ການນໍາພັກ-ລັດ ຮ່ວມຕັກບາດໃນງານບຸນນະມັດສະການພະທາດໂຜ່ນ ປະຈໍາປີ 2026

ການນໍາພັກ-ລັດ ຮ່ວມຕັກບາດໃນງານບຸນນະມັດສະການພະທາດໂຜ່ນ ປະຈໍາປີ 2026

ການນໍາພັກ-ລັດ ຮ່ວມຕັກບາດໃນງານບຸນນະມັດສະການພະທາດໂຜ່ນ ປະຈໍາປີ 2026
ໃນຕອນເຊົ້າຂອງວັນທີ 2 ກຸມພາ 2026 ກົງກັບມື້ຂື້ນ 15 ຄໍ່າ ເດືອນ 3 ລາວ ຊຶ່ງເປັນມື້ສຸດທ້າຍຂອງງານບຸນນະມັດສະການພະທາດໂຜ່ນ,ຊຶ່ງຊາວບ້ານກໍໄດ້ຫ້າງຫາກະກຽມວັດຖຸປັດໃຈໃຊຍະທານໃຫ້ໄດ້ເຂົ້າຈີ່ 4,000 ກ້ອນ.ພິທີຕັກບາດໃນງານບຸນນະມັດ ສະການພະທາໂຜ່ນ ແມ່ນໄດ້ຈັດຂຶ້ນໃນທຸກໆປີ ຊຶ່ງເປັນການຖວາຍສັງຄະທານແດ່ພະພິຂຸສົງ-ສາມະເນນ ຕາມຮີດຄອງປະເພນີຂອງຊາວລາວ, ຊຶ່ງປີນີ້ ເຫັນວ່າ ມວນຊົນຈາກທຸກທົ່ວສາລະທິດ ຕ່າງກໍມີຈິດໃຈໃສສັດທາ ຫຼັ່ງໄຫຼເຂົ້າມາຮ່ວມພິທີຕັກບາດຢ່າງຄັບຄາໜາແໜ້ນ ແລະ ເປັນຈໍານວນຢ່າງຫຼວງຫຼາຍ.
ການນາພກ-ລດ ຮວມຕກບາດໃນງານບນນະມດສະການພະທາດໂຜນ ປະຈາປ 2026 - image 1
 

ເພື່ອເປັນການບູຊາ ແລະ ໄດ້ປະຕິບັດກັນມາແຕ່ບູຮານນະການ.ຝ່າຍສົງນໍາພາໂດຍ ຍາທ່ານ ຄໍາປານ ສຸພັນໂທ ປະທານ ອພສ ແຂວງສະຫວັນນເຂດ,ພາຍນອກມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງສະຫວັນນເຂດ, ມີບັນດາອາດີດການນໍາຂອງແຂວງ,ພະແນກການຂອງແຂວງ, ພ້ອມດ້ວຍການນຳຂັ້ນສູງຂອງເມືອງ ຕະຫຼອດຮອດຊາວສານິກກະຊົນ ແລະ ນັກທ່ອງທ່ຽວທັງພາຍໃຮ ແລະ ຕ່າງປະເທດ ໄດ້ຮ່ວມກັນຕັກບາດສັງຄະທານໃຫ້ແດ່ພະສົງ ຈໍານວນ 92ອົງ,ສໍາມະເນນ 80 ອົງ.

ການເຮັດບຸນດັ່ງກ່າວ, ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ອຸທິດບຸນກຸສົນ ແດ່ພະເຈົ້າແຖ່ນຄຳເຫຼືອງທີ່ເປັນຜູ້ກໍ່ສ້າງ ແລະ ປະຕິສັງຂອນ ພະທາດໂຜ່ນ ອົງສັກສິດ ທີ່ເປັນ ມິ່ງບ້ານມິ່ງເມືອງ ຂອງຊາວເມືອງໄຊພູທອງ ກໍຄືຂອງຊາວແຂວງສະຫວັນນເຂດ ຈິງໄດ້ຮັບຮອງເອົາພະທາດໂຜ່ນ ແລະ ຜາສາດເຮືອນຫີນ ພ້ອມດ້ວຍພື້ນທີ່ບໍລິເວນອອ້ມຂ້າງ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານວັດທະນະທໍາ.

ການນາພກ-ລດ ຮວມຕກບາດໃນງານບນນະມດສະການພະທາດໂຜນ ປະຈາປ 2026 - image 2
 

ບຸນນະມັດສະການພະທາດໂຜ່ນ, ຖືເປັນບຸນປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າທີ່ສຶບທອດປະຕິບັດກັນມາແຕ່ດົນນານ ນັບວ່າເປັນບຸນປາງໃຫຍ່ອີກປາງໜຶ່ງຂອງລາວ ທີ່ໄດ້ຈັດຂຶ້ນເປັນປະຈຳໃນທຸກໆປີ, ພາຍໃນງານກໍ່ມີຫຼາຍກິດຈະກຳບໍ່ວ່າຈະເປັນງານວາງສະແດງ ແລະ ຂາຍສິນຄ້າຈາກຫົວໜ່ວຍທຸລະກິດ ທີ່ມີທັງເຄື່ອງ ອຸປະໂພກ ແລະ ບໍລິໂພກ ແລະ ອື່ນໆ ເພື່ອເຮັດໃຫ້ຜູ້ທີ່ມາທ່ຽວຊົມບຸນນະມັດສະການພະທາດໂຜ່ນໄດ້ຊົມ,ໄດ້ຊື້,ໄດ້ໃຊ້ ແລະ ສຳພັດກັບຜະລິດຕະພັນທີ່ເປັນສີໄມ້ລາຍມືຂອງຄົນລາວ.ພະທາດໂຜ່ນອົງນີ້ ຊຶ່ງແມ່ນ ເຈົ້າແມ່ແພງສີໄດ້ພ້ອມໃຈກັນສ້າງຂຶ້ນໃນຕອນຄໍ່າຂອງວັນພຸດເດືອນ 12 ພສ 236 ສ້າງດ້ວຍຫີນເຂົ້າຈີ່ ຫຼື ເອີ້ນວ່າ: (ຫີນໝາມໜໍ່) ກໍເປັນທາດອຸໂມງ (ຮູບໂອຂວໍ້າ). ພະທາດດັ່ງກ່າວ, ກວ້າງດ້ານລະ 12 ວາ ສ້າງມື້ໜຶ່ງກັບຄືນໜຶ່ງຈື່ງສໍາເລັດ. ມາເຖິງປັດຈຸບັນນີ້, ມີອາຍຸເຖິງ 2,500 ປີ. ສະນັ້ນ, ສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ, ເປັນຊັບສົມບັດມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດທະນະທໍາອັນລໍ້າຄ່າ ແລະ ເປັນປະຫວັດສາດຊຶ່ງຕິດພັນກັບແບບແຜນດໍາລົງ ຊີວິດຂອງປະຊາຊົນລາວ ບັນດາເຜົ່າມາແຕ່ດຶກດໍາບັນ. ຢັ້ງຢືນເຖິງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍຸກສະໄໝ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ທີ່ສໍາຄັນ ແລະ ມີຊື່ສຽງອີກ ແຫ່ງໜຶ່ງຂອງແຂວງສະຫວັນນະເຂດ ກໍຄືຂອງຊາວເມືອງໄຊພູທອງ.

(ພາບ-ຂ່າວ: ພັນທະມິດ ວົງສຸທິ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ