![]() |
ການວາງກະຕ່າດອກໄມ້ຄັ້ງນີ້, ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ສັນລະເສີນເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫຼອດຊີວິດເພື່ອຜົນປະໂຫຍດລວມຂອງຊາດ, ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະ ຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເປັນຜູ້ນໍາສູງສຸດຂອງການປະຕິວັດລາວທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ, ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ,
![]() |
ຂອງລັດ, ຂອງປະຊາຊົນ ແລະ ເປັນວິລະບູລຸດທີ່ໄດ້ອຸທິດຕົນເພື່ອພາລະກິດປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນກັບການຂະຫຍາຍຕົວຂອງພັກ ແລະ ຂອງການປະຕິວັດເຮົາ, ປະທານ ໄກສອນ ພົມວິຫານ ໄດ້ນຳເອົາການປະຕິວັດກ້າວຂຶ້ນເທື່ອລະກ້າວ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ເພື່ອສ້າງປະຖົມປັດໃຈກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ ແລະ ມີໄຊ. ພ້ອມກັນນັ້ນ ກໍຍຶດໝັ້ນຄໍາຂວັນທີ່ວ່າ: ປະທານ ໄກສອນ ພົມວິຫານທີ່ແສນເຄົາລົບຮັກຍືນຍົງຄົງຕົວໃນພາລະກິດປະຕິວັດອັນຍິ່ງໃຫຍ່ຂອງພວກເຮົາຕະຫຼອດກາລະນານ.
![]() |
ຈາກນັ້ນ, ໄດ້ເດີນທາງໄປຈູດທູບຢູ່ອະນຸສອນສະຖານບ້ານໄຊຍະພູມ (ເຮືອນປະທານໄກສອນ ພົມວິຫານ) ແລະ ເຂົ້າຮ່ວມຮັບຊົມການຖ່າຍທອດສົດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ຫໍວັດທະນະທຳແຂວງສະຫວັນນະເຂດ.
![]() |
ຂ່າວ: ບຸນອູ້ມ




ຄໍາເຫັນ