![]() |
ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ຮັບການຂວຍຂວາຍປະກອບສ່ວນ ຈາກຄອບຄົວການນຳແຂວງ ແລະ ນັກທຸລະກິດພາຍໃນແຂວງ. ເຄື່ອງທີ່ນຳມາມອບຄັ້ງນີ້, ປະກອບມີ: ຖັງນ້ຳໃຫຍ່, ທໍ່ນ້ຳ, ເຄື່ອງຄົວເຮືອນ, ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ200ກ່ວາລ້ານກີບ ເພື່ອບັນເທົາທຸກ ທີ່ປະຊາຊົນໄດ້ຮັບຜົນກະທົບຈາກພະຍຸບົວລອຍ. ຜ່ານມາທາງແຂວງ ແລະ ເມືອງກໍໄດ້ຊ່ວຍເຫຼືອສຸກເສີນ ຂໍໃຫ້ທາງບ້ານທັງສອງບ້ານ ຈົ່ງຊັບຊ້ອນ ມອບເຄື່ອງດັ່ງກ່າວໃຫ້ແຕ່ລະຄອບຄົວ ໃຫ້ທົ່ວເຖິງ. ຈົ່ງເລືອກຈຸດທີ່ຈະສ້າງບ້ານໃໝ່ທີ່ເຫັນວ່າເໝາະສົມ. ໃຫ້ສົມທົບກັບເມືອງ, ພະແນກການ ເພື່ອສຳຫຼວດ ແລະ ອອກແບບ ອຳນາດການປົກຄອງບ້ານ. ຈົ່ງສຶກສາອົບຮົມການເມືອງແນວຄິດກັບພໍ່ແມ່ປະຊາຊົນ, ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ພ້ອມກັນສ້າງສາພັດທະນາຄອບຄົວ ສືບຕໍ່ປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າ.
![]() |
ໂອກາດນີ້, ທ່ານ ວັນໄຊ ກືຫວັງເນັ້ງ ກຳມະການພັກແຂວງ ເລຂາພັກເມືອງໆ ໜອງແຮດ ແລະ ຄະນະບ້ານບ້ານນ້ຳຮວຍ, ບ້ານກໍສ່ານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ການນຳແຂວງ, ນັກທຸລະກິດ ໄດ້ຊ່ວຍເຫຼືອບ້ານ ແລະ ໃຫ້ທິດຊີ້ນຳ ເພື່ອຫາຈຸດຕັ້ງບ້ານໃໝ່ ຂໍໃຫ້ທາງແຂວງ-ເມືອງ ລົງໄກ້ສິດຕິດແທດກັບບ້ານຕື່ມອີກ, ເພື່ອວາງແຜນຜັງຂອງບ້ານໃຫ້ເໝາະສົມ.
(ຂ່າວ:ບຸນມີ ແສງທຸມມີ)


ຄໍາເຫັນ