ການປະຕິຮູບການສຶກສາ ຂອງພັກ ປີ 2016-2020

ການປະຕິຮູບການສຶກສາ ຂອງພັກ ປີ 2016-2020

ການປະຕິຮູບການສຶກສາ ຂອງພັກ ປີ 2016-2020
ໂດຍ:ວັນໄຊ ຕະວິນຍານ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ລະບຸໃຫ້ສືບຕໍ່ເສີມຂະຫຍາຍຜົນສໍາເລັດຂອງການປະຕິຮູບການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບເທົ່າທຽມກັບມາດຕະຖານຂອງພາກພື້ນ

 ແລະ ສາກົນ. ແຜນພັດທະນາການສຶກສາ ແລະ ກິລາ 5 ປີ (2016-2020) ແມ່ນໄດ້ສ້າງຂຶ້ນບົນພື້ນຖານຜົນສໍາເລັດ,ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ (2006-2015) ກໍຄື ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030, ໂດຍສຸມໃສ່ເປົ້າໝາຍເຮັດໃຫ້ລະບົບການສຶກສາຂັ້ນພື້ນຖານ ແລະ ຫຼັງຂັ້ນພື້ນຖານມີຄວາມເຂັ້ມແຂງ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ;ບັນລຸໄດ້ນະໂຍບາຍການສຶກສາພາກບັງຄັບຊັ້ນປະຖົມສຶກສາ ແລະ ຂະຫຍາຍໄປເຖິງຊັ້ນມັດທະຍົມສຶກສາຕອນຕົ້ນ ເພື່ອເປັນພື້ນຖານໃຫ້ແກ່ການຍົກລະດັບທັກສະຄວາມຮູ້ຄວາມສາມາດ ແລະ ຄຸນນະພາບຂອງກໍາລັງແຮງງານ ພ້ອມທັງປັບປຸງຂີດຄວາມສາມາດເພື່ອໃຫ້ເຊື່ອມໂຍງ ແລະ ສາມາດແຂ່ງຂັນກັບບັນດາປະເທດໃນພາກພື້ນ ແລະ ສາກົນໄດ້.

ຜ່ານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ 5 ປີ (2016-2020) ພັກ-ລັດຖະບານເຮົາໄດ້ມີຜົນສໍາເລັດທີ່ພົ້ນເດັ່ນ ໂດຍສະເພາະແມ່ນການສະໜອງການສຶກສາກ່ອນໄວຮຽນໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ອັດຕາສ່ວນພົນລະເມືອງ ອາຍຸ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ໄດ້ເພີ່ມຂຶ້ນຈາກ 70.9% ໃນສົກຮຽນ 2015-2016 ເປັນ 82.7% ໃນສົກຮຽນ 2019-2020 ແລະ ມີ 142 ເມືອງ ໃນຈໍານວນ 148 ເມືອງ ຊຶ່ງມີອັດຕາການເຂົ້າຮຽນຂອງເດັກອາຍຸ 5 ປີ ສູງກວ່າ 60%. ອັດຕາການເຂົ້າຮຽນລວມໃໝ່ຊັ້ນປະຖົມສຶກສາ ປ.5 ໃນສົກຮຽນ 2015-2016 ແລະ 2019-2020 ມີ ການເພີ່ມຂຶ້ນຈາກ 103.5% ເປັນ 105.5% ພ້ອມກັນນັ້ນອັດຕາການຄ້າງຫ້ອງກໍໄດ້ຫຼຸດລົງຈາກ 4.8% ໃນສົກຮຽນ 2015-2016 ເປັນ 3.1% ໃນສົກຮຽນ 2019-2020.ອັດຕາການເຂົ້າຮຽນລວມໃໝ່ຊັ້ນມັດທະຍົມຕອນຕົ້ນ ມ.4 ໄດ້ຮັບການປັບປຸງດີຂຶ້ນ ຊຶ່ງເພີ່ມຈາກ 70.4% ໃນສົກຮຽນ 2015-2016 ເປັນ 71.6% ໃນສົກຮຽນ 2019-2020, ອັດຕາການປະລະການຮຽນ, ແຕ່ສົກຮຽນ 2015-16 ຫາ 2019-2020 ໄດ້ຫຼຸດລົງຈາກ 4.7% ເປັນ 4.3% ໃນສົກຮຽນ 2019-2020.ໃນຊັ້ນມັດທະຍົມຕອນປາຍ ອັດຕາເຂົ້າຮຽນລວມໃໝ່ ມ.7 ໄດ້ເພີ່ມຂຶ້ນຈາກ 42.7% ໃນສົກຮຽນ 2015-2016 ເປັນ 54.8% ໃນສົກຮຽນ 2019-2020, ດັດຊະນີຄວາມເທົ່າທຽມທາງເພດໄດ້ເພີ່ມຂຶ້ນຈາກ 0.87 ໃນສົກຮຽນ 2015-16 ເປັນ 0.91 ໃນສົກຮຽນ 2019-2020.

ການສໍາຫຼວດດັດຊະນີໝາຍສັງຄົມລາວ (LSIS) ໃນປີ 2017 ພົບວ່າ ໜຶ່ງສ່ວນສາມຂອງປະຊາຊົນລາວ ອາຍຸລະຫວ່າງ 15-30 ປີ ສາມາດອ່ານອອກ ແລະ ຂຽນໄດ້; ອັດຕາການກືກໜັງສື ກໍໄດ້ຫຼຸດລົງເຖິງ 11% ສໍາລັບເພດຊາຍ ແລະ 17% ສໍາລັບເພດຍິງ (ກຸ່ມອາຍຸ 15 ຫາ 17 ປີ).ໄດ້ນໍາໃຊ້ຫຼັກສູດໃໝ່, ສະໜອງປຶ້ມແບບຮຽນ, ຄູ່ມືຄູ ແລະ ສື່ການຮຽນການສອນຕ່າງໆ ໄປຄຽງຄູ່ກັບການຝຶກອົບຮົມຄູປະຈໍາການໃນການນໍາໃຊ້ຫຼັກສູດໃໝ່ແລະ ໄດ້ພັດທະນາຂອບປະເມີນຜົນການຮຽນຂອງນັກຮຽນ ໃນສາຍສາມັນສຶກສາ.ໄດ້ປັບປຸງຫຼັກສູດກໍ່ສ້າງຄູ ໃຫ້ສອດຄ່ອງກັບຫຼັກສູດການສຶກສາກ່ອນໄວຮຽນ, ປະຖົມ ແລະ ມັດທະຍົມຕົ້ນສຶກສາ, ໄດ້ນໍາໃຊ້ຫຼັກການສິດສອນແບບເອົານັກຮຽນເປັນໃຈກາງ ແລະ ມີສ່ວນຮ່ວມ ສາມາດຮັບມືກັບຄວາມຕ້ອງການທີ່ຫຼາກຫຼາຍຂອງຜູ້ຮຽນ.ປັບປຸງຫຼັກສູດພ້ອມທັງໄດ້ມີການຝຶກອົບ

ຮົມໃຫ້ແກ່ຄູສອນໃນສາຍອາຊີວະສຶກສາໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາເສດຖະ

ກິດ-ສັງຄົມ. ພັດທະນາຫຼັກສູດໃໝ່ເພີ່ມຂຶ້ນ ໃນລະດັບມະຫາວິທະຍາໄລ. ພ້ອມນັ້ນ,ພັກ-ລັດຖະບານ ກໍໄດ້ລິເລີ່ມສ້າງສູນແຫ່ງຄວາມເປັນເລີດ ໃນບາງສາຂາວິຊາ ເຊັ່ນ: ການກະເສດ, ໂລຈິສຕິກ, ວິສະວະກໍາ, ທ່ອງທ່ຽວ ແລະ ການສຶກສາສິ່ງແວດລ້ອມ. ຄູ-ອາຈານ ໄດ້ຮັບການຍົກລະດັບວຸດທິການສຶກສາ ໃນຂັ້ນປະລິນຍາໂທ ແລະ ປະລິນຍາເອກທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈໍານວນຫຼວງຫຼາຍ, ໄດ້ສະໜອງເງິນບໍລິຫານໂຮງຮຽນໃຫ້ບັນດາໂຮງຮຽນຕ່າງໆໃນທົ່ວປະເທດ ເພື່ອສະໜັບສະໜູນໃຫ້ແກ່ການພັດທະນາໂຮງຮຽນ.ສະໜອງທຶນການສຶກສາໃຫ້ນັກຮຽນໃນໂຮງຮຽນຊົນເຜົ່າ, ນັກຮຽນພອນສະຫວັນ, ນັກຮຽນເກັ່ງລະດັບຊາດ, ໃຫ້ນັກຮຽນໃນສະຖານອາຊີວະສຶກສາ ແລະ ໃນສູນຝຶກອົບຮົມວິຊາຊີບ ໃນອັດຕາສ່ວນ 40% ຂອງນັກຮຽນເຂົ້າໃໝ່ທັງໝົດໂດຍສະເພາະນັກຮຽນທີ່ມາຈາກຄອບຄົວທຸກຍາກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ