![]() |
ການວາງກະຕ່າດອກໄມ້ຄັ້ງນີ້, ເພື່ອສະແດງເຖິງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດເຫື່ອແຮງ, ເລືອດເນື້ອ, ຊິວິດໃນການຕໍ່ສູ້ກູ້ຊາດ, ຍາດເອົາເອກະລາດ ອະທິປະໄຕ ມາສູ່ປວງຊົນລາວທັງຊາດ ຈົນໄດ້ຮັບການສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຊຶ່ງເປັນວັນທີ່ມີຄວາມໝາຍສໍາຄັນ ສໍາລັບ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ.
![]() |
(ຂ່າວ: ແກ່ນທ້າວ)


ຄໍາເຫັນ