![]() |
ການລົງຢ້ຽມຢາມໃນຄັ້ງນີ້, ໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ, ຄວາມເອົາໃຈໃສ່ຢ່າງຈົດຈໍ່, ໃກ້ສິດຕິດແທດ ຂອງການນຳແຂວງວຽງຈັນ ກັບກອງພົນ ທະຫານຮາບທີ1 ຕະຫຼອດເວລາທີ່ຜ່ານມາ ແລະ ກໍ່ເປັນການສະແດງໃຫ້ເຖິງເຫັນຄວາມສາມັກຄີມິດຕະພາບ ລະຫວ່າງ ກອງທັບ ກັບ ປະຊາຊົນ ຄືປາກັບນໍ້າ ໃຫ້ມີຄວາມ ແໜ້ນແຟ້ນ ແລະ ກ້າວສູ່ລວງເລີກ ຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນໄລຍະຜ່ານມາທາງຄະນະນຳແຂວງ ກໍຍັງໄດ້ອຸ້ມຊູຊ່ວຍເຫຼືອໃນການປັບປຸງກໍ່ສ້າງກອງພົນທີ1 ຕະຫຼອດມາ.
ໃນໂອກາດນີ້, ທ່ານ ພັນເອກ ຄຳຊາວ ລິນທະກຸນແກ້ວ ໄດ້ຕາງໜ້າໃຫ້ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ1 ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ເປັນຢ່າງສູງ ທີ່ການນຳແຂວງວຽງຈັນ ໄດ້ນຳເອົາຄວາສາມັກຄີຮັກແພງ, ອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ອັນສະໜິດສະໜົມມາສູ່ກອງພົນທີ1 ໃນເທື່ອນີ້.
(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ