ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ
ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.

 

ຄລທ ຢຽມຢາມ ແລະ ແລກປຽນບດຮຽນ ທນະຄອນພະນມເປນ - image 1
 

ໃນການຢ້ຽມຢາມ ຄະນະໄດ້ເຂົ້າພົບ ແລະ ເຮັດວຽກຢ່າງເປັນທາງການກັບສະພາເພື່ອການພັດທະນາແຫ່ງປະເທດກຳປູເຈຍ (The Council for the Development of Cambodia: CDC) ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຢຸນ ເຮັງ (H.E. Yun Heng) ຮອງເລຂາທິການ ຄະນະກຳມະການສົ່ງເສີມການລົງທຶນ ແຫ່ງ ກຳປູເຈຍ. ການພົບປະຄັ້ງນີ້ ໄດ້ມີການແລກປ່ຽນບົດຮຽນ ກ່ຽວກັບນະໂຍບາຍ, ກົນໄກ ແລະ ມາດຕະການສົ່ງເສີມ ລວມເຖິງການອຳນວຍຄວາມສະດວກ ແກ່ນັກລົງທຶນ, ໂດຍເນັ້ນໜັກໃສ່ການພັດທະນາອຸດສາຫະກຳຜະລິດ ແລະ ປະກອບລົດຍົນ, ການຜະລິດຊິ້ນສ່ວນ, ການພັດທະນາຕ່ອງໂສ້ສະໜອງ ແລະ ການເຊື່ອມໂຍງກັບຖານການຜະລິດໃນພາກພື້ນ, ການສ້າງມູນຄ່າເພີ່ມ, ການສົ່ງເສີມການນໍາໃຊ້ວັດຖຸດິບ ແລະ ຊິ້ນສ່ວນພາຍໃນປະເທດ (local content) ຕະຫຼອດເຖິງການພັດທະນາຖານຜູ້ສະໜອງພາຍໃນ ເພື່ອຮອງຮັບການຂະຫຍາຍຕົວຂອງອຸດສາຫະກຳ ປະກອບລົດຍົນ. ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ແລກປ່ຽນກ່ຽວກັບນະໂຍບາຍ ແລະ ກົນໄກສົ່ງເສີມການລົງທຶນ, ຂັ້ນຕອນການຂໍຂຶ້ນທະບຽນໂຄງການລົງທຶນທີ່ມີຄຸນສົມບັດຄົບຖ້ວນ (Qualified Investment Project: QIP), ສິດປະໂຫຍດດ້ານພາສີ ແລະ ອາກອນ ລວມເຖິງມາດຕະການຈູງໃຈການລົງທຶນໃນຂະແໜງອຸດສາຫະກຳທີ່ມີທ່າແຮງ.

ຄລທ ຢຽມຢາມ ແລະ ແລກປຽນບດຮຽນ ທນະຄອນພະນມເປນ - image 2
 

ນອກຈາກນັ້ນ, ຄະນະຜູ້ແທນຍັງໄດ້ຢ້ຽມຢາມ ແລະ ເຮັດວຽກກັບບັນດາພາກສ່ວນກ່ຽວຂ້ອງ ທີ່ມີບົດບາດໃນການສົ່ງເສີມໃຫ້ແກ່ການພັດທະນາອຸດສາຫະກຳປະກອບລົດຍົນຢູ່ ກຳປູເຈຍ ເປັນຕົ້ນ ກອງທຶນພັດທະນາສີມືແຮງງານ (Skills Development Fund: SDF); ສະຖາບັນມາດຕະຖານ ຂອງ ກະຊວງອຸດສາຫະກຳ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ແລະ ສູນຝຶກອົບຮົມດ້ານນະວັດຕະກຳຍານຍົນ ແຫ່ງຊາດກຳປູເຈຍ.

ຄລທ ຢຽມຢາມ ແລະ ແລກປຽນບດຮຽນ ທນະຄອນພະນມເປນ - image 3
 

ນອກຈາກການພົບປະກັບໜ່ວຍງານພາກລັດ ແລະ ສະຖາບັນຕ່າງໆແລ້ວ, ຄະນະຜູ້ແທນຍັງໄດ້ລົງຢ້ຽມຢາມໂຮງງານ ປະກອບລົດຍົນຂອງບໍລິສັດ Automotive Manufacturing ຂອງກຳປູເຈຍ ທີ່ແຂວງພູຊັດ ເຊ ຊຶ່ງປະກອບລົດຍົນຍີ່ຫໍ້ Ford ເພື່ອໄດ້ຮຽນຮູ້ກ່ຽວກັບ ຂະບວນການຜະລິດ-ປະກອບລົດຕົວຈິງ ແລະ ໄດ້ຮັບຮູ້ບົດຮຽນດ້ານການຈັດຕັ້ງສາຍການຜະລິດ, ການຄວບຄຸມຄຸນນະພາບ ແລະ ການນໍາໃຊ້ຊິ້ນສ່ວນໃນຂະບວນການປະກອບ.

(ຂ່າວ: ຄລທ)

ຄໍາເຫັນ

ຂ່າວການຮ່ວມມື

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ວັນທີ 25 ກັນຍາຜ່ານມາ, ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ແລະ ວິທະຍຸ-ໂທລະ ພາບສູນກາງຈີນປະຈຳລາວ ໄດ້ຈັດງານ "ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ຂຶ້ນທີ່ໂຮງລະຄອນສາກົນຫຼວງພະບາງ, ມີທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງພາກເໜືອຂອງລາວ, ພະນັກງານ, ນັກຮຽນ-ນັກສຶກສາ ໃນນະຄອນ-ຫຼວງພະບາງ, ລວມທັງນັກທຸລະກິດຊາວຈີນ ແລະ ຊາວຈີນຕ່າງດ້າວ ທີ່ອາໄສຢູ່ແຂວງຫຼວງພະບາງເຂົ້າຮ່ວມຮັບຊົມ.
ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ບໍລິສັດທາງລົດໄຟລາວ-ຈີນ ໄດ້ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດ ຂອງຂະບວນລົດໄຟຖ້ຽວ C95 ໃນວັນທີ 28 ກັນຍາ ນີ້, ໂດຍມີ ທ່ານ ລູ່ ຫາຍໂຈວ (Lu haizhou) ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວຈີນຮ່ວມເດີນທາງໃນຂະບວນລົດໄຟ ທ່ຽວທຳອິດໄດ້ເຄື່ອນອອກຈາກສະຖານີບໍ່ເຕ່ນ ເພື່ອມຸ້ງໜ້າໄປສູ່ສະຖານີນະຄອນຫຼວງວຽງຈັນ, ນີ້ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງມິດຕະພາບລະຫວ່າງສອງຊາດລາວ-ຈີນຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.
ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ວັນທີ 26 ກັນຍາຜ່ານມາ, ທີ່ໂຮງແຮມເມືອງຫຼວງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງ ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານສື່ມວນຊົນແຂວງ ແລະ ທ່ານ ຊະວະຣົງ ລີ້ມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງຊາດ ປະເທດໄທ ພ້ອມດ້ວຍສື່ມວນຊົນທັງສອງຝ່າຍເຂົ້າຮ່ວມ.
ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊີ້ນໍາກອງທຶນພັດທະນານໍ້າເທີນ 2ໄດ້ຈັດຂຶ້ນໃນວັນທີ 24 ກນຍາຜ່ານມາທີ່ຫ້ອງວ່າການແຂວງຄໍາມ່ວນ ເພື່ອທົບທວນຜົນການດໍາເນີນງານ, ຮັບຮອງແຜນງານ ແລະ ກໍານົດທິດທາງພັດທະນາກອງທຶນໃນໄລຍະຕໍ່ໜ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະປົກຄອງແຂວງຄໍາມ່ວນ ແລະ ທ່ານ ມາກ-ອັງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.
ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ໃນວັນທີ 23 ກັນຍາຜ່ານມາທີ່ ນະຄອນນິວຢອກສອາເມຣິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.
ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ພິທີລົງນາມການຮ່ວມມືລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ໃນລາຍການ ໂຮງລະຄອນຈີນ ແລະ ກະຕູນຈີນ ປີ2026ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້ ທີ່ໂທລະພາບແຫ່ງຊາດ. ເປັນກຽດຮ່ວມລົງນາມໃນສັນຍາ ໂດຍ ສະຫາຍວັນລາຕີ ຄໍາວານວົງສາຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ສະຫາຍ Zheng Kui ຮອງເລຂາຄະນະພັກສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີ ສປຈີນ, ໂດຍຊ້ອງໜ້າ ສະຫາຍ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ເສີນ ຢີ້ ຈຸ່ນຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກຝ່າຍຈີນ ແລະ ຝ່າຍລາວ.
ເພີ່ມເຕີມ