ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳຮອບດ້ານ ຂອງຄະນະພັກ-ຄະນະບັນຊາໃນການປະຕິບັດມະຕິ, ແຜນດໍາເນີນງານຂອງຄະນະພັກ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວວຽກງານວິຊາສະເພາະ ໃນວັນທີ 11 ມິຖຸນານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກ ຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ພ້ອມດ້ວຍຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນວັນທີ 10 ມິຖຸນານີ້ ທີ່ ເມືອງປາກຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີພະນັກງານຈາກບັນດາກົມກອງອ້ອມຂ້າງເມືອງປາກຊ່ອງເຂົ້າຮ່ວມ.
ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນວັນທີ 9 ມິຖຸນາຜ່ານມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ໃນວັນທີ 10 ມິຖຸນານີ້ ທີ່ວັດໂພທາຣາມ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງພື້ນທີ່ຕົວຈິງ ເພື່ອພົບປະຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ພາຍຸໝາກເຫັບ ທີ່ພັດຖະຫຼົ່ມໃນໄລຍະຜ່ານມາ ຊຶ່ງການລົງພື້ນທີ່ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີຄະນະນຳຂັ້ນສູງຈາກສະພາແຫ່ງຊາດ ອຳນາດການປົກຄອງນະຄອນຫຼວງວຽງຈັນ ຄະນະກຳມະການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນວັນທີ 10 ມິຖຸນານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X (ສສຊ) ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V (ສປນວ) ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບຂອງທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ບຸນມີ ໄຊຍະວົງ ປະທານຄະນະກໍາມະການປົກຄອງເມືອງສີໂຄດຕະບອງ ມີບັນດາສະມາຊິກສະພາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດພິທີປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ໃນວັນທີ 10 ມິຖຸນານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການປາຖະກະຖາຂອງທ່ານ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າກົມຈັດຕັ້ງພະນັກງານ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີຂຶ້ນໃນວັນທີ 9 ມິຖຸນາ ຜ່ານມາ, ໃຫ້ກຽດປາຖະກະຖາໂດຍສະຫາຍ ພົຈວ ອຸດົມ ສີສົງຄາມ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ສະຫາຍ ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍນາຍຕໍາຫຼວດເຂົ້າຮ່ວມ.
ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ຈັດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດປະຈໍາປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ APB, ໂດຍມີຄະນະກໍາມະການສະພາບໍລິ ຫານ, ຄະນະອຳນວຍການ, ຜູ້ຈັດການຝ່າຍ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງເຂົ້າຮ່ວມ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການຜະລິດກະສິກຳເປັນສິນຄ້າ, ປູກກາເຟ, ພິກໄທ ແລະ ໝາກຖຸລຽນ ເພື່ອຈຳໜ່າຍ ພາຍໃນ ແລະ ສົ່ງອອກຕ່າງປະເທດ ໃນເນື້ອທີ່ 100 ເຮັກຕາ ຢູ່ບ້ານຕະໂອດ (ລາຊະສິນເກົ່າ) ແລະ ໜອງພະໜວນ ເມືອງປາກຊ່ອງ ແຂວງຈຳປາສັກ ກັບ ບໍລິສັດ ລຽນດວານ ຈະເລີນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາຜ່ານມາ ທີ່ ໂຮງແຮມຈໍາປາສັກພາເລດ.
ຄໍາເຫັນ