ການອອກໃບຕາດິນຢູ່ ນວ ໃນວຽກງານສາມສ້າງ

ການອອກໃບຕາດິນຢູ່ ນວ ໃນວຽກງານສາມສ້າງ
ໂດຍ: ສ.ບຸດປະຊາ
ບົດສະຫຼຸບການປະເມີນຜົນວຽກງານ 3 ສ້າງຂອງ ນະຄອນຫຼວງວຽງຈັນ (ນວ) ໄລຍະ 2016-2020 ໄດ້ຊີ້ໃຫ້ເຫັນວ່າ: ການສ້າງ ນວ ເປັນຫົວໜ່ວຍຍຸດທະສາດ ຍັງມີບາງດ້ານທີ່ເງື່ອນໄຂບໍ່ທັນສອດຄ່ອງກັບຄວາມເປັນຈິງ ໂດຍສະເພາະແມ່ນການອອກໃບຕາດິນ ຊຶ່ງແມ່ນ 1 ໃນ 2 ຕົວຊີ້ບອກ ຂອງ 13 ຕົວຊີ້ບອກ ດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງ ດ້ານເສດຖະກິດ-ສັງຄົມ, ພື້ນຖານວັດຖຸ-ເຕັກນິກ ແລະ ປົກປັກຮັກສາສິ່ງແວດລ້ອມ.
ອົງຄະນະພັກ-ອົງການປົກຄອງ ນວ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ອົງການປົກຄອງເມືອງ, ອົງການປົກຄອງບ້ານ ເປັນເຈົ້າການປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ຊັບສິນຂອງລັດ, ເອົາໃຈໃສ່ຄຸ້ມຄອງການອອກໃບຕາດິນ ແລະ ການຂຶ້ນສໍານະໂນຄົວທີ່ດິນ ໃຫ້ຂັ້ນເມືອງເປັນເຈົ້າການເຮັດໃຫ້ການອອກໃບຕາດິນ ມີຄວາມວ່ອງໄວ ແລະ ຄ່ອງຕົວຂຶ້ນ ສາມາດຕອບສະໜອງການບໍລິການໃຫ້ແກ່ປະຊາຊົນດີຂຶ້ນ; ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານນະໂຍບາຍ 6 ສ (ສະຫງົບສຸກ, ສະອາດ, ສີຂຽວ, ສະຫວ່າງ, ສະເໜ່ ແລະ ສີວິໄລ) ຊຶ່ງມີວຽກງານໂຄງການວຽງຈັນ ສະອາດ, ວຽກງານຂະບວນການອະນາໄມຕົວເມືອງ, ວຽກງານລວງຄອງລະບາຍນໍ້າຮ່ອງແຊງ, ວຽກງານປົກປັກຮັກສາຮ່ອງລະບາຍນໍ້າພາຍໃນຂອບເຂດເມືອງ, ວຽກງານອະນາໄມປະດັບປະດາພາຍໃນເມືອງ ແລະ ວຽກງານບໍລິການເກັບມ້ຽນຂີ້ເຫຍື້ອ; ໄດ້ຄົ້ນຄວ້າ ແລະ ນໍາສະເໜີທ່ານເຈົ້າຄອງ ນວ ກໍານົດບ້ານເປົ້າໝາຍຈໍານວນ 300 ບ້ານເປັນບ້ານອະນາໄມ ແລະ ເກັບມ້ຽນຂີ້ເຫຍື້ອຂອງ ນວ.
ການສ້າງເປັນຫົວໜ່ວຍຍຸດທະສາດດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງດ້ານ ເສດຖະກິດ-ສັງຄົມ, ພື້ນຖານວັດຖຸ-ເຕັກນິກ ແລະ ປົກປັກຮັກສາສິ່ງແວດລ້ອມ ບັນລຸ 11 ຕົວຊີ້ບອກ, ເທົ່າກັບ 84,61%, ບໍ່ບັນລຸ 2 ຕົວຊີ້ບອກຄື: ຕົວຊີ້ບອກ 5.3 ແມ່ນແຂວງ/ນະຄອນຫຼວງ ອອກໃບຕາດິນ ບັນລຸ 100% ຂອງແຜນການ ທີ່ສະພາປະຊາຊົນຊັ້ນແຂວງຮັບຮອງ ໃນແຕ່ລະປີ ແລະ ຕົວຊີ້ບອກ 5.4 ແມ່ນມີການຈັດສັນທີ່ດິນແຕ່ລະປະເພດໃຫ້ກັບເມືອງ ໄດ້ 80% ຂຶ້ນໄປ. ໃນ 2 ຕົວຊີ້ບອກນີ້, ເທົ່າກັບ 15,39% ຊຶ່ງສາເຫດບໍ່ບັນລຸແມ່ນຍ້ອນການອອກໃບຕາດິນໃຫ້ເມືອງ, ບ້ານ ສະເພາະ ນວ ເງື່ອນໄຂບໍ່ສອດຄ່ອງກັບຄວາມເປັນຈິງ.
ຢ່າງໃດກໍດີ, ສຳລັບທິດທາງແຜນການໃນຕໍ່ໜ້າໃນການສ້າງ ນວ ເປັນຫົວໜ່ວຍຍຸດທະສາດດ້ານນີ້ ນວ ຈະສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຂຸດຄົ້ນຊັບພະຍາກອນທໍາມະຊາດ ຕິດພັນກັບຮັກສາສິ່ງແວດລ້ອມ ແລະ ອື່ນໆໃຫ້ເຂັ້ມງວດ, ສະກັດກັ້ນການຈູດປ່າ ທໍາລາຍປ່າໄມ້ແບບຊະຊາຍ, ນໍ້າເປື້ອນຂອງ ຄົວເຮືອນ, ປະຕິບັດໂຄງການວຽງຈັນສະອາດ, ນະໂຍບາຍ 6 ສ ໂດຍສະເພາະ ການຍົກສູງການຈັດຕັ້ງປະຕິບັດ ທີ່ນິຕິກໍາຮັບຮອງແລ້ວ ຫັນເຂົ້າສູ່ລະບຽບເທື່ອລະກ້າວ ໃຫ້ມີຜົນສັກສິດ ແກ້ໄຂບັນຫາຂໍ້ຂັດແຍ່ງກ່ຽວກັບທີ່ດິນໃຫ້ປະຊາຊົນ ໃນແຕ່ບ້ານ ແລະ ສູ້ຊົນສ້າງໃຫ້ໄດ້ຕົວຊີ້ບອກໃຫ້ບັນລຸຕາມແຜນການທີ່ວາງໄວ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ