງຫຼວງນໍ້າທາ ຈາກເຫດການຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ເກີດໄພນໍ້າຖ້ວມເປັນບໍລິເວນກວ້າງກວມເອົາຫຼາຍບ້ານໃນເມືອງຫຼວງນໍ້າທາ ໂດຍມີທ່ານ ວົງມະນີ ເພື່ອປະຊາ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ທ່ານ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ລົງກວດກາຈຸດບໍລິເວນຂອບເຂດນໍ້າຖ້ວມຢູ່ຫຼາຍບ້ານ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ເມືອງຫຼວງນໍ້າທາໃນຄັ້ງນີ້ມີທັງໝົດ 34 ບ້ານ.
ພ້ອມນີ້, ການນໍາແຂວງກໍໄດ້ຈັດຈຸດພັກເຊົາຊົ່ວຄາວຊຶ່ງມີ 5 ຈຸດຄື: ເດີ່ນກິລາໃນຮົ່ມຂອງແຂວງ, ໂຮງຮຽນ ມສ ເທສະບານແຂວງ, ໂຮງໝໍຕໍາຫຼວດ, ສູນຕ້ອນຮັບຜູ້ຖືກເຄາະຮ້າຍພາກເໜືອ ແລະ ສູນ ໂຮງຮຽນ ມສ ທົ່ງປຸ່ງ,
ການຊ່ວຍເຫຼືອເບື້ອງຕົ້ນທາງແຂວງໄດ້ຈັດສັນອາຫານການກິນ ແລະ ບ່ອນພັກເຊົາ, ສ່ວນຜົນກະທົບ ແລະ ການເສຍຫາຍແມ່ນຍັງບໍ່ທັນສະຫຼຸບໄດ້ເທື່ອ.
ຂ່າວ: ມຸນຕີ
ຄໍາເຫັນ