ການເງິນບໍລິຄໍາໄຊເກັບລາຍຮັບໄດ້ລື່ນແຜນການ

ໂດຍ:ວັນໄຊ ຕະວິນຍານ
ດ້ວຍຄວາມພະຍາຍາມເປັນເຈົ້າການຈັດຕັ້ງປະຕິບັດບັນດາ ມະຕິ,ຄໍາສັ່ງ,ລະບຽບກົດໝາຍ ແລະ ນິຕິກໍາຕ່າງໆ ຂອງຂະແໜງການເງິນ ຢ່າງຮັດກຸມເຂົ້າໃນການຄຸ້ມຄອງແຜນງົບປະມານ ຕິດພັນກັບ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາປະຊາຊົນແຂວງສະໄໝສາມັນເທື່ອທີ 4,ກອງປະຊຸມສະໄໝສາມັນເທື່ອທີ 5 ປະຈໍາປີ 2023 ເຂົ້າສູ່ວຽກງານຕົວຈິງຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນງົບປະມານ ປີ 2023 ຜ່ານມາ ຂອງພະແນກການເງິນແຂວງບໍລິຄໍາໄຊມີຫຼາຍວຽກງານ ມີຜົນສໍາເລັດ ແລະ ລື່ນຄາດໝາຍຈໍານວນໜຶ່ງ.
ທ່ານ ດວງຕາ ເພຍແກ້ວ ຮອງຫົວໜ້າພະແນກການເງິນແຂວງບໍລິຄໍາໄຊກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນທ້າຍເດືອນທັນວາ ປີ 2023 ວ່າ:ໃນ ປີ 2023ຜ່ານມາ,ອັນພົ້ນເດັ່ນແມ່ນການຄຸ້ມຄອງຈັດເກັບລາຍຮັບງົບປະມານຍ້ອນພະແນກການເງິນແຂວງໄດ້ສຸມໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມຄໍາສັ່ງເລກທີ 18/ນຍ ແລະ ຄໍາສັ່ງເລກທີ 25/ຂບຊ ວ່າດ້ວຍການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ຕິດພັນກັບການປະຕິບັດມາດຕະການ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງຂະແໜງການເງິນ ທີ່ກໍານົດໄວ້,ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຢ່າງເຂັ້ມງວດ ຮັດກຸ່ມ, ດ້ວຍລະບົບຄຸ້ມຄອງພາສີ ເປັນທັນສະໄໝ ແຈ້ງພາສີຜ່ານລະບົບອາຊີກູດະ (ASYCUDA) ແລະ ການຊໍາລະຄ່າພາສີ-ອາກອນ ຜ່ານທະນາຄານດ້ວຍລະບົບ ສະມາດແທັກ (SmartTax) ເຊື່ອມໂຍງອິນເຕີເນັດ (Internet), ໂດຍສະເພາະໝວດສິນຄ້າທີ່ເປັນແຫຼ່ງລາຍຮັບຕົ້ນຕໍເຊັ່ນ: ນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ, ພາຫະນະ-ອາໄຫຼ່ເຄື່ອງກໍ່ສ້າງ ແລະ ອື່ນໆ; ຄຸ້ມຄອງສິນຄ້ານໍ້າເຂົ້າ-ສົ່ງອອກ ໂດຍນໍາໃຊ້ໂປຣແກຣມຄຸ້ມຄອງແຜນນໍາເຂົ້າມາສເຕີຣີດ (Master List) ຕາມບົດແນະນໍາຂອງກົມພາສີ ເລກທີ 3849/ກພສ ວ່າດ້ວຍການນໍາໃຊ້ລະບົບການ ຄຸ້ມຄອງແຜນນໍາເຂົ້າສິນຄ້າເຄື່ອງຂອງຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນ ດ້ວຍຄວາມຮັດກຸມ; ສຸມໃສ່ຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃນດ່ານ-ນອກດ່ານ, ໂດຍໄດ້ເພີ່ມທະວີ ຕິດຕາມ, ກວດກາ  ພາຫະນະນໍາເຂົ້າແບບທ່ອງທ່ຽວຢ້ຽມຢາມ ແລະ ນໍາເຂົ້າບໍ່ຖືກຕ້ອງ, ການນໍາໃຊ້ ພາຫະນະໃນຂອບສົ່ງເສີມການລົງທຶນບໍ່ຖືກເປົ້າໝາຍ, ການນໍາເຂົ້າ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ແລະ ອື່ນໆ; ພົ້ນເດັ່ນ ສາມາດແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ຢູ່ 2 ເມືອງ (ວຽງທອງ ແລະ ໄຊຈໍາພອນ) ປະເພດລົດຈັກ ທີ່ໄດ້ຂຶ້ນບັນຊີໄວ້ຢູ່ພາສີປະຈໍາແຂວງ ຈໍານວນ 190 ຄັນ, ແກ້ໄຂໄດ້ 156 ຄັນ, ຍັງຄ້າງ 34 ຄັນ; ພະແນກການເງິນແຂວງໄດ້ສຸມໃສ່ໃນການຈັດເກັບລາຍຮັບອາກອນ ຈາກຖານທີ່ມີ ແລະ ຫົວໜ່ວຍທຸລະກິດທີ່ເກີດຂຶ້ນໃໝ່  ພາຍໃນແຂວງ ແລະ ຖານລາຍຮັບຈາກຫົວໜ່ວຍທີ່ສູນກາງມອບເພີ່ມ ເພື່ອມອບເຂົ້າງົບປະມານ ດ້ວຍຄວາມຮັດກຸມຕາມກໍານົດເວລາ; ໄດ້ສຸມໃສ່ຄຸ້ມຄອງຖານລາຍຮັບ, ໂດຍຫັນເປັນທັນສະໄໝ ຄຸ້ມຄອງຂໍ້ມູນຜ່ານລະບົບແທັກຣີດ (TaxRIS), ໃນປີ 2023 ສາມາດຂະຫຍາຍລະບົບໄດ້ອີກ 1 ເມືອງ (ໄຊຈໍາພອນ), ສະນັ້ນ,ມາຮອດປັດຈຸບັນໃນທົ່ວແຂວງແມ່ນໄດ້ນໍາໃຊ້ລະບົບແທັກຣີດ (TaxRIS) ແລ້ວທຸກເມືອງ; ພ້ອມກັນນັ້ນ ໄດ້ສໍາເລັດການເອົາຫົວໜ່ວຍເຂົ້າໃນລະບົບແທັກຣີດ (TaxRIS) ຈໍານວນ 5.446 ຫົວໜ່ວຍ, ໃນນີ້: ພາກລັດ 583 ຫົວໜ່ວຍ (ສໍາເລັດ 100%), ພາກທຸລະກິດ 4.863 ຫົວໜ່ວຍ, ກວມເອົາ 98,78% ຂອງຫົວໜ່ວຍທັງໝົດ, ກວມເອົາ 89,29% ຂອງຫົວໜ່ວຍເປັນຖານລາຍຮັບ, ຂັ້ນແຂວງສໍາເລັດ 836 ຫົວໜ່ວຍ, ກວມເອົາ 99,64% ຂອງຫົວໜ່ວຍທັງໝົດ, ຂັ້ນ ເມືອງສໍາເລັດ 4.027 ຫົວໜ່ວຍ, ກວມເອົາ 98,62% ຂອງຫົວໜ່ວຍທັງໝົດ; ຫັນເອົາຫົວໜ່ວຍຈຸນລະວິສາຫະກິດເຂົ້າລະບົບອາກອນມູນຄ່າເພີ່ມ, ໂດຍອີງໃສ່ແຜນຕາມວາລະແຫ່ງຊາດ 290 ຫົວໜ່ວຍ, ສາມາດຂະຫຍາຍໄດ້ແລ້ວ238 ຫົວໜ່ວຍ, ກວມເອົາ 82,06%; ເກັບລາຍຮັບຈາກຄ່າທໍານຽມນໍາໃຊ້ພາຫະນະ ແລະ ຄ່າທໍານຽມສິດນໍາໃຊ້ທີ່ດິນ ປະຈໍາປີ 2023, ຄ່າທໍານຽມທາງ ປະຕິບັດໄດ້ 1,58 ຕື້ກີບ ເທົ່າກັບ 81,02% ຂອງແຜນປີ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 15,32%, ເປັນເງິນ 0,21 ຕື້ກີບ ແລະ ມີພາຫະນະທັງໝົດແຈ້ງເສຍຄ່າທໍານຽມທາງ ຈໍານວນ 7.413 ຄັນ ເທົ່າກັບ 15,70% (ຂໍ້ມູນ 47.206 ຄັນ), ທຽບໃສ່ ໄລຍະດຽວກັນປີຜ່ານມາ ມີພາຫະນະແຈ້ງເສຍເພີ່ມຂຶ້ນ 1.166 ຄັນ; ການຈັດເກັບລາຍຮັບຄ່າທໍານຽມສິດນໍາໃຊ້ທີ່ດິນ ປະຕິບັດບັດໄດ້ 4,96 ຕື້ກີບ ເທົ່າກັບ 77,69% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 3,74%; ໄດ້ລົງກວດກາໄລ່ລຽງບັນຊີແບບຄົບຊຸດ ຈໍານວນ 79 ບໍລິສັດ, ກວດເຫັນຈໍານວນເງິນຕ້ອງມອບຕື່ມຕາມບົດບັນທຶກກວດກາ ຈໍານວນ 4,97 ຕື້ກີບ, ໃນນີ້ເປັນໂຕເລກກວດກາໄດ້ຈາກການເຊື່ອງອໍາ ຈໍານວນ 1,14 ຕື້ກີບ; ຈັດເກັບລາຍຮັບຈາກຊັບສິນແຫ່ງລັດ, ໂດຍໄດ້ຊຸກຍູ້, ຕິດຕາມ ແລະ ເກັບກໍາຂໍ້ມູນ ລາຍຮັບຈາກຫົວໜ່ວຍທີ່ສູນກາງມອບເພີ່ມ, ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ເກັບກໍາຂໍ້ມູນຕິດພັນ ກັບໂຄງການເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ ພາຍໃນແຂວງ, ເພື່ອເປັນຂໍ້ມູນໃນການຕິດຕາມເອົາລາຍຮັບຈາກ ຮ່ວງດັ່ງກ່າວ ເຊັ່ນ: ຄ່າພາກຫຼວງ, ຄ່າສໍາປະທານ, ຄ່າຊັບພະຍາກອນ ແລະ ອື່ນໆ ທີ່ຕິດພັນກັບໂຄງການ; ໄດ້ສຸມໃສ່ຄຸ້ມຄອງກິດຈະການເຊົ່າ-ສໍາປະທານ, ໂດຍປະສານສົມທົບກັບຂະແຫນງການທີ່ກ່ຽວຂ້ອງ, ໃນທົ່ວແຂວງ ມີສະຖິຕິຂໍ້ມູນຫົວໜ່ວຍເຊົ່າ-ສໍາປະທານທີ່ມີສັນຍາ ລວມທັງໝົດ 161 ຫົວໜ່ວຍ, ໃນນີ້: ແຂວງຄຸ້ມ ຄອງ 12 ຫົວໜ່ວຍ ແລະ ຂັ້ນເມືອງຄຸ້ມຄອງ 149 ຫົວໜ່ວຍ;ອັນພົ້ນເດັ່ນ ໃນປີ 2023 ສາມາດອອກສັນຍາ ແລະ ຕໍ່ສັນຍາໃໝ່ໄດ້ 22 ຫົວໜ່ວຍ ສ້າງລາຍຮັບເຂົ້າງົບປະມານຕາມສັນຍາໄດ້ 45.638,04 ໂດລາ; ເກັບລາຍຮັບຈາກຄ່າຊັບພະຍາກອນທໍາມະຊາດ ເຄື່ອງປ່າຂອງດົງ ແລະ ອື່ນໆ, ໂດຍສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການເກັບກໍາຂໍ້ມູນການອອກອະນຸຍາດການຂຸດຄົ້ນ - ການສົ່ງອອກ, ຜ່ານການຈັດຕັ້ງປະຕິບັດສາມາດສ້າງລາຍຮັບເຂົ້າງົບປະມານ ຈາກປະເພດເຄື່ອງປ່າຂອງດົງ ໄດ້ 3 ຕື້ກ່ວາກີບ ແລະ ປະເພດຫີນສົ່ງອອກ ໄດ້ 91 ລ້ານກວ່າກີບ; ການເກັບກໍາຂໍ້ມູນຂຶ້ນບັນຊີຊັບສິນຂອງລັດ ທີ່ສານຕັດສິນໄດ້ຢ່າງເດັດຂາດ ຕາມດໍາລັດ 280/ລບ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ, ຜ່ານການຈັດຕັ້ງປະຕິບັດສາມາດສັງລວມພາຫະນະທີ່ສານ ຕັດສິນຮິບເປັນຂອງລັດ ໄດ້ຈໍານວນ 38 ຄັນ, ໃນນີ້: ລົດຈັກ 45 ຄັນ, ລົດໃຫຍ່ 6 ຄັນ; ພ້ອມນັ້ນ ກໍໄດ້ປະສານກັບຂະແໜງການທີ່ກ່ຽວຂ້ອງ ເລັ່ງໃນການແກ້ໄຂບັນຫາຕິດພັນກັບຜົນການກວດສອບປະຜ່ານ ໂດຍແກ້ໄຂສະສາງບັນຊີ ລົດໃຫຍ່ 3 ຄັນ, ລົດຈັກ 24 ຄັນ;ອັນພົ້ນເດັ່ນອີກອັນໜຶ່ງພະແນກການເງິນແຂວງສາມາດແກ້ໄຂຜົນແນະນໍາຜົນຂອງການກວດສອບ, ໂດຍສະເພາະບັນຫາໜີ້ສິນຄ້າງມອບພັນທະຕ່າງໆ, ໃນປີ 2023 ຜ່ານມາ,ໄດ້ເລັ່ງແກ້ໄຂບັນຫາໜີ້ສິນທີ່ຍັງຄ້າງໄດ້ 279 ລ້ານກວ່າກີບ ແລະ ຈໍານວນ 37.134,96 ໂດລາ; ໜີ້ສິນອາກອນ ໄດ້ 151 ລ້ານກີບ. 
ກ່ຽວກັບການຄຸ້ມຄອງລາຍຈ່າຍງົບປະມານ ພະແນກການເງິນແຂວງໄດ້ຄຸ້ມຄອງລາຍຈ່າຍງົບປະມານປະຈໍາປີ, ໂດຍການຈັດສັນ ແລະ ເບີກຈ່າຍຕາມກອບແຜນທີ່ສະພາໄດ້ຮັບຮອງ, ໂດຍຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານຕາມສາລະບານງົບປະມານບັນຊີດຽວ ຕາມກອບໂຕເລກແຜນງົບປະມານປະຈໍາປີ, ປະຈໍາງວດ ທີ່ກະຊວງການເງິນແຈ້ງໃຫ້ ເຂົ້າໃນລະບົບຄຸ້ມຄອງຫັນເປັນທັນສະໄໝ ດ້ວຍລະບົບຂໍ້ມູນຂ່າວ ສານການເງິນ (GFIS ຫຼື GFIS+) ແລະ ລະບົບ (RTIS); ເບີກຈ່າຍເງິນງົບປະມານ, ໂດຍຖືເອົາການເບີກຈ່າຍເງິນເດືອນ-ເງິນອຸດໜູນ ເປັນບຸລິມະສິດ, ພົ້ນເດັ່ນຜ່ານມາແມ່ນສາມາດເບີກຈ່າຍທັນຕາມກໍານົດເວລາໃນແຕ່ເດືອນ ແລະ ເບີກຈ່າຍເງິນຮ່ວງອື່ນໆ ເຊັ່ນ: ບໍລິຫານ,ດັດສົມ-ສົ່ງເສີມ, ເງິນຊື້ໃໝ່ ເງິນລົງທຶນຂອງລັດ ແລະ ອື່ນໆ ຕາມກອບແຜນທີ່ສະພາຮັບຮອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ