ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ

ການນໍາເມືອງຫຼວງນໍ້າທາ ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງ
ໃນວັນທີ 23 ມີນານີ້, ທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງຢູ່ພາຍໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໂດຍມີອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ບັນດາບໍລິສັດ ເຂົ້າຮ່ວມ.
ການນາເມອງຫວງນາທາ ລງຕດຕາມຊກຍການປກພດລະດແລງ - image 1
 

ທ່ານ ຄໍາແດງ ລໍອາກຸຍ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍງານສະພາບລວມການສົ່ງເສີມປູກພືດລະດູແລ້ງ ສົກປີ 2025-2026 ໃຫ້ຮູ້ວ່າ: ໄລຍະຜ່ານມາ ທາງທີມງານວິຊາການໜ່ວຍງານປູກຝັງ, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ຄະນະຮັບຜິດຊອບວຽກງານເສດຖະກິດຂັ້ນເມືອງ ໄດ້ສົມທົບກັບອົງການປົກຄອງບ້ານ ແລະ ເຈົ້າຂອງດິນນາໃນບ້ານເປົ້າໝາຍ ເພື່ອອຳນວຍຄວາມສະດວກໃຫ້ບໍລິສັດໄດ້ລົງເຮັດສັນຍາເຊົ່າທີ່ດິນນຳປະຊາຊົນ.

ການນາເມອງຫວງນາທາ ລງຕດຕາມຊກຍການປກພດລະດແລງ - image 2
 

ປັດຈຸບັນ, ມີຫຼາຍບໍລິສັດທີ່ເຂົ້າມາລົງທຶນປູກພືດເປັນສິນຄ້າພາຍໃນເມືອງ ເປັນຕົ້ນແມ່ນ: ບໍລິສັດ ພັນທະວົງ ສົ່ງເສີມກະສິກຳ ຈຳກັດ ໄດ້ສົ່ງເສີມປູກໝາກໂມ 58 ເຮັກຕາ ແລະ ໝາກຖົ່ວເບີ 20 ເຮັກຕາ ໃສ່ພື້ນທີ່ນາຢູ່ບ້ານໃໝ່, ບ້ານນໍ້າແດງ, ບ້ານທ່າແສ ແລະ ບ້ານນໍ້າລື. ໝາກຖົ່ວເບີແມ່ນກຳລັງເລີ່ມເກັບກູ້ຜົນຜະລິດສົ່ງອອກ ຄາດວ່າຈະສຳເລັດໃນທ້າຍເດືອນມີນານີ້, ສ່ວນໝາກອຶຍັງຢູ່ໄລຍະການບົວລະບັດຮັກສາ ຄາດວ່າຈະເກັບກູ້ສໍາເລັດໃນທ້າຍເດືອນເມສາ. ບໍລິສັດ ໂຍປັງ ເຕັກນິກກະສິກຳຂາເຂົ້າ-ຂາອອກຈຳກັດຜູ້ດຽວ ສົ່ງເສີມປູກໝາກແຕງໂມ ເນື້ອທີ່ 177,4 ເຮັກຕາ ໃນ 10 ບ້ານເປົ້າໝາຍ ຄື: ບ້ານປຸ່ງ, ປ່າສັກ, ຫຼວງ, ທົ່ງອົ້ມ, ຫົວຂົວ, ດອນສໍາພັນ, ທົ່ງດີ, ປ່າປົວະ, ນໍ້າທຸງ ແລະ ບ້ານທ່າແສ, ຄາດວ່າຈະເກັບກູ້ຜົນລະປູກໃນທ້າຍເດືອນເມສາ. ບໍລິສັດ ພັດທະນາກະສິກຳຮອບດ້ານນິເວດສິ່ງລ້ຽວ ປູກໝາກຖົ່ວເຫຼືອງ 200 ເຮັກຕາ ໃນ 5 ບ້ານ ຄື: ບ້ານນໍ້າແງ້ນ, ພຽງງາມ, ຫຼວງ, ຂອນ ແລະ ບ້ານດອນຄູນ, ປູກໝາກຖົ່ວເບີ 15 ເຮັກຕາ ປັດຈຸບັນຍັງຢູ່ໃນຂັ້ນຕອນບົວລະບັດຮັກສາ ຄາດວ່າຈະເກັບກູ້ຜົນຜະລິດໃນທ້າຍເດືອນພຶດສະພາ. ບໍລິສັດ ຫົວຊຽນ ພັດທະນາກະສິກຳ ຈຳກັດ ສົ່ງເສີມປູກໝາກອຶນ້ອຍ 10 ເຮັກຕາ ຢູ່ບ້ານນໍ້າຕະລານ ຄາດວ່າຈະເກັບກູ້ຜົນຜະລິດໃນທ້າຍເດືອນມີນານີ້. ບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການຂາເຂົ້າ-ຂາອອກຈຳກັດ ປູກໝາກຖົ່ວເບີ 10 ເຮັກຕາ ຢູ່ບ້ານໃໝ່ ຄາດວ່າຈະເກັບກູ້ສຳເລັດໃນເດືອນມີນານີ້. ນອກຈາກນີ້, ຍັງມີ ບໍລິສັດ ເຊີນຈີເຕີ ພັດທະນາການກະເສດຂາອອກ-ຂາເຂົ້າຈຳກັດ ທີ່ພວມລົງເກັບກໍາຂໍ້ມູນນຳບ້ານເປົ້າໝາຍ ເພື່ອກຽມສົ່ງເສີມປູກອ້ອຍຕາມແຜນການໃນເນື້ອທີ່ 200 ຫາ 300 ເຮັກຕາ.

ການນາເມອງຫວງນາທາ ລງຕດຕາມຊກຍການປກພດລະດແລງ - image 3
 

ຄຽງຄູ່ກັບການລົງທຶນຂອງບໍລິສັດ, ຍັງມີບຸກຄົນ ແລະ ປະຊາຊົນທີ່ຕື່ນຕົວປູກພືດເປັນສິນຄ້າ ເຊັ່ນ: ປະຊາຊົນບ້ານສວນຢາ ປູກໝາກອຶນ້ອຍ 17 ເຮັກຕາ ຢູ່ບ້ານຫ້ວຍຄຳ, ບ້ານສວນຢາ ແລະ ບ້ານນໍ້າແກ ປັດຈຸບັນພວມບົວລະບັດຮັກສາຜົນລະປູກ. ພ້ອມກັນນັ້ນ, ປະຊາຊົນບ້ານນໍ້າແກ ແລະ ບ້ານຫ້ວຍຫ້ອມ ຈຳນວນ 52 ຄອບຄົວ ກໍໄດ້ປູກໝາກຖົ່ວເບີໃນເນື້ອທີ່ 10 ເຮັກຕາ ໄດ້ຜົນຜະລິດສະເລ່ຍເຖິງ 125 ໂຕນ, ປັດຈຸບັນໄດ້ເກັບກູ້ສຳເລັດແລ້ວ.

ຈຸດປະສົງການລົງຕິດຕາມຊຸກຍູ້ການປູກພືດລະດູແລ້ງໃນຄັ້ງນີ້: ແມ່ນເພື່ອລົງຊຸກຍູ້ສົ່ງເສີມ ແລະ ຕິດຕາມຄວາມຄືບໜ້າການດຳເນີນງານຂອງບັນດາບໍລິສັດ ແລະ ປະຊາຊົນທີ່ທຳການຜະລິດ, ຊ່ວຍອຳນວຍຄວາມສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນຕົວຈິງ; ພ້ອມທັງເປັນການຊຸກຍູ້ໃຫ້ປະຊາຊົນຫັນມາໝູນໃຊ້ດິນຫວ່າງເປົ່າໃນລະດູແລ້ງໃຫ້ເກີດປະໂຫຍດສູງສຸດ ເພື່ອສ້າງວຽກເຮັດງານທຳ, ສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ແກ້ໄຂຄວາມທຸກຍາກເທື່ອລະກ້າວ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

(ແຫຼ່ງຂ່າວ: ເມືອງຫຼວງນໍ້າທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເນື້ອທີ່ນາປີ ເມືອງເຊບັ້ງໄຟ ຖືກນໍ້າຖ້ວມເສຍຫາຍກວ່າ 3,000 ເຮັກຕາ

ເມືອງເຊບັ້ງໄຟ ແຂວງຄຳມ່ວນ ວາງແຜນຟື້ນຟູການຜະລິດກະສິກຳ ຫຼັງປະສົບໄພນ້ຳຖ້ວມ ເຊິ່ງສົ່ງຜົນໃຫ້ເນື້ອທີ່ການຜະລິດເສຍຫາຍກວ່າ 3,000 ເຮັກຕາ ຄິດເປັນມູນຄ່າປະມານ 92 ຕື້ກີບ. ຂະນະທີ່ ຂະແໜງກະສິກໍາເມືອງ ກຳລັງກະກຽມມາດຕະການຟື້ນຟູທັງດ້ານການປູກພືດ, ສັດລ້ຽງ ແລະ ລະບົບຊົນລະປະທານ ພ້ອມວາງແຜນສະໜອງແນວພັນເຂົ້າ ສຳລັບການປູກເຂົ້ານາແຊງສົກປີ 2026-2027 ຈໍານວນ 214 ໂຕນ ເພື່ອປູກໃນເນື້ອທີ່ 2,680 ເຮັກຕາ.
ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສຊປລ ເປີດບັ້ນຝຶກອົບຮົມປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດບັ້ນຝຶກອົບຮົມການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃຫ້ພະນັກງານຫ້ອງການ ແລະ ບັນດາກົມອ້ອມຂ້າງ ສຊປລ ໃນວັນທີ 14 ຕຸລານີ້ ທີ່ ສຊປລ ໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ຜົນງານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ທິດທາງແຜນການ ຫສປທ

ໄລຍະ 5 ປີ (2021-2025) ຜ່ານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ຄັ້ງທີ 1 ພາຍໃຕ້ຄໍາຂວັນ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກ, ເສີມຂະຫຍາຍຄວາມສາມັກຄີໃຫ້ເປັນປຶກແຜ່ນ, ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານຂອງຫ້ອງວ່າການສໍານັກງານປະທານປະເທດ". ເຫັນໄດ້ວ່າ ບັນດາແຜນງານ, ໂຄງການ ແລະ ກິດຈະກຳ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ເຮັດໃຫ້ ຫສປທ ພົ້ນເດັ່ນຂຶ້ນເທື່ອລະກ້າວ.
ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ຫັດຖະ​ກໍາ​ຕໍ່າ​ແຜ່ນ​ເອກະລັກ​​ພູມ​ປັນຍາ​​ເຜົ່າ​ກະ​ຕູ່​

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງ​ຊົນ​ເຜົ່າ​ກະ​ຕູ່ ໃນງານ​ວາງສະແດງຜະລິດຕະພັນລາວ 2026 ທີ່​ຈັດ​ຂຶ້ນ​ຢູ່ ​ສູນ​ການ​ຄ້າ ລາວ​ໄອ​ເຕັກ​ຕຶກ​ເກົ່າ. ​
ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025)

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ ອົງການໄອຍະການປະຊາຊົນ ໄລຍະ 5 ປີ (2021–2025), ກຳນົດທິດທາງແຜນການ 5 ປີ (2026–2030) ແລະ ເຊື່ອມຊຶມ – ເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ), ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດ ໃນທົ່ວປະເທດ ເຂົ້າຮ່ວມກອງປະຊຸມທັງແບບເຊິ່ງໜ້າ ແລະ ແບບທາງໄກອອນລາຍ.
ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ງານສະແດງທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ ການລົງທຶນໃນໄວໜຸ່ມ

ວັນທີ 12 ຕຸລາ ນີ້, ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫະກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃນໄວໜຸ່ມ” ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ມີທ່ານ ບິລາລ ອຸແຮັງ ເຊັບ ດູຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າບັນດາສະຖານທູດ, ອົງການສາກົນ, ບັນດາກະຊວງ, ອົງການ, ຄູ່ຮ່ວມພັດທະນາ ແລະ ບັນດາຊາວໜຸ່ມ-ໄວ ໜຸ່ມເຂົ້າຮ່ວມ.
81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ເພີ່ມເຕີມ