ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ
ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ການນຳແຂວງຫວງພະບາງ ຊກ​ຍວຽກງານ ຢໂຮງງານຊມງຄອນຈ ຫວງພະບາງ - image 1
 

ໂອກາດນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບ ສະພາບຂອງບໍລິສັດ ເຊິ່ງບໍລິສັດຊີມັງຄອນຈ໌ ແມ່ນບໍລິສັດຜະລິດຊີມັງຍີ່ຫໍ້ດຽວທີ່ໃຫຍ່ ໂດຍມີຫຼາຍກ່ວາ 100 ບໍລິສັດຍ່ອຍຢູ່ 21 ແຂວງ, ເທດສະບານ ແລະ ເຂດປົກຄອງຕົນເອງໃນປະເທດຈີນ, ອີນໂດເນເຊຍ, ມຽນມາ, ລາວ, ກຳປູເຈຍ, ຣັດເຊຍ ແລະອື່ນໆ. ສຳລັບບໍລິສັດຊີມັງຄອນຈ໌ ຫຼວງພະບາງຈຳກັດ ເປັນບໍລິສັດຂະໜາດໃຫຍ່ແຫ່ງໜຶ່ງ ທີ່ຕອບສະໜອງຄວາມຕ້ອງການນະໂຍບາຍ ໜື່ງແລວທາງ ໜື່ງເສັ້ນທາງ ແລະ ປະຕິບັດຍຸດທະສາດການພັດທະນາສາກົນຂອງລັດຖະບານຈີນ, ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ຕັ້ງຢູ່ບ້ານຜາແດງ, ນະຄອນ ຫຼວງພະບາງ ປັດຈຸບັນໄດ້ດຳເນີນການຜະລິດຊີມັງທີ່ມີຄຸນນະພາບ ຕອບສະໜອງການຊົມໃຊ້ ແລະ ບັນດາໂຄງການກໍ່ສ້າງ ຢູ່ບັນດາແຂວງພາກເໜືອຂອງລາວ, ທັງສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖີ່ນ ເປັນຈຳນວນຫຼາຍ, ການຜະລິດໄດ້ເນັ້ນເຖີງການຮັກສາສະພາບແວດລ້ອມ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນທ້ອງຖີ່ນ.

ການນຳແຂວງຫວງພະບາງ ຊກ​ຍວຽກງານ ຢໂຮງງານຊມງຄອນຈ ຫວງພະບາງ - image 2
 

ຈາກນັ້ນ ທ່ານ ບຸນເລື່ອມ ມະນີວົງ ໄດ້ແລກປ່ຽນຄຳເຫັນຮ່ວມກັບຜູ້ບໍລິຫານໂຮງງານ ພ້ອມທັງສະເໜີ ໃຫ້ໂຮງງານ ຊ່ວຍສ້ອມແປງເສັ້ນທາງ ແຕ່ສາມແຍກ ບ້ານປາກເຊືອງ ນະຄອນ ຫຼວງພະບາງ ຫາ ເທດສະບານເມືອງໂພນໄຊ ແລະ ສືບຕໍ່ຊ່ວຍເຫຼືອ ພັດທະນາພື້ນຖານໂຄງລ່າງ ຂອງແຂວງຫຼວງພະບາງ ຕື່ມອີກ.

ພາບ-ຂ່າວ: ທະນູສິນ ອິດທິພົນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ