![]() |
ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກອງບັນຊາການທະຫານເມືອງບໍ່ແຕນ, ຊຶ່ງທ່ານ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນ ຊາດ-ປ້ອງກັນຄວາມ ສະຫງົບເມືອງ ໄດ້ລາຍງານທີ່ຕັ້ງ ແລະ ສະພາບຈຸດພິເສດຂອງ ເມືອງບໍ່ແຕນ ຕໍ່ທ່ານ ສີສອນພັນ ບຸນສີ. ຈາກນັ້ນ, ກໍໄດ້ຮັບຟັງການມີຄຳເຫັນຂອງທ່ານ ພົ.ວ ບຸນຍອງ ດວງດີ ຄະນະປະຈຳພັກ ແຂວງ ຫົວໜ້າກອງບັນຊາການທະຫານແຂວງໄຊຍະບູລີ, ກ່ອນອຶ່ນທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງປະ ຕິບັດໜ້າທີ່ວຽກງານຂອງກຳລັງປ້ອງກັນຊາດ ທີ່ເຮັດໜ້າທີ່ເປັນກຳແພງອັນ ແໜ້ນແກ່ນຂອງຊາດ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນທຸກດ້ານເປັນຕົ້ນແມ່ນການຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ.
![]() |
ໃນພິທີ, ທ່ານ ປ້າ ວຽງເງິນ ໄຂຄຳພິທູນ ປະທານທີ່ປຶກສາກິລາພື້ນເມືອງ ພ້ອມຄະນະ ໄດ້ປະກອບສ່ວນປະຕິສັງຂອນອານຸສາວະລີ ນັກຮົບນິລະນາມເມືອງບໍ່ແຕນ ຈຳນວນ 50.000.000 ກີບ ແລະ ປະກອບສ່ວນງານບຸນ ເຖິງນັກຮົບ ນິລະນາມໃນບັ້ນຮົບ ບໍ່ແຕນ ຈຳນວນ 20.000.000 ກີບ, ທ່ານ ນາງ ພວງທອງ ສຸລິຍະວົງສາ ປະກອບສ່ວນຜ້າຮົ່ມ, ເຕັ້ນ ແລະ ເງິນສົດໃຫ້ຄອບຄົວຜູ້ ທີ່ສະຫຼະຊີວິດໃນບັ້ນຮົບ ບໍ່ແຕນ ລວມມູນ ຄ່າ 36.000.000 ກີບ, ສາມອົງການຈັດຕັ້ງມະຫາຊົນ ສຳນັກງານນາຍົກລັດຖະມົນຕີ ມອບຜ້າຮົ່ມ 100 ຜືນ ແລະ ໄດ້ມອບເງິນໃຫ້ຄອບຄົວຜູ້ເສຍສະ ຫຼະຊີວິດໃນບັ້ນຮົບບໍ່ແຕນ ຄອບຄົວລະ 1.000.000 ກີບ. ຈາກນັ້ນ, ການນຳຂັ້ນແຂວງ, ຂັ້ນເມືອງ ກໍໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ໃຫ້ທະຫານທັງ 4 ກົມກອງ.
(ຂ່າວ-ພາບ: ສາຍຄໍາ ບຸນຍາວົງ)


ຄໍາເຫັນ