ຂ່າວລະບຸວ່າ: ປີ 2025, ຈຳນວນການຜະລິດ ແລະ ຈຳໜ່າຍລົດຍົນບັນລຸ 34,531,000 ຄັນ ແລະ 34,400,000 ຄັນຕາມລຳດັບ, ສອງໂຕເລກດັ່ງກ່າວລ້ວນແຕ່ສ້າງສະຖິຕິໃໝ່ອີກຄັ້ງ ແລະ ຮັກສາຕຳແໜ່ງຜູ້ຜະລິດລົດຍົນທີ່ໃຫຍ່ ອັນດັບ 1 ຂອງໂລກ 17 ປີລຽນຕິດ. ໃນດ້ານການຄ້າກັບຕ່າງປະເທດ, ຍອດຈຳນວນການສົ່ງອອກລົດຍົນບັນລຸຫຼາຍກວ່າ 7,000,000 ຄັນ, ໃນນັ້ນ, ລົດພະລັງງານໃໝ່ 2,615,000 ຄັນ, ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ປີ 2024.
ຈີນ ມຸ່ງໝັ້ນສ້າງຄວາມເຂັ້ມແຂງດ້ານເສດຖະກິດດ້ວຍການປະດິດສ້າງ
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ, ໂດຍເພິ່ນໄດ້ຍົກໃຫ້ເຫັນວ່າ: “ຕ້ອງຊຸກຍູ້ເສດຖະກິດໃຫ້ພັດທະນາໄປສູ່ການຂັບເຄື່ອນດ້ວຍການປະດິດສ້າງ, ມີໂຄງສ້າງເສດຖະກິດທີ່ປັບປຸງໃຫ້ດີຂຶ້ນ ແລະ ພັດທະນາໄປສູ່ທິດທາງທີ່ດີ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ພະຍາຍາມສູ້ຊົນເຮັດສຳເລັດໜ້າທີ່ເປົ້າ ໝາຍໝົດປີ ເພື່ອບັນລຸສະພາບການເລີ່ມຕົ້ນທີ່ດີແຫ່ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”.
ຄໍາເຫັນ