![]() |
ຈາກນັ້ນ, ທ່ານ ບຸນເລື່ອມ ມະນີວົງ ໄດ້ຕາງໜ້າຄະນະ ກ່າວຈຸດປະສົງໃນການມາຢ້ຽມຢາມຄັ້ງນີ້, ເພື່ອອວຍພອນພະນັກງານ-ນັກຮົບ, ຜູ້ບາດເຈັບທີ່ກຳລັງປີ່ນປົວສຸຂະພາບ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ທັງເປັນການສະແດງຄວາມຂອບໃຈ ທີ່ຄະນະອຳນວຍການ ກໍຄືພະນັກງານແພດໝໍໃນໂຮງໝໍ ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນ ປີ່ນປົວສຸຂະພາບຂອງພະນັກງານ-ນັກຮົບ ໃນຖັນແຖວກອງທັບ ແລະ ປະຊາຊົນບັນດາເຜົ່າ, ຊ່ວຍໃຫ້ກຳລັງປ້ອງກັນຊາດກໍຄືພະນັກງານ, ນາຍ ແລະ ພົນທະຫານ ລວມທັງປະຊາຊົນບັນດເຜົ່າ ມີສຸຂະພາບແຂງແຮງ, ສາມາດເຮັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຢ່າງເຂັ້ມແຂງ. ໂອກາດນີ້,
![]() |
ທ່ານໄດ້ຕາງໜ້າການນຳຂອງແຂວງໄດ້ມອບເງິນ ຈໍານວນ 50,000,000 ກີບ ແລະຕາງໜ້າຄະນະບັນຊາກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ມອບເງິນ ຈໍານວນ 5,000,000 ກີບ ພ້ອມດ້ວຍຂອງຂວັນອີກຈໍານວນໜຶ່ງ ໃຫ້ຄະນະອຳນວຍການໂຮງໝໍ ເພື່ອໄປໝູນໃຊ້ເຂົ້າໃນການບໍລິຫານວຽກງານ. ຈາກນັ້ນ, ໄດ້ເຂົ້າຢ້ຽມຢາມພະນັກງານທະຫານ ແລະ ປະຊາຊົນ ທີ່ກຳລັງນອນປິ່ນປົວຢູ່ໂຮງໝໍບໍລິເວນ 107 ພ້ອມທັງມອບຂອງຂັວນຈໍານວນໜຶ່ງ ເພື່ອເປັນກໍາລັງໃຈໃຫ້ຜູ້ບາດເຈັບ ໃຫ້ຫາຍຈາກການເຈັບປ່ວຍໂດຍໄວ.
(ພາບ-ຂ່າວ: ນາງ ສຸລິຈັນ ພັດທະນາ)


ຄໍາເຫັນ